• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດຢ້ຽມຢາມ, ອວຍພອນພໍ່ແມ່ພີ່ນ້ອງຊາວຄຼິດ, ໂປເຕັດສະຕັງ ເນື່ອງໃນໂອກາດວັນບຸນຄຼິດສະມາດ

ທ່ານ ຈິ້ງວັນກວຽດ ໄດ້ຕີລາຄາສູງນ້ຳໃຈ “ເຄົາລົບພະເຢຊູ, ຮັກຊາດ” ຂອງພໍ່ແມ່ພີ່ນ້ອງຊາວຄຼິດ, ພິເສດແມ່ນບັນດາການເຄື່ອນໄຫວການກຸສົນ, ໜູນຊ່ວຍປະຊາຊົນເຂດຖືກໄພທຳມະຊາດໃນປີຜ່ານມາ.
(ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ໄປອວຍພອນວັນບຸນຄຼິດສະມາດ ຢູ່ເຂດຊາວຄຼິດນະຄອນ ໂຮ່ຈິມິນ)

ວັນທີ 17 ທັນວາ, ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ໄປອວຍພອນວັນບຸນຄຼິດສະມາດ ຢູ່ເຂດຊາວຄຼິດນະຄອນ ໂຮ່ຈິມິນ.

        ທີ່ການພົບປະກັບທ່ານ ຫງວຽນນັງ, ສັງຄະນາຍົກເຂດຊາວຄຼິດນະຄອນ ໂຮ່ຈີມິນ, ປະທານສະພາຄຸນພໍ່ ຫວຽດນາມ ພ້ອມກັບບັນດາຄຸນພໍ່, ນັກບວດ ແລະ ຜູ້ຕາງໜ້າພໍ່ແມ່ພີ່ນ້ອງຊາວຄຼິດ, ທ່ານ ຈິ້ງວັນກວຽດ ໄດ້ຕີລາຄາສູງນ້ຳໃຈ “ເຄົາລົບພະເຢຊູ, ຮັກຊາດ” ຂອງພໍ່ແມ່ພີ່ນ້ອງຊາວຄຼິດ, ພິເສດແມ່ນບັນດາການເຄື່ອນໄຫວການກຸສົນ, ໜູນຊ່ວຍປະຊາຊົນເຂດຖືກໄພທຳມະຊາດໃນປີຜ່ານມາ.

        ໃນວັນດຽວກັນ, ທີ່ການຢ້ຽມຢາມ ແລະ ອວຍພອນສະມາຄົມສາສະໜາໂປເຕັດສະຕັງ, ທ່ານ ຈິ້ງວັນກວຽດ, ປາດຖະໜາວ່າ ບັນດາຜູ້ມີຍົດສັກຕຳແໜ່ງ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງ, ຂົນຂວາຍຜູ້ເຊື່ອຖືສາສະໜາ ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ; ທ່ານກໍ່ເຊື່ອໝັ້ນວ່າ ຄວາມເຫັນດີເຫັນພ້ອມຂອງບັນດາສາສະໜາ ຈະເປັນກຳລັງໜູນສຳຄັນເພື່ອປະຕິບັດບັນດາລັດຖະນະໂຍບາຍຂອງພັກ, ລັດຢ່າງມີໄຊ ນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ.

        ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ ເກີນເທີ, ທ່ານ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ໄປຢ້ຽມຢາມ ແລະ ອວຍພອນວັນບຸນຄຼິດສະມາດປີ 2025 ຢູ່ສຳນັກສັງຄະລາດເຂດຊາວຄຼິດ ເກີນເທີ.

(ແຫຼ່ງຄັດຈາກ VOV)

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ ປະພາຄານ ໃນ ອາຊຽນ

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ “ປະພາຄານ” ໃນ ອາຊຽນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຮ່ວມມືກັນໃນການພັດທະນາໄຟຟ້ານິວເຄຼຍໂມດູນຂະໜາດນ້ອຍ; ສ້າງບັນດາໂຄງການຮ່ວມມືລະອຽດໃນຂົງເຂດສິນເຊື່ອກາກບອນ

Top