• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນເຈົ້າພາບຈັດສັບປະດາກິລາຫຼາຍປະເພດໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້

ຄາດວ່າ, ສັບປະດາຈັດເຫດການຈະຕ້ອນຮັບນັກກິລາກວ່າ 4.700 ຄົນ, ໃນນັ້ນ, ມີນັກກິລາສາກົນປະມານ 1.800 ຄົນ
  ກອງປະຊຸມຖະແຫຼງຂ່າວ  

ຕອນ​ເຊົ້າ​ວັນ​ທີ 07 ພຶດ​ສະ​ພາ, ສັບ​ປະ​ດາ​ເຫດ​ການ​ກິ​ລາ​ຫຼາຍ​ປ​ະ​ເພດ​ໃຫ​ຍ່​ທີ່​ສຸດ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ ໄດ້​ເລີ່ມ​ເຄື່ອນ​ໄຫວ​ຢູ່​ນະ​ຄອນ ດ່ານັ້ງ, ດ້ວ​ຍ​ພິ​ທີ​ໄຂ ແລະ ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວປະ​ກາດ​ການ​ແຂ່ງ​ຂັນ VNG IRONMAN ຫວຽດ​ນາມ 2026 ພ້ອມ​ກັບ VNG IRONMAN 70.03 ດ່ານັ້ງ 2026.

​ຄາດ​ວ່າ, ສັບ​ປະ​ດາ​ຈັດເຫດ​ການ​​ຈະ​ຕ້ອນ​ຮັບ​ນັກ​ກິ​ລາກວ່າ 4.700 ຄົນ, ໃນ​ນັ້ນ, ​ມີ​ນັກ​ກ​ິ​ລາ​ສາ​ກົນ​ປະ​ມານ 1.800 ຄົນ (ເພີ່ມ​ຂຶ້​ນ 80% ເມື່ອ​ທຽບ​ໃສ່​ງານ​ແຂ່ງ​ຂັນ​ຄັ້ງ​ທຳ​ອິດ). ເຫດ​ການ​ແມ່ນ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ປັບ​ປຸງ​ທີ່​ຕັ້ງ​ຂອງ ດ່ານັ້ງ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ກິ​ລາ​ແຖວ​ໜ້າ​ຢູ່ ອາ​ຊີ ແລະ ນຳ​ເຫດ​ການນີ້​ໃຫ້​ກາຍ​ເປັນ​ງານ​ບຸນ​ກິ​ລາ​ສົມ​ທົບ 3 ປະ​ເ​ພດ (ລອຍ​ນ້ຳ, ຖີບ​ລົດ​ຖີບ, ແລ່ນ) ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ​ຢູ່ ຫວຽດ​ນາມ.

ວັນ​ທີ 10 ພຶດ​ສະ​ພາ, ບັນ​ດາ​ນັກ​ກ​ິ​ລາ​ຈະ​ເຕົ້າ​ໂຮມ​ກັນ​ຢູ່​ສວນ​ສາ​ທາ​ລະ​ນະ ບຽນ​ດົງ ເພື່ອ​ເລີ່ມ​ແຂ່ງ​ຂັນ.

(ແຫຼ່ງຄັດຈາກ VOV)

ອີ​ຣານ ສືບ​ຕໍ່​ຢັ້ງ​ຢືນ​ບໍ່​ເດີນ​ຕາມ​ອາ​ວຸດ​ນິວ​ເຄຼຍ

ອີ​ຣານ ສືບ​ຕໍ່​ຢັ້ງ​ຢືນ​ບໍ່​ເດີນ​ຕາມ​ອາ​ວຸດ​ນິວ​ເຄຼຍ

ບັນ​ດາ​ແຫຼ່ງ​ຂ່າວ​ບໍ່​ໃຫ້​ຮູ້​ວ່າ ອີ​ຣານ ໄດ້​ຍົກ​ອອ​ກການ​ຢັ້ງ​ຢຶນ​ດັ່ງ​ກ່າວ​ໃຫ້​ຝ່າຍ ປາ​ກິດ​ສະ​ຖານ​ໃນ​ສະ​ພາບ​ການ​ໃດ.

Top