ພາຍຫຼັງໄດ້ປະຕິບັດມາເປັນເວລາ 1 ປີ, ມະຕິເລກທີ 57-NQ/TW ຂອງກົມການເມືອງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ, ໃນເບື້ອງຕົ້ນໄດ້ພິສູດໃຫ້ເຫັນລັກສະນະທີ່ຖືກຕ້ອງ ແລະ ວິໄສທັດຍຸດທະສາດຂອງພັກ. ຈາກພື້ນຖານໃນເບື້ອງຕົ້ນ, ວິທະຍາເສດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຄ່ອຍໆໄດ້ໝູນໃຊ້ທົ່ວໄປຢູ່ບັນດາຂະແໜງການ, ທ້ອງຖິ່ນ, ກາຍເປັນກຳລັງໜູນຕົ້ນຕໍ, ນຳ ຫວຽດນາມ ບືນຕົວຂຶ້ນໃນວິວັດການພັດທະນາ.
ການບໍລິການສາທາລະນະທາງອອນໄລຢູ່ ວິ້ງລອງ (ພາບ: baovinhlong.com.vn)
ມະຕິເລກທີ 57-NQ/TW ຂອງກົມການເມືອງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ (ມະຕິເລກທີ 57) ໄດ້ປະກາດໃຊ້ເມື່ອວັນທີ 22 ທັນວາ ປີ 2024 ໃນສະພາບການທີ່ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄຳຮຽກຮ້ອງຕ້ອງບືນຕົວຂຶ້ນກ່ຽວກັບດ້ານຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ.
ຈາກລັດຖະນະໂຍບາຍໄປເຖິງການກະທຳຕົວຈິງ.
ຕາມຂໍ້ມູນຈາກຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ, ພາຍຫຼັງໄດ້ຜັນຂະຫຍາຍມາເປັນເວລາ 1 ປີ, ມະຕິ 57 ໄດ້ຄ່ອຍໆເຂົ້າສູ່ຊີວິດດ້ວຍບັນດາໝາກຜົນລະອຽດ, ສະແດງອອກຢູ່ອັດຕາສ່ວນສຳເລັດບັນດາໜ້າທີ່ທີ່ໄດ້ມອບໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຢູ່ລະບອບລະບຽບການກົດໝາຍ ແລະ ວຽກງານຫັນເປັນດີຈີຕອນ, ເຊິ່ງລ້ວນແຕ່ບັນລຸລະດັບສູງ.
ກົດປຸ່ມໂຄງການກໍ່ສ້າງພື້ນຖານໂຄງລ່າງຫັນເປັນດີຈີຕອນ ດັກລັກ (ພາບ: VOV)
ໃນຮູບພາບລວມນັ້ນ, ຫຼາຍທ້ອງຖິ່ນໄດ້ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ. ຈຸດພົ້ນເດັ່ນແມ່ນ ມະຕິເລກທີ 57 ໄດ້ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ ດ້ວຍການປ່ຽນແປງໃນຈິນຕະນາການນຳພາ, ຄຸ້ມຄອງ ແລະ ການກະທຳຢູ່ທຸກຂັ້ນ, ທຸກຂະແໜງ. ຈາກຕົວຈິງຢູ່ທ້ອງຖິ່ນ, ທ່ານ ຫງວຽນຮວິ່ງທ້ຽນ, ຮອງປະທານຄະນະກຳມະການ ປຊຊ ແຂວງ ວິ້ງລອງ ໃຫ້ຮູ້ວ່າ:
ມາອດປະຈຸບັນ, 100% ຕາແສງໃນບໍລິເວນແຂວງມີພື້ນຖານໂຄງລ່າງ Bandwidth, ຄື້ນໂທລະສັບມືຖື 3G, 4G ໄດ້ປົກຄຸມບ້ານ 100%, ນຳ 366 ສະຖານນີ BTS 5G ເຂົ້າເຄື່ອນໄຫວ, ໄດ້ເຊື່ອມຕໍ່ອົງການບໍລິຫານຂັ້ນແຂວງ ຮອດຂັ້ນຕາແສງ 100%, ບັນດາພະແນກ, ຄະນະ, ຂະແໜງການຂອງແຂວງ ໄດ້ສ້າງລະບົບເຄືອຂ່າຍ LAN (Bandwidth) 100%, ຜັນຂະຫຍາຍລະບົບກຳແພງໄຟຮັບປະກັນຄວາມປອດໄພ.
(ແຫຼ່ງຄັດຈາກ VOV)ທ່ານ ຫງວຽນຮຸຍຢຸ້ງ, ກຳມະການຄະນະຊີ້ນຳ, ຫົວໜ້າໜ່ວຍປະຕິບັດງານຜັນຂະຫຍາຍມະຕິເລກທີ 57 (ພາບ: VGP)
ເລື່ອງຜັນຂະຫຍາຍມະຕິເລກທີ 57 ໄດ້ໝູນໃຊ້ເຂົ້າໃນຊີວິດຕົວຈິງດ້ວຍວິທີທີ່ມີໄຫວພິບ, ປະດິດສ້າງ, ສອດຄ່ອງກັບເງື່ອນໄຂຕົວຈິງຂອງແຕ່ລະເຂດ, ແຕ່ລະຂະແໜງ. ຢູ່ແຂວງ ດັກລັກ, ມາຮອດປະຈຸບັນ, ກວ່າ 80% ໝາກຜົນຄົ້ນຄ້ວາໄດ້ໝູນໃຊ້ເຂົ້າໃນຕົວຈິງ, ໂດຍສຸມໃສ່ບັນດາຂົງເຂດກະສິກຳເຕັກໂນໂລຊີສູງ, ເຕັກໂນໂລຊີຊີວະສາດ, ການເກັບຮັກສາ-ປຸງແຕ່ງຜະລິດຕະພັນກະເສດ ແລະ ການຫັນເປັນດີຈີຕອນໃນການຄຸ້ມຄອງ. ທ່ານ ຟ້າມຢາຫວຽດ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ດັກລັກ ເນັ້ນໜັກວ່າ:
ພວກຂ້າພະເຈົ້າໄດ້ຜັນຂະຫຍາຍບັນດາຫົວເລື່ອງສະເພາະ, ລົງເລິກຂອງບັນດານັກວິທະຍາສາດ, ບົນພື້ນຖານນັ້ນມີຂໍ້ສະເໜີບັນດາເນື້ອໃນທີ່ກ່ຽວຂ້ອງ, ດ້ວຍບັນດາໜ້າທີ່ຈຸດສຸມ ເພື່ອໃຫ້ຄະນະກຳມະການ ປຊຊ ແຂວງ ກໍ່ຄືບັນດານັກວິທະຍາສາດແລກປ່ຽນ, ປຶກສາຫາລື, ເປັນເອກະພາບ. ຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າກໍ່ໄດ້ຈອງບັນດາອົງການຄຸ້ມຄອງແຫ່ງລັດ ເພື່ອໃຫ້ບັນດານັກວິທະຍາສາດມີແນວຄວາມຄິດແກ້ໄຂ, ລຸລ່ວງບັນດາແຫຼ່ງກຳລັງ ເພື່ອໃຫ້ມະຕິເລກທີ 57 ສາມາດໝູນໃຊ້ເຂົ້າໃນຊີວິດຢ່າງມີປະສິດທິຜົນກວ່າ.
ສຸມທຸກແຫຼ່ງກຳລັງປະຕິບັດມະຕິເລກທີ 57
ໝາກຜົນທີ່ບັນລຸໄດ້ໃນເບື້ອງຕົ້ນ ພາຍຫຼັງໄດ້ຜັນຂະຫຍາຍມະຕິເລກທີ 57 ເປັນເວລາ 1 ປີ ໄດ້ແຜ່ກະຈາຍຈິດໃຈນະວັດຕະກຳ, ການຫັນເປັນດີຈີຕອນຢ່າງແຮງ. ໄປຄຽງຄູ່ກັບການກຳນົດຈຸດສຸມບຸກທະລຸ, ປັດໄຈມະນຸດກໍ່ແມ່ນປັດໄຈແກ່ນສານ. ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຈະເສີມຂະຫຍາຍປະສິດທິຜົນໄດ້ ກໍ່ຕໍ່ເມື່ອໄດ້ວາງໃນຂອບເຂດລະບອບລະບຽບການສະດວກສະບາຍ, ຈະແຈ້ງ, ພ້ອມທັງໄດ້ນຳພາດ້ວຍຖັນແຖວການນຳທີ່ມີຄວາມສາມາດ. ດັ່ງນັ້ນ, ໃນກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຫວ່າງມໍ່ໆມານີ້, ທ່ານ ຫງວຽນຮຸຍຢຸ້ງ, ກຳມະການຄະນະຊີ້ນຳ, ຫົວໜ້າໜ່ວຍປະຕິບັດງານຜັນຂະຫຍາຍມະຕິເລກທີ 57 ໄດ້ເນັ້ນໜັກຄຳຮຽກຮ້ອງທີ່ວ່າ:
ບັນດາການນຳນຳໜ້າທ້ອງຖິ່ນຕ່າງໆ, ທ່ານເລຂາທິການ, ປະທານຊີ້ນຳການນຳໃຊ້ເຄື່ອງມືໃນເວັບໄຊ “nq57.vn” ໂດຍກົງຕາມແຕ່ລະວັນເພື່ອຕິດຕາມກວດກາ, ຄົ້ນພົບຈຸດອັດຕັນ, ແກ້ໄຂຢ່າງທັນການ. ຕ້ອງສຸມໃສ່ບຸລິມະສິດເຂົ້າໃນການບໍລິການສາທາລະນະລັດອອນໄລ ເພື່ອຮັບໃຊ້ ປຊຊ, ວິສາຫະກິດ; ຖືເປັນສຳຄັນການເຊື່ອມຕໍ່ລະຫວ່າງເຂດ ແລະ ການປ່ຽນແປງໃໝ່ຈິນຕະນາການກ່ຽວກັບການລົງທຶນ, ໃຫ້ບຸລິມະສິດການຈັດແຫຼ່ງກຳລັງ ເພື່ອປະຕິບັດບັນດາກິດຈະກຳ, ໂຄງການທີ່ສຳຄັນ.
ມະຕິເລກທີ 57 ໄດ້ເປີດທິດເດີນທີ່ຖືກຕ້ອງ ແລະ ທັນການໃຫ້ແກ່ການພັດທະນາປະເທດຊາດໃນໄລຍະໃໝ່. ເສັ້ນທາງໃນສະເພາະໜ້າໄດ້ຮຽກຮ້ອງຕ້ອງມີຄວາມຂ້ຽວຂາດກວ່າ ແລະ ແທດຈິງກວ່າ, ເພື່ອໃຫ້ ຫວຽດນາມ “ບໍ່ພຽງແຕ່ໄດ້ປະຕິບັດມະຕິເລກທີ 57 ສຳເລັດຜົນເທົ່ານັ້ນ”, ຫາກຍັງໄດ້ໄປທັນ ແລະ ກ້າວໄປພ້ອມກັບການພັດທະນາຂອງໂລກອີກດ້ວຍ./.