ວັນທີ 05 ພຶດສະພາ, ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ຢັ້ງຢືນວ່າ ເຕເຮຣານ ກຽມພ້ອມເຂົ້າຮ່ວມການເຈລະຈາກັບ ອາເມລິກາ ແລະ ອິດສະຣາແອັນ ບົນພື້ນຖານກົດໝາຍສາກົນ, ແຕ່ບໍ່ຍອມຮັບບັນດາຄຳຮຽກຮ້ອງທີ່ມີລັກສະນະບັງຄັບ, ໃນສະພາບການຄວາມເຄັ່ງຕຶງກັບ ອາເມລິກາ ຍັງບໍ່ທັນໄດ້ຮັບການແກ້ໄຂ.
ການນຳ ອີຣານ ກໍຢັ້ງຢືນວ່າ ປະເທດນີ້ບໍ່ສາມາດລົບລ້າງເຕັກໂນໂລຢີນິວເຄຼຍ ພ້ອມທັງໃຫ້ຮູ້ວ່າ ໃນບັນດາຮອບເຈລະຈາກ່ອນໜ້ານັ້ນ, ເຕເຮຣານ ຍາມໃດກໍກຽມພ້ອມຮ່ວມມືໃນຂອບເຂດຂໍ້ຕົກລົງສາກົນ ແລະ ກົນໄກຕິດຕາມກວດກາທົ່ວໂລກ ແນໃສ່ຮັບປະກັນລັກສະນະສັນຕິພາບຂອງໂຄງການນິວເຄຼຍ.
ສ່ວນຝ່າຍ ອີຣັກ, ທ່ານ Ali al-Zaidi ນາຍົກລັດຖະມົນຕີຊົ່ວຄາວ ໃຫ້ຮູ້ວ່າ Baghdad ກຽມພ້ອມສວມບົດບາດເປັນກາງໄກເກ່ຍແນໃສ່ຊຸກຍູ້ການເຈລະຈາລະຫວ່າງ ອີຣານ ແລະ ອາເມລິກາ, ດ້ວຍເປົ້າໝາຍຄວບຄຸມຄວາມເຄັ່ງຕຶງໃນພາກພື້ນ.
(ແຫຼ່ງຄັດຈາກ VOV)