• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງກະຊວງປ້ອງກັນປະເທດ ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Chan Chun Sing

ຕອນເຊົ້າວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປັນປະທານພິທີຕ້ອນຮັບ ແລະ ໂອ້ລົມສົນທະນາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Chan Chun Sing. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ:

        “ພວກຂ້າພະເຈົ້າຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ, ໃນສະພາບການສອງປະເທດຫາກໍ່ຍົກສູງການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເມື່ອເດືອນ ມີນາ 2025. ນີ້ກໍແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສຳລັບການພົວພັນອັນດີງາມລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະ ກອງທັບສອງປະເທດ ຫວຽດນາມ - ສິງກະໂປ.”

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຮອບດ້ານ, ແທດຈິງ, ສຸມໃສ່ບັນດາຂົງເຂດ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ຮັກສາບັນດາກົນໄກປຶກສາຫາລື, ເຈລະຈາທີ່ມີໃນປັດຈຸບັນຢ່າງມີປະສິດທິຜົນ; ບຳລຸງສ້າງ, ຮ່ວມມືລະຫວ່າງເຫຼົ່າຮົບ, ເສນາຮັກ; ເພີ່ມທະວີການແບ່ງປັນບົດຮຽນປະສົບການທາງວິຊາສະເພາະ; ພົບປະແລກປ່ຽນນາຍທະຫານໜຸ່ມ; ສືບຕໍ່ໃຫ້ຄ່ຳສາ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສ ກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບຫຼາຍຝ່າຍໃນ ອາຊຽນ ແລະ ບັນດາເຫດການສາກົນ ໂດຍແຕ່ລະຝ່າຍຈັດຂຶ້ນ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Chan Chun Sing ເນັ້ນໜັກວ່າ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງກະຊວງປ້ອງກັນປະເທດ ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ສອງຝ່າຍກໍເຫັນດີສືບຕໍ່ຮັກສາປະສິດທິຜົນໃນບັນດາກົນໄກປຶກສາຫາລື, ໂດຍສະເພາະແມ່ນມຸ່ງໄປເຖິງການເຈລະຈານະໂຍບາຍດ້ານປ້ອງກັນປະເທດ ທີ່ຈະຈັດຂຶ້ນຢູ່ ຫວຽດນາມ ໃນໄລຍະຈະມາເຖິງໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ເບິ່ງແຍງດູແລໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ເບິ່ງແຍງດູແລໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ເນັ້ນຫນັກວ່າ ໃນຊຸມປີຜ່ານມາ, ພັກ, ລັດ, ລັດຖະບານ ຍາມໃດກໍ່ສະຫງວນແຫລ່ງກຳລັງອັນໃຫຍ່ຫລວງເພື່ອເບິ່ງແຍດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.

Top