• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EU ກຽມ​ພ້ອມ “ທຸກ​ແຜນ​ການ” ຕໍ່​ຄຳ​ກ່າວ​ເຕືອນ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ລົດ​ໂອ​ໂຕ

ວັນ​ທີ 05 ພຶດ​ສະ​ພາ, ສະ​ຫະ​ພາບ​ເອີ​ຣົບ (EU) ຖະ​ແຫຼງວ່າ ໄດ້​ກະ​ກຽມ​ໃຫ້​ແກ່ “ທຸກ​ແຜນ​ການ” ພາຍຫຼັງ​ທີ່​ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກ່າວ​ເຕືອນ​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ລົດ​ໂອ​ໂຕ​ນຳ​ເຂົ້າ​ຈາກ ເອີ​ຣົບ.

ເມື່ອ​ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່ Yerevan (ອາກ​ເມ​ເນຍ), ທ່ານ​ນາງ Ursula von der Leyen ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ຣົບ ຢັ້ງ​ຢືນ​ວ່າ EU ຍັງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າທີ່​ບັນ​ລຸ​ໄດ້​ກັບ ອາ​ເມ​ລິ​ກາ ເມື່ອ​ປີ 2025 ແລະ ຊີ້​ແຈ້ງວ່າ EU ມຸ່ງ​ໄປ​ເຖິງ​ຜົນ​ປະ​ໂຫຍດ​ລວມ, ການ​ຮ່ວມ​ມື ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ - ແຕ່​ກໍ​ກຽມ​ພ້ອມ​ຮັບ​ມື​ກັບ​ທຸກ​ກໍ​ລະ​ນີ.

ກ່ອນ​ໜ້າ​ນັ້ນ, ທ່ານ Trump ຖະ​ແຫຼງວ່າ ອາດ​ຈະ​ຍົກ​ອັດ​ຕາ​ພາ​ສີ​ສຳ​ລັບ​ລົດ​ໂອ​ໂຕ ແລະ ລົດ​ບັນ​ທຸກ​ທີ່​ນຳ​ເຂົ້າ​ຈາກ EU ແຕ່ 15% ຂຶ້ນ​ເປັນ 25%. ເຖິງວ່າ ຍັງ​ບໍ່​ທັນ​ປະ​ກາດມາດ​ຕະ​ການລະ​ອຽດ, ຄະ​ນະ​ກຳ​ມະ​ການ​ເອີ​ຣົບ ໃຫ້​ຮູ້​ວ່າ ພວມ​ຊັ່ງ​ຊາ​ຕໍ່​ທຸກ​ການ​ເລືອກ​ເຟັ້ນ ຖ້າ ອາ​ເມ​ລິ​ກາ ຈະ​ຈັດ​ວາງ​ອັດ​ຕາ​ພາ​ສີ​ໃໝ່​ຢ່າງ​ແທ້​ຈິງ.

ໃນ​ຂະ​ນະ​ນັ້ນ, ທ່ານ Emmanuel Macron ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ​ກໍ່ຮຽກ​ຮ້ອງ​ໃຫ້ EU ກຽມ​ພ້ອມ​ເຄື່ອນ​ໄຫວ​ເຄື່ອງ​ມື​ຕ້​ານ​ການບີບ​ບັງ​ຄັບ​ດ້ານ​ການ​ຄ້າ (ACI) - ເຊິ່ງ​ເປັນ​ກົນ​ໄກ​ທີ່​ມີ​ຄວາມ​ເຂັ້ມ​ແຂງ ແນ​ໃສ່​ຮັບ​ມື​ກັບ​ບັນ​ດາ​ກຳ​ລັງ​ກົດ​ດັນ​ດ້ານ​ການ​ເມືອງ​ຈາກ​ພາຍ​ນອກ. ທ່ານ​ຕຳ​ໜິ​ບັນ​ດາ “ໄພ​ນາບ​ຂູ່​​ທີ່​ກໍ່​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ” ແລະ ຖື​ວ່າ EU ຕ້ອງ​ນຳ​ໃຊ້​ບັນ​ດາ​ເຄື່ອງ​ມື​ທີ່​ໄດ້​ສ້າງ​ຕັ້ງ​​ຂຶ້ນ​ໃຫ້ຖືກ​ຕ້ອງ​ຕາມ​ຈຸດ​ປະ​ສົງ.

(ແຫຼ່ງຄັດຈາກ VOV)

ກຳປັ່ນ Ins Sagardhwani ຂອງກອງທັບເຮືອ ອິນເດຍ ຢ້ຽມຢາມ ແຄງຮວ່າ

ກຳປັ່ນ Ins Sagardhwani ຂອງກອງທັບເຮືອ ອິນເດຍ ຢ້ຽມຢາມ ແຄງຮວ່າ

ການຢ້ຽມຢາມແມ່ນເພື່ອປະກອບສ່ວນຮັກສາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ ເວົ້າລວມ, ການພົວພັນຮ່ວມມືລະຫວ່າງກອງທັບ, ທະຫານເຮືອລະຫວ່າງ 2 ປະເທດ ເວົ້າສະເພາະ.

Top