ການຫຼອກລວງທາງໄຊເບີແມ່ນບໍ່ມີພົມແດນ, ຕ້ອງການມີຄວາມມານະພະຍາຍາມລວມໝູ່ຂອງປະຊາຄົມສາກົນຕ້ານອາດຊະຍາກຳປະເພດນີ້
(ທ່ານ ເລແອັງຕວັນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ)
ກອງປະຊຸມສາກົນກ່ຽວກັບ “ຄູ່ຮ່ວມມືທົ່ວໂລກຕ້ານການຫຼອກລວງທາງໄຊເບີ” ໂດຍລັດຖະບານພະບໍລົມວົງສານຸວົງ ໄທ ແລະ ຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC) ໄດ້ຮ່ວມກັນຈັດຂຶ້ນໃນວັນທີ 17 – 18 ທັນວາ, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືມາດຕະການຮັບມືກັບອາດຊະຍາກຳຫຼອກລວງທາງໄຊເບີ, ເປັນສິ່ງທ້າທາຍຂ້າມຊາດ ຕິດພັນກັບການຄ້າມະນຸດ, ບີບບັງຄັບແຮງງານ ແລະ ຟອກເງິນ.
ແບ່ງປັນທີ່ວາລະໄຂກອງປະຊຸມໃນວັນທີ 17 ທັນວາ, ທ່ານ ເລແອັງຕວັນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢືນຢັນວ່າ ການຫຼອກລວງທາງໄຊເບີແມ່ນບໍ່ມີພົມແດນ, ຕ້ອງການມີຄວາມມານະພະຍາຍາມລວມໝູ່ຂອງປະຊາຄົມສາກົນຕ້ານອາດຊະຍາກຳປະເພດນີ້; ພ້ອມກັນນັ້ນ, ທ່ານກໍ່ຮຽກຮ້ອງໃຫ້ບັນດາປະເທດ ສືບຕໍ່ເຊັນ, ໃຫ້ສັດຕະຍາບັນສົນທິສັນຍາ ຮ່າໂນ້ຍ ຕ້ານອາດຊະຍາກຳທາງໄຊເບີ ແລະ ເນັ້ນໜັກເຖິງການແບ່ງປັນຂໍ້ມູນ, ຫຼັກຖານເອເລັກໂຕນິກຢ່າງວ່ອງໄວ, ມີປະສິດທິຜົນ ແມ່ນປັດໄຈແກ່ນສານເພື່ອສະກັດກັ້ນ ແລະ ແກ້ໄຂອາດຊະຍາກຳນີ້.
(ແຫຼ່ງຄັດຈາກ VOV)