ວັນທີ 05 ພຶດສະພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເນັ້ນໜັກເຖິງສາຍພົວພັນອັນ “ດີງາມທີ່ສຸດ” ກັບທ່ານ ສີຈີ້ນຜິງ ປະທານປະເທດ ຈີນ, ໃນສະພາບການສະພາບການການນຳສອງທ່ານກະກຽມມີການພົບປະແບບເຊິ່ງໜ້າຢູ່ ປັກກິ່ງ ໃນກາງເດືອນນີ້.
ເມື່ອກ່າວຄຳເຫັນໃນຫ້ອງຮູບໄຂ່, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ສອງຝ່າຍມີສາຍພົວພັນສ່ວນຕົວທີ່ຕັ້ງໜ້າ ແລະ ການຮ່ວມມືດ້ານເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ. ພ້ອມດຽວກັນນັ້ນ, ທ່ານປະທານາທິບໍດີ ອາເມລິກາ ກໍຖືວ່າ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ແມ່ນ “ຜູ້ທີ່ດີເລີດ” ແລະ ສອງຝ່າຍ “ເຂົ້າກັນໄດ້ດີທີ່ສຸດ”.
ໜຶ່ງໃນບັນດາເນື້ອໃນສຳຄັນຄາດວ່າຈະຍົກອອກມາປຶກສາຫາລືນັ້ນແມ່ນ ບັນຫາ ອີຣານ ແລະ ສະພາບການຢູ່ຊ່ອງແຄບທະເລ Hormuz. ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ປັດຈຸບັນ ຈີນ ໄດ້ຮັບປະມານ 60% ປະລິມານນ້ຳມັນຜ່ານເຂດດັ່ງກ່າວ, ດັ່ງນັ້ນ ມີຜົນປະໂຫຍດໂດຍກົງໃນການຮັກສາສະຖຽນລະພາບ ແລະ ຮັບປະກັນສິດເສລີໃນການເດີນເຮືອ. ຕາມແຜນການແລ້ວ, ການປະຕິບັດງານຢູ່ ປັກກິ່ງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈະດຳເນີນໃນລະຫວ່າງວັນທີ 14 – 15 ພຶດສະພາ ຈະມາເຖິງ.
(ແຫຼ່ງຄັດຈາກ VOV)