ຖ້າຖື EVFTA ເປັນເສັ້ນທາງດ່ວນ ລະຫວ່າງ ຫວຽດນາມ - ສະ ຫະພາບເອີຣົບ (EU) ບັນດາກົດລະບຽບແຫຼ່ງກໍາເນີດ, ມາດຕະ ຖານສິນຄ້າ ຈະຖືວ່າ ເປັນປິ້ ສຳລັບການຈໍລະຈອນ.
ໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ກວ່າໝູ່ ສຳລັບ ຫວຽດນາມ ເມື່ອ ເຂົ້າຮ່ວມ ສັນຍາ EVFTA ນັ້ນແມ່ນຂັ້ນຕອນການຜະລິດ, ແຫຼ່ງ ກຳເນີດ ແລະ ກວດສອບຄຸນນະພາບ ໃນບັນດາ ຂະແໜງການ ເພື່ອ ຕອບສະໜອງໄດ້ ບັນດາຄວາມຕ້ອງການ ຢ່າງເຄ່ັງຄັດ ກ່ຽວ ກັບ ການນຳເຂົ້າສູ່ຕະຫຼາດ ອີຢູ ກໍຄືບັນດາ ເງື່ອນໄຂ ເພື່ອໄດ້ຮັບ ບຸລິມະສິດ ຍົກເວັ້ນພາສີ ຂອງ EVFTA.
ໃນຕົວຈິງ, ບັນດາອຸປະສັກ ທາງດ້ານເຕັກນິກ ການຄ້າ ຂອງ ອີຢູ ໄດ້ກຳນົດ ຢ່າງສູງ. ຕົວຢ່າງ: ເຄື່ອງເຟີນີເຈີ ຂອງ ຫວຽດນາມ ຖ້າ ຢາກສົ່ງເຂົ້າ ອີຢູ ຕ້ອງຖືສຳຄັນທີສຸດ ບັນຫາແຫຼ່ງທ່ີມາ ຂອງ ໄມ້ ທີ່ໄດ້ຂຸດຄົ້ນ (ໃບຢັ້ງຢືນໄມ້ ຈາກປ່າທີ່ໄດ້ຮັບ ອະນຸຍາດ ຂຸດຄົ້ນ).
ສັນຍາການຄ້າ EVFTA ຄວບຄຸມຢ່າງເຂັ້ມງວດ ກ່ຽວກັບທ່ີມາ ຂອງ ຜະລິດຕະພັນ. ໂດຍສາເພາະ ສິນຄ້າຈະໄດ້ຖືວ່າ ມີຕົ້ນກຳ ເນີດ ຈາກຝ່າຍໜຶ່ງ (ຫວຽດນາມ ຫຼື ອີຢູ) ຖ້າຫາກວ່າ ຂໍ້ກຳນົດໃດ ໜຶ່ງ ໄດ້ຮັບການຕົກລົງຈາກທັງສອງຝ່າຍ ເຊ່ັນ: “ມີແຫຼ່ງກຳເນີດທ່ີ ຈະແຈ້ງ ຫຼື ໄດ້ຜະລິດທັງໝົດ ຢູ່ພາຍໃນປະເທດ ຂອງ ຝ່າຍສົ່ງ ອອກ. ບໍ່ມີຕົ້ນກຳເນີດ ການຜະລິດ ຫຼື ບໍ່ໄດ້ຜະລິດທັງໝົດ ຢູ່ ພາຍ ໃນປະເທດ ຂອງ ຝ່າຍສົ່ງອອກ, ແຕ່ຕອບສະໜອງ ໄດ້ບັນດາ ຄວາມຕ້ອງການ ຄື: ຄຸນຄ່າພາຍໃນບໍ່ຕໍ່າກວ່າ 40%...”.
ຕ່ອງໂສ້ປຸງແຕ່ງໝາກມ່ວງເພ່ືອສົ່ງອອກຂອງ ຫວຽດນາມ. ພາບ: VNA
ເຂົ້າໜົມໝາກພ້າວ ຮວ່າງອ໋ຽນ ສົ່ງອອກໄປຍັງເອີຣົບ ແລະ ສ ອາເມລິກາ ໄດ້ຜະລິດ ຈາກແຫຼ່ງວັດຖຸດິບເຂດປູກໝາກພ້າວ ແຂວງ ເບັ໋ນແຈ. ພາບ: VNP
ຕ່ອງໂສ້ປຸງແຕ່ງປາເຜາະ (Pangasius bocourti) ເພື່ອສົ່ງ ອອກ ຢູ່ເຂດທົ່ງພຽງແມ່ນຳ້ຂອງ. ພາບ: VNA
ຕາມຕົວເລກຂອງກົມໃຫຍ່ພາສີ, ວົງເງິນການຄ້າສົ່ງອອກໄມ້ ແລະ ເຄື່ອງຟໍນີເຈີ ຂອງ ຫວຽດນາມ ໃນປີ 2018 ເພີ່ມຂຶ້ນ ຫຼາຍສົມຄວນ, ບັນລຸ 8,909 ຕື້ໂດລາສະຫະລັດ,
ເພີ່ມຂຶ້ນ 15,7% ເມື່ີອທຽບກັບປີ 2017. ພາບ: VNP
ເຄື່ອງໝາຍການຄ້າ Kimmy’s Chocolate ໄດ້ເອົາ ວັດຖຸ ດິບ ມາຈາກເຂດປູກຕົ້ນກາກາວ ຂອງ ເຂດທົ່ງພຽງ ແມ່ນຳ້ ຂອງ. ພາບ: VNP
“K’Ho Coffee” ເປັນເຄື່ອງໝາຍການຄ້າກາເຟ ໂດຍ ຄູ່ຜົວ ເມຍ Joshua (ຊາວ ສ ອາເມລິກາ) ແລະ ເກີລຽງ ໂຣລານ (ຊາວເຜົ່າ ເກີຮໍ, ແຂວງ ເລີມດົ່ງ)
ເປັນຜູ້ກໍ່ສ້າງ ໄດ້ກາຍເປັນ ຕົວແທນໃຫ້ແກ່ລົດຊາດ ກາເຟ ຂອງ ເຂດພູພຽງ ລາງບຽນ. ພາບ: VNP Đồng)
|
ດັ່ງນັ້ນ, ສິນຄ້າ ທີ່ຖືວ່າ ເປັນສິນຄ້າຂອງ ຫວຽດນາມ ເມື່ອແຫຼ່ງ ກຳ ເນີດບໍລິສຸດ (WO) ຫຼື ໄດ້ຜະລິດທັງໝົດຢູ່ ຫວຽດນາມ. ຕົວແທນ ຂອງຄວາມຄິດນີ້ ແມ່ນບັນດາປະເພດສິນຄ້າ ໄດ້ຮັບການ ປູກ ແລະ ເກັບກ່ຽວທັງໝົດຢູ່ ຫວຽດນາມ ເປັນຕົ້ນຕໍ, ຕົວຢ່າງ: ໃນຂົງ ເຂດ ຜະລິດຕະພັນກະສິກຳ ແລະ ສິນໃນນຳ້.
ຂໍ້ກຳນົດ ຂອງ ການແຈ້ງຄວາມ ແມ່ນອະນຸຍາດ ໃຫ້ຂຶ້ນຢູ່ກັບຂະ ບວນການຜະລິດ, ແຮງງານຜະລິດ, ການປຸງແຕ່ງ. ບັນດາອົງ ການ, ບຸກຄົນ ສາມາດເລືອກເຟັ້ນ ແລະ ນຳໃຊ້ໜຶ່ງຄຳສັບ: “ຜະ ລິດຕະພັນ ຂອງ ຫວຽດນາມ” ຫຼື “ຜະລິດຕະພັນ ຫວຽດນາມ”; “ສິນຄ້າ ຂອງ ຫວຽດນາມ” ຫຼື “ສິນຄ້າ ຫວຽດນາມ”, ຫຼື “ສິນຄ້າ ຜະລິດ ຢູ່ ຫວຽດນາມ” ຫຼື “ຫວຽດນາມ ຜະລິດ”; “ປະດິດສ້າງ ທີ່ ຫວຽດນາມ” ຫຼື “ຫວຽດນາມ ປະດິດສ້າງ”... ເພື່ອສະແດງ ໃຫ້ ເຫັນວ່າ ເປັນສິນຄ້າ ຂອງ ຫວຽດນາມ ຢູ່ເທິງຍີ່ຫໍ້ສິນຄ້າ ຫຼື ຢູ່ ໃນເອກະສານ ຫຼື ຜະລິດຕະພັນ ບັນຈຸ ຂໍ້ມູນຂ່າວສານ ທີ່ກ່ຽວພັນ ເຖິງ ສິນຄ້ານັ້ນ.
ກ່າວປາໄສຊີ້ນຳ ທີ່ກອງປະຊຸມ ອອນລາຍ ສະຫຼຸບ ທົ່ວຂະແໜງ ການ ການເງິນ 6 ເດືອນ ຕົ້ນປີ ຊຶ່ງໄດ້ຈັດຂຶ້ນ ໃນກາງ ເດືອນ ກໍລະ ກົດ ຜ່ານມາ, ທ່ານ ເວືອງດິ່ງເຫວ້, ຮອງນາຍົກລັດຖະມົນຕີ ໄດ້ ຮຽກຮ້ອງ ກະຊວງ ການເງິນ, ກົມໃຫຍ່ພາສີ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພີ່ມທະວີ ການຄວບຄຸມ, ສະກັດກັ້ນ ສະພາບການ ສໍ້ໂກງດ້ານການຄ້າ, ປອມແປງແຫຼ່ງກຳເນີດສິນຄ້າ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ກ່າວວ່າ ກຳລັງ ມີປະ ກົດການ ສິນຄ້າຕ່າງປະະເທດ ນຳເຂົ້າມາ ຫວຽດນາມແລ້ວ ຖືກ ປະປົນກັບສິນຄ້າ ຢູ່ພາຍໃນ, ເຮັດໃຫ້ ກາຍເປັນສິນຄ້າ ຂອງ ຫວຽດນາມ ເພື່ອສົ່ງອອກໄປຍັງບັນດາປະເທດ ເພື່ອໄດ້ຮັບບຸລິມະ ສິດດ້ານພາສີ. ສຳລັບກໍລະນີນີ້, ທ່ານ ຮອງນາຍົກລັດຖະມົນຢັ້ງ ຢືນວ່າ ຈະບໍ່ຜ່ອນຜັນ, ພິເສດແມ່ນ ບັນດາຮູບການລົງທຶນ ເລັດ ລອດ, ພາຍໃຕ້ວິສາຫະກິດ ມີທຶນຕ່າງປະເທດ (FDI) ເພື່ອນໍາ ເຂົ້າ ສິນຄ້າບໍ່ມີແຫຼ່ງກຳເນີດມາ ຕິດຍີ່ຫໍ້ ເປັນສິນຄ້າມີແຫຼ່ງກຳເນີດ ມາຈາກ ຫວຽດນາມ.
ຫວຽດນາມ ໄດ້ມີຄວາມພະຍາຍາມ ດ້ວຍ ບັນດາ ກົດລະບຽບ ແລະ ມາດຕະຖານຕົ້ນກຳເນີດ ເພື່ອໃຫ້ສິນຄ້າ ສາມາດຈໍລະຈອນ ຕະຫຼອດເສັ້ນທາງດ່ວນ ອີຢູ ໄດ້ເປັນຢ່າງດີ.
ບົດ: VNP ສັງລວມ - ພາບ: VNP, VNA