ຄາດວ່າ, ສັບປະດາຈັດເຫດການຈະຕ້ອນຮັບນັກກິລາກວ່າ 4.700 ຄົນ, ໃນນັ້ນ, ມີນັກກິລາສາກົນປະມານ 1.800 ຄົນ
ຕອນເຊົ້າວັນທີ 07 ພຶດສະພາ, ສັບປະດາເຫດການກິລາຫຼາຍປະເພດໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ໄດ້ເລີ່ມເຄື່ອນໄຫວຢູ່ນະຄອນ ດ່ານັ້ງ, ດ້ວຍພິທີໄຂ ແລະ ຈັດກອງປະຊຸມຖະແຫຼງຂ່າວປະກາດການແຂ່ງຂັນ VNG IRONMAN ຫວຽດນາມ 2026 ພ້ອມກັບ VNG IRONMAN 70.03 ດ່ານັ້ງ 2026.
ຄາດວ່າ, ສັບປະດາຈັດເຫດການຈະຕ້ອນຮັບນັກກິລາກວ່າ 4.700 ຄົນ, ໃນນັ້ນ, ມີນັກກິລາສາກົນປະມານ 1.800 ຄົນ (ເພີ່ມຂຶ້ນ 80% ເມື່ອທຽບໃສ່ງານແຂ່ງຂັນຄັ້ງທຳອິດ). ເຫດການແມ່ນເພື່ອແນໃສ່ປະກອບສ່ວນປັບປຸງທີ່ຕັ້ງຂອງ ດ່ານັ້ງ ແມ່ນສະຖານທີ່ທ່ອງທ່ຽວກິລາແຖວໜ້າຢູ່ ອາຊີ ແລະ ນຳເຫດການນີ້ໃຫ້ກາຍເປັນງານບຸນກິລາສົມທົບ 3 ປະເພດ (ລອຍນ້ຳ, ຖີບລົດຖີບ, ແລ່ນ) ໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນຢູ່ ຫວຽດນາມ.
ວັນທີ 10 ພຶດສະພາ, ບັນດານັກກິລາຈະເຕົ້າໂຮມກັນຢູ່ສວນສາທາລະນະ ບຽນດົງ ເພື່ອເລີ່ມແຂ່ງຂັນ.