ຄວາມໝາຍທຳອິດຂອງການຢ້ຽມຢາມ ມາຣົກ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃນໄລຍະຈະມາເຖິງ ແມ່ນການພິສູດຢ່າງຈະແຈ້ງໃຫ້ແກ່ເຈດຈຳນົງທາງການເມືອງຢ່າງຈິງໃຈຈາກທັງສອງຝ່າຍໃນການຊຸກຍູ້, ປັບປຸງ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ.
ທ່ານເອກອັກຄະລັດຖະທູດ ມາຣົກ ປະຈຳ ຫວຽດນາມ Jamale Chouaibi (ພາບ: TTXVN)
ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາຕ່ຳ ລາຊະອານາຈັກ ມາຣົກ Rachid Talbi Alami, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຕາງໜ້າການນຳພັກ ແລະ ລັດ ຫວຽດນາມ ຈະໄປຢ້ຽມຢາມ ມາຣົກ ຢ່າງເປັນທາງການ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ Maroc ປະຈຳ ຫວຽດນາມ Jamale Chouaibi ໄດ້ໃຫ້ສຳພາດຕໍ່ນັກຂ່າວ ຫວຽດນາມ ກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງການຢ້ຽມຢາມ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດ, ໃນນັ້ນ ມີການຮ່ວມມືລັດຖະສະພາ.
ທ່ານເອກອັກຄະລັດຖະທູດ Jamale Chouaibi ຖືວ່າ ຄວາມໝາຍທຳອິດຂອງການຢ້ຽມຢາມ ມາຣົກ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃນໄລຍະຈະມາເຖິງ ແມ່ນການພິສູດຢ່າງຈະແຈ້ງໃຫ້ແກ່ເຈດຈຳນົງທາງການເມືອງຢ່າງຈິງໃຈຈາກທັງສອງຝ່າຍໃນການຊຸກຍູ້, ປັບປຸງ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ. ກ່ຽວກັບຄວາມຫວັງຕໍ່ບັນດາໂຄງການຮ່ວມມືສອງຝ່າຍຢ່າງລະອຽດໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ Jamale Chouaibi ໃຫ້ຮູ້ວ່າ ການພົບປະລະຫວ່າງທ່ານປະທານສະພາຕ່ຳ ລາຊະອານາຈັກ ມາຣົກ Rachid Talbi Alami ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແມ່ນໂອກາດອັນລ້ຳຄ່າ ເພື່ອໃຫ້ສອງຝ່າຍຢັ້ງຢືນສາຍພົວພັນ ທີ່ບໍ່ຄວນຈຳກັດຢູ່ພຽງແຕ່ການແລກປ່ຽນການຄ້າເທົ່ານັ້ນ, ເຊິ່ງຕ້ອງເປີດກວ້າງການຮ່ວມມືໃນຂົງເຂດອຸດສາຫະກຳ, ຮ່ວມທຸລະກິດໃນຂົງເຂດຝຸ່ນ ແລະ ພະລັງງານສີຂຽວ.
(ແຫຼ່ງຄັດຈາກ VOV)