ວັນທີ 05 ພຶດສະພາ, ສະຫະພາບເອີຣົບ (EU) ຖະແຫຼງວ່າ ໄດ້ກະກຽມໃຫ້ແກ່ “ທຸກແຜນການ” ພາຍຫຼັງທີ່ທ່ານ Donald Trump ປະທານາທິບໍດີ ອາເມລິກາ ກ່າວເຕືອນເພີ່ມອັດຕາພາສີສຳລັບລົດໂອໂຕນຳເຂົ້າຈາກ ເອີຣົບ.
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ Yerevan (ອາກເມເນຍ), ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ ຢັ້ງຢືນວ່າ EU ຍັງປະຕິບັດຂໍ້ຕົກລົງດ້ານການຄ້າທີ່ບັນລຸໄດ້ກັບ ອາເມລິກາ ເມື່ອປີ 2025 ແລະ ຊີ້ແຈ້ງວ່າ EU ມຸ່ງໄປເຖິງຜົນປະໂຫຍດລວມ, ການຮ່ວມມື ແລະ ຄວາມໄວ້ເນື້ອເຊື່ອໃຈ - ແຕ່ກໍກຽມພ້ອມຮັບມືກັບທຸກກໍລະນີ.
ກ່ອນໜ້ານັ້ນ, ທ່ານ Trump ຖະແຫຼງວ່າ ອາດຈະຍົກອັດຕາພາສີສຳລັບລົດໂອໂຕ ແລະ ລົດບັນທຸກທີ່ນຳເຂົ້າຈາກ EU ແຕ່ 15% ຂຶ້ນເປັນ 25%. ເຖິງວ່າ ຍັງບໍ່ທັນປະກາດມາດຕະການລະອຽດ, ຄະນະກຳມະການເອີຣົບ ໃຫ້ຮູ້ວ່າ ພວມຊັ່ງຊາຕໍ່ທຸກການເລືອກເຟັ້ນ ຖ້າ ອາເມລິກາ ຈະຈັດວາງອັດຕາພາສີໃໝ່ຢ່າງແທ້ຈິງ.
ໃນຂະນະນັ້ນ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ກໍ່ຮຽກຮ້ອງໃຫ້ EU ກຽມພ້ອມເຄື່ອນໄຫວເຄື່ອງມືຕ້ານການບີບບັງຄັບດ້ານການຄ້າ (ACI) - ເຊິ່ງເປັນກົນໄກທີ່ມີຄວາມເຂັ້ມແຂງ ແນໃສ່ຮັບມືກັບບັນດາກຳລັງກົດດັນດ້ານການເມືອງຈາກພາຍນອກ. ທ່ານຕຳໜິບັນດາ “ໄພນາບຂູ່ທີ່ກໍ່ຄວາມຂາດສະຖຽນລະພາບ” ແລະ ຖືວ່າ EU ຕ້ອງນຳໃຊ້ບັນດາເຄື່ອງມືທີ່ໄດ້ສ້າງຕັ້ງຂຶ້ນໃຫ້ຖືກຕ້ອງຕາມຈຸດປະສົງ.