• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປັ່ນ Ins Sagardhwani ຂອງກອງທັບເຮືອ ອິນເດຍ ຢ້ຽມຢາມ ແຄງຮວ່າ

ການຢ້ຽມຢາມແມ່ນເພື່ອປະກອບສ່ວນຮັກສາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ ເວົ້າລວມ, ການພົວພັນຮ່ວມມືລະຫວ່າງກອງທັບ, ທະຫານເຮືອລະຫວ່າງ 2 ປະເທດ ເວົ້າສະເພາະ.
  ທີ່​ການ​ຕ້ອນ​ຮັບ (ພາບ: QDND)  

ວັນ​ທີ 05 ພຶດ​ສະ​ພາ, ກຳ​ປັ່ນ Ins Sagardhwani ຂອງກອງ​ທັບ​ເຮືອ ອິນ​ໂດຍ, ໂດຍ​ທ່ານພັນ​ຕີ Viraat Shiggaon ເປັນ​ກັ​ບ​ຕັນ​ເຮືອ, ພ້ອມ​ກັບ​ນາຍ​ທະ​ຫານ ແລະ ລູກ​ເຮືອ 136 ຄົນ​ໄດ້​ເຂົ້າ​ທ​ຽບ​ທ່າຢູ່ທ່າກຳປັ່ນສາ​ກົນ ກາມ​ແຣງ, ຢ້ຽມ​ຢາມ​ແຂວງ ແຄງ​ຮ່​ວາ ຢ່າງ​ເປັນ​ທາງ​ການ. ທ່ານພັນ​ເອກ ຫງວຽນ​ມິນ​ແລັ່ງ, ຮອງ​ຫົວໜ້າເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ເຮືອ​ເຂດ 4 ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບຄະ​ນະ. ແຕ່​ວັນ​ທີ 05 – 08 ພຶ​ດ​ສະ​ພາ, ກຸ່ມ​ບັນ​ຊາ​ກຳ​ປັ່ນ Ins Sagardhwani ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄງ​ຮ​ວ່າ, ທະ​ຫານ​ເຮືອ​ເຂດ 4 ແລະ ວິ​ທະ​ຍາ​ຄານ​​ທະ​ຫານ​ເຮືອ. ບັນ​ດາ​ນາຍ​ທະ​ຫານ, ລູກ​ເຮືອ​ໄດ້​ແລກ​ປ່ຽນ​ການ​ແຂ່ງ​ຂັນ​ບານ​ສົ່ງ​ກັບ​ພະ​ນັ​ກ​ງານ, ນັກ​ຮົບ​ທະ​ຫານ​ເຮືອ​ເຂດ 4; ພ້ອມ​ກັນ​ນັ້ນ ກໍ່​ສະ​ແດງ​ yoga ຢູ່​ກຳ​ປັ່ນ​ລະ​ຫວ່າງ​ພະ​ນັກ​ງານ, ນັກ​ຮົບ​ທະ​ຫານ​ເຮືອ​ເຂດ 4… ເນື່ອ​ງ​ໃນ​ໂອ​ກາດນີ້, ນາຍ​ທະ​ຫານ, ລູກ​ເຮືອ​ກໍ່​ໄດ້​ໄປ​ຢ້ຽມ​ຢາມ​ສະ​ຖານ​ທ​ີ່​ວັດ​ທະ​ນະ​ທຳ​ຈຳ​ນວນ​ໜຶ່ງ​ຢູ່​ທ້ອງ​ຖິ່ນ.

ການ​ຢ້ຽມ​ຢາມ​ແມ່ນເພື່ອ​ປະ​ກອບ​ສ່ວນ​ຮັກ​ສາ​ສາຍ​ພົວ​ພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ ເວົ້າ​ລວມ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ, ທະ​ຫານ​ເຮືອ​ລະ​ຫວ່າງ 2 ປະ​ເທດ​ ເວົ້າ​ສະ​ເພາ​ະ.

(ແຫຼ່ງຄັດຈາກ VOV)

EU ກຽມ​ພ້ອມ ທຸກ​ແຜນ​ການ ຕໍ່​ຄຳ​ກ່າວ​ເຕືອນ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ລົດ​ໂອ​ໂຕ

EU ກຽມ​ພ້ອມ “ທຸກ​ແຜນ​ການ” ຕໍ່​ຄຳ​ກ່າວ​ເຕືອນ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ລົດ​ໂອ​ໂຕ

ວັນ​ທີ 05 ພຶດ​ສະ​ພາ, ສະ​ຫະ​ພາບ​ເອີ​ຣົບ (EU) ຖະ​ແຫຼງວ່າ ໄດ້​ກະ​ກຽມ​ໃຫ້​ແກ່ “ທຸກ​ແຜນ​ການ” ພາຍຫຼັງ​ທີ່​ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກ່າວ​ເຕືອນ​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ລົດ​ໂອ​ໂຕ​ນຳ​ເຂົ້າ​ຈາກ ເອີ​ຣົບ.

Top