ທີ່ເຫດການ, ບັນດາຜູ້ແທນຂອງ 2 ປະເທດຖືວ່າ, 2 ຝ່າຍຕ້ອງໝູນໃຊ້ໂອກາດຢ່າງສຸດຂີດໃນບັນດາສັນຍາການຄ້າຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ອິນເດຍ
ທ່ານ ບຸນຈຸງເທືອງ, ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳ ອິນເດຍ (ພາບ: TTXVN)
ເພື່ອແນໃສ່ໜູນຊ່ວຍວິສາຫະກິດ ຫວຽດນາມ ຍົກສູງກຳລັງແກ່ງແຍ້ງ ແລະ ພັດທະນາຢູ່ຕະຫຼາດ ອິນເດຍ, ປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ອິນເດຍ, ວັນທີ 26 ມີນາ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ໄດ້ສົມທົບກັບຫ້ອງການການຄ້າ - ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ PHD ຂອງ ອິນເດຍ ຈັດກອງປະຊຸມສຳມະນາການແລກປ່ຽນການຄ້າ ແລະ ເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ອິນເດຍ. ເຫດການໄດ້ຈັດຂຶ້ນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.
ທີ່ເຫດການ, ບັນດາຜູ້ແທນຂອງ 2 ປະເທດຖືວ່າ, 2 ຝ່າຍຕ້ອງໝູນໃຊ້ໂອກາດຢ່າງສຸດຂີດໃນບັນດາສັນຍາການຄ້າຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ອິນເດຍ, ສັນຍາການຄ້າການບໍລິການລະຫວ່າງ ອາຊຽນ ແລະ ອິນເດຍ; ເພີ່ມທະວີ ແລະ ຍົກສູງກຳລັງສົ່ງເສີມການຄ້າດ້ວຍເລື່ອງ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນ. 2 ປະເທດກໍ່ຕ້ອງເພີ່ມທະວີການສົມທົບກັນແລກປ່ຽນຂໍ້ມູນ, ອັບເດດນະໂຍບາຍການຄ້າ, ການລົງທຶນໃຫ້ແກ່ກັນ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການພົວພັນແລກປ່ຽນ, ການຮ່ວມມືໃນຫຼາຍຂົງເຂດ…
(ແຫຼ່ງຄັດຈາກ VOV)