• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອັງກິດ ເພີ່ມທະວີການຮ່ວມມືໃນຫຼາຍດ້ານ Facebook Share Facebook

ວັນທີ 06 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Iain Frew, ເອກອັກຄະລັດຖະທູດລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ຫວຽດນາມ.
  ທີ່​ການຕ້ອນຮັບ (ພາບ: baoquocte.vn)  

ທ່ານ​ນາງ ເລ​ທິ​ທູ​ຮັ່ງ ​ເນັ້ນໜັກ​ເຖິງ​ຄວາມ​ສາມ​າດ​ບົ່ມ​ຊ້ອນ​ທີ່​ຍັງ​ຫຼາຍ​ຢູ່ ແລະ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່ສົມ​ທົບ​ກັນ​ຢ່າງ​ແໜ້​ນ​ແຟ້ນ​ໃນ​ການ​ຜັນ​ຂະ​ຫຍາຍບັນ​ດາ​ເນື້ອ​ໃນ​ຂອງ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ​ຢ່າງ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ - ການ​ລົງ​ທຶນ, ການ​ເງິນ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາ​ມ​ສະ​ຫງົບ, ການ​ຫັນ​ປ່ຽນ​ພະ​ລັງ​ງານ ແລະ ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ… ທ່ານ​ນາງກໍ່​ສະ​ເໜີ​ໃຫ້ ອັງ​ກິດ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃນ​ການ​ສະ​ໜອງວີ​ຊາ​ໃຫ້​ແກ່​ພົນ​ລະ​ເມືອງ ຫວຽດ​ນາມ.

ສ່ວນ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ດ Iain Frew ຢືນ​ຢັນ​ວ່າ ລາ​ຊ​ະ​ອາ​ນາ​ຈັກ​ ອັງ​ກິດ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ດ້ານ​ການ​ຄ້າ - ການ​ລົງ​ທຶນ, ກໍ່​ສ້າງ​ສູນ​ການ​ເງິນ​ສາ​ກົນ, ພ້ອ​ມ​ກັນ​ນັ້ນ ກໍ່ສະ​ແດງ​ຄວາມ​ຫວັງ​ຢາກ​ສ້າງ​ຮາກ​ຖານ​ການ​ສຶກ​ສາ​ຂອງ ອັງ​ກິດ ຢູ່ ຫວຽດ​ນາມ.

2 ຝ່າຍ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ສືບ​ຕໍ່​ຍູ້​ແຮງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສູງ, ເພື່ອ​ແນ​ໃສ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ສ້າງ​ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ.

(ແຫຼ່ງຄັດຈາກ VOV)

ອີ​ຣານ ສືບ​ຕໍ່​ຢັ້ງ​ຢືນ​ບໍ່​ເດີນ​ຕາມ​ອາ​ວຸດ​ນິວ​ເຄຼຍ

ອີ​ຣານ ສືບ​ຕໍ່​ຢັ້ງ​ຢືນ​ບໍ່​ເດີນ​ຕາມ​ອາ​ວຸດ​ນິວ​ເຄຼຍ

ບັນ​ດາ​ແຫຼ່ງ​ຂ່າວ​ບໍ່​ໃຫ້​ຮູ້​ວ່າ ອີ​ຣານ ໄດ້​ຍົກ​ອອ​ກການ​ຢັ້ງ​ຢຶນ​ດັ່ງ​ກ່າວ​ໃຫ້​ຝ່າຍ ປາ​ກິດ​ສະ​ຖານ​ໃນ​ສະ​ພາບ​ການ​ໃດ.

Top