ບັນດາຜູ້ການໄດ້ຢືນຢັນວ່າ ດ້ວຍທ່າໄດ້ປຽບພົ້ນເດັນກ່ຽວກັບແຫຼ່ງຊັບພະນາກອນທະເລ, ໝູ່ເກາະ ແລະ ລະບົບມໍລະດົກທຳມະຊາດ, ວັດທະນະທຳທີ່ມີຊື່ສຽງ
ກວາງນິງ ພວມເພີ່ມຄວາມໄວໃນການຜັນຂະຫຍາຍບັນດາມາດຕະການມຸ່ງໄປເຖິງເລື່ອງກາຍເປັນສູນທ່ອງທ່ຽວພິເສດກິລາສະເພາະ ຕິດພັນກັບທຳມະຊາດ ແລະ ມໍລະດົກ. ນີ້ແມ່ນເນື້ອໃນທີ່ກອງປະຊຸມ “ພັດທະນາການທ່ອງທ່ຽວ ຕິດພັນກັບກິລາໃນບໍລິເວນຂວງ ກວາງນິງ 2025” ເຊິ່ງຈັດຂຶ້ນໃນວັນທີ 17 ທັນວາກ
ທີ່ກອງປະຊຸມສຳມະນາ, ບັນດາຜູ້ການໄດ້ຢືນຢັນວ່າ ດ້ວຍທ່າໄດ້ປຽບພົ້ນເດັນກ່ຽວກັບແຫຼ່ງຊັບພະນາກອນທະເລ, ໝູ່ເກາະ ແລະ ລະບົບມໍລະດົກທຳມະຊາດ, ວັດທະນະທຳທີ່ມີຊື່ສຽງ, ຄື: ອ່າວ ຮະລອງ, ບາຍຕືລອງ, ອຽນຕື… ແຂວງ ກວາງນິງ ມີເງື່ອນໄຂສະດວກເພື່ອຈັດບັນດາເຫດການກິລາທີ່ມີຂອບຂະໜາດໃຫຍ່, ຫຼາຍຮູບຫຼາຍແບບ ຈາກກິລາທາງນ້ຳ ຕະຫຼອດຮອດກິລາເທິງພູ.
ບັນດານັກຊ່ຽວຊານໃຫ້ຄຳສະເໜີແນະວ່າ ທາງແຂວງຕ້ອງຍູ້ແຮງວຽກງານໂຄສະນາ ແລະ ສ້າງເຄື່ອງໝາຍການຄ້າທ່ອງທ່ຽວກິລາສະເພາະໃຫ້ແຂວງ ກວາງນິງ, ພ້ອມກັບນັ້ນແມ່ນຍຸດທະສາດສື່ສານພິເສດ, ເພື່ອແນໃສ່ສ້າງຂີດໝາຍຢ່າງແຮງໃນໃຈແຂກທ່ອງທ່ຽວ. ທ່ານ ຫງວຽນຫວຽດຢຸງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກວາງນິງ, ໃຫ້ຮູ້ວ່າ:
“ຈາກການສັງເກດແຈ້ງຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຕາມແຕ່ລະບໍລິເວນ, ບັນດາວິສາຫະກິດ ແລະ ນັກຊ່ຽວຊານໄດ້ຊີ້ໃຫ້ເຫັນຄວາມຮຽກຮ້ອງເພີ່ມທະວີການເຊື່ອມຕໍ່ລະຫວ່າງເຈົ້າຂອງເຂົ້າຮ່ວມ, ລະຫວ່າງບັນດາທ້ອງຖິ່ນກັບວິສາຫະກິດ, ລະຫວ່າງບັນດາຫົວໜ່ວຍພ້ອມກັນຈັດເຫດການກ່ຽວກັບກິລາ, ການບໍລິການໄປພ້ອມ. ພ້ອມກັນນັ້ນ, ກໍ່ຕ້ອງພັດທະນາບັນດາຜະລິດຕະພັນ, ການບໍລິການກິລາ, ທ່ອງທ່ຽວ, ພັກເຊົາຕາມລະບົບມູນຄ່າ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຍູ້ແຮງການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນໃນການໂຄສະນາ, ການສື່ສານກ່ຽວກັບຜະລິດຕະພັນ, ຈຸດນັດພົບ”.
(ແຫຼ່ງຄັດຈາກ VOV)