• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ “ປະພາຄານ” ໃນ ອາຊຽນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຮ່ວມມືກັນໃນການພັດທະນາໄຟຟ້ານິວເຄຼຍໂມດູນຂະໜາດນ້ອຍ; ສ້າງບັນດາໂຄງການຮ່ວມມືລະອຽດໃນຂົງເຂດສິນເຊື່ອກາກບອນ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງທີ່ການໂອ້ລົມທາງໂທລະສັບ)

ຕອນເຊົ້າວັນທີ 18 ທັນວາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Lawrence Wong, ນາຍົກລັດຖະມົນຕີ ສິງກະໂປ ເພື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນຫາພາກພື້ນ, ສາກົນຈຳນວນໜຶ່ງທີ່ຫາກໍ່ພົ້ນເດັ່ນຂຶ້ນຫວ່າງມໍ່ໆມານີ້.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຮ່ວມມືກັນໃນການພັດທະນາໄຟຟ້ານິວເຄຼຍໂມດູນຂະໜາດນ້ອຍ; ສ້າງບັນດາໂຄງການຮ່ວມມືລະອຽດໃນຂົງເຂດສິນເຊື່ອກາກບອນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໂດຍໄວ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ສິງກະໂປ ຈະເຂົ້າຮ່ວມບັນດາສູນການເງິນຂອງ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ, ສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ນຳການພົວພັນ ຫວຽດນາມ - ສິງກະໂປ ກາຍເປັນແບບຢ່າງດີເດັ່ນກ່ຽວກັບຄວາມສາມັກຄີ, ຮ່ວມມື ແລະ ໂອ້ລົມສົນທະນາຢູ່ພາກພື້ນ.

        ສ່ວນທ່ານນາຍົກລັດຖະມົນຕີ Lawrence Wong ເນັ້ນໜັກວ່າ, ສິງກະໂປ ປາດຖະໜາຢາກພ້ອມກັບ ຫວຽດນາມ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັ້ງຢ່າງແທດຈິງ, ກາຍເປັນ “ປະພາຄານ” ໃນ ອາຊຽນ ກ່ຽວກັບການຮ່ວມມືພ້ອມກັນໄຊຊະນະ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ນາຍົກລັດຖະມົນຕີ 2 ທ່ານ ປາດຖະໜາໃຫ້ ໄທ ແລະ ກຳປູເຈຍ ຈົ່ງລະງັບໃຈ, ບໍ່ນຳໃຊ້ອາວຸດ, ດຳເນີນການເຈລະຈາ, ແກ້ໄຂບັນດາບັນຫາໂດຍສັນຕິວິທີ. ການນຳ 2 ທ່ານກໍ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາສົມທົບກັນ, ເສີມຂະຫຍາຍປະສິດທິຜົນເມື່ອ ຫວຽດນາມ ເປັນປະເທດເຈົ້າພາບຈັດ APEC ແລະ ສິງກະໂປ ດຳລົງຕຳແໜ່ງປະທານ ອາຊຽນ ໃນປີ 2027.

(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດຢ້ຽມຢາມ, ອວຍພອນພໍ່ແມ່ພີ່ນ້ອງຊາວຄຼິດ, ໂປເຕັດສະຕັງ ເນື່ອງໃນໂອກາດວັນບຸນຄຼິດສະມາດ

ການນຳພັກ, ລັດຢ້ຽມຢາມ, ອວຍພອນພໍ່ແມ່ພີ່ນ້ອງຊາວຄຼິດ, ໂປເຕັດສະຕັງ ເນື່ອງໃນໂອກາດວັນບຸນຄຼິດສະມາດ

ທ່ານ ຈິ້ງວັນກວຽດ ໄດ້ຕີລາຄາສູງນ້ຳໃຈ “ເຄົາລົບພະເຢຊູ, ຮັກຊາດ” ຂອງພໍ່ແມ່ພີ່ນ້ອງຊາວຄຼິດ, ພິເສດແມ່ນບັນດາການເຄື່ອນໄຫວການກຸສົນ, ໜູນຊ່ວຍປະຊາຊົນເຂດຖືກໄພທຳມະຊາດໃນປີຜ່ານມາ.

Top