• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ ສຳເລັດໜ້າທີ່ ການຕ່າງປະເທດຄູ່ ເປັນຢ່າງດີ

ປີ 2020 ເປັນຂີດໝາຍປະຫວັດສາດ ສຳລັບວຽກງານ ການຕ່າງປະ ເທດ ຫວຽດນາມ, ໂດຍສະເພາະຢ່າງຍິ່ງແມ່ນການຕ່າງ ປະເທດ ຫຼາຍຝ່າຍ ໃນຂະນະ ເປັນຄັ້ງທຳອິດທີ່ ຫວຽດນາມ ໄດ້ຮັບກຽດ ດໍາ ລົງ ຕໍາແໜ່ງເປັນປະທານ ASEAN ແລະ ສະມາຊິກບໍ່ຖາວອນ ສະ ພາ ຄວາມໝັ້ນຄົງ ສະຫະປະຊາຊາດ ໃນເວລາດຽວກັນ. ຮັກສາ ບົດບາດຄູ່ ກັບພາລະກິດສຳຄັນຄູ່, ແຕ່ຫວຽດນາມ ໄດ້ສໍາເລັດ ໜ້າ ທີ່ດີເລີດ, ໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກ. 
ຫວຽດນາມ ມີຂໍ້ສະດວກຫຼາຍຢ່າງ ຍ້ອນມີທີ່ຕັ້ງ, ບົດບາດ ແລະ ຊື່ ສຽງ ທ່ີນັບມື້ສູງເດັ່ນ ໃນເວທີສາກົນ, ແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຮັກຫອມສັນຕິພາບ, ນະໂຍບາຍ “ເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເສີມຂະຫຍາຍບົດບາດ ໃນກົນໄກຫຼາຍຝ່າຍ, ໂດຍສະເພາະຢ່າງຍິ່ງແມ່ນ ASEAN ແລະ ສະປະຊາຊາດ” ຂອງ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. 
 
ເພື່ອສຳເລັດພາລະສຳຄັນ ທີ່ປະຊາຄົມໂລກ ມອບໝາຍໃຫ້ ຈະ ຕ້ອງກຳນົດ ນີ້ແມ່ນໜຶ່ງ ໃນບັນດາໜ້າທີ່ການເມືອງ ທີ່ສຳຄັນແຖວ ໜ້າ ຂອງ ພັກ ແລະ ລັດ"
ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ
ສຳລັບ ສປຊ, ບົນຈິດໃຈ “ຄູ່ຮ່ວມມື ເພື່ອສັນຕິພາບ ທີ່ໝັ້ນຄົງ”, ຫວຽດນາມ ຍາມໃດກໍຖືສຳຄັນ ການເຄົາລົບ ກົດບັດ ສປຊ, ບັນດາ ຫຼັກການພື້ນຖານ ຂອງ ກົດໝາຍສາກົນ. ສະໜັບສະໜູນຊອກ ຫາວິ ທີການແກ້ໄຂຂໍ້ຂັດແຍ່ງໃນພາກພື້ນ ແລະ ສາກົນ ໂດຍຜ່ານການເຈ ລະຈາ, ໂດຍຄໍານຶງເຖິງຜົນປະໂຫຍດ ອັນຊອບທຳຂອງຝ່າຍຕ່າງໆ ທີ່ມີສ່ວນກ່ຽວຂ້ອງ. ຍາມໃດກໍພ້ອມ ທີ່ຈະແບ່ງປັນປະສົບການ ໃນ ການສ້າງສາ ແລະ ພັດທະນາປະເທດຊາດ, ເຊື່ອມໂຍງເຂົ້າກັບ ສາກົນ ແລະ ພາກພື້ນ.

ໃນເດືອນ ມັງກອນ ຫວຽດນາມ ໄດ້ດໍາລົງຕຳແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ ເປັນເວລາໜຶ່ງເດືອນ. ພາຍໃຕ້ຂໍ້ລິເລີ່ມ ຂອງ ຫວຽດນາມ, ສະພາຄວາມໝັ້ນຄົງ ໄດ້ມີການເຄື່ອນ ໄຫວທີ່ ໄດ້ເຂົ້າສູ່ປະຫວັດສາດ, ນັ້ນແມ່ນ ຈັດຕັ້ງວາລະປະຊຸມ ກ່ຽວກັບ ການຮ່ວມມືລະຫວ່າງ ສປຊ ແລະ ASEAN. ເປັນຄັ້ງທຳອິດ ສະພາ ຄວາມໝັ້ນຄົງ ມີຈຳນວນບົດກ່າວປາໄສຫຼາຍສຸດ ທ່ີເຄີຍມີມາ ຄື 111 ບົດ. ນີ້ກໍເປັນຄັ້ງທຳອິດ ສະພາຄວາມໝັ້ນຄົງ ສະເໜີ ຖະແຫຼງ ການຕ່າງຫາກ ວ່າດ້ວຍກົດບັດ ສປຊ.

ບັນດາປະເທດໃຫ້ຄວາມສຳຄັນ ແລະ ຮັບຟັງຄວາມເຫັນ ຂອງ ຫວຽດນາມ ໃນການມີສ່ວນຮ່ວມແກ້ໄຂບັນຫາທີ່ສັບສົນ ຢູ່ພາກພື້ນ ອາຊີ ເຊັ່ນ: ອີຣານ, ຮົງກົງ, ຍະໄຂ່ (ມຽນມາ)... ຫາງສຽງຈາກສື່ ມວນຊົນ ແລະ ນັກວິຊາການສາກົນ ມີຄໍາເຫັນຢ່າງຕັ້ງໜ້າ ກ່ຽວກັບ ການປະກອບສ່ວນຂອງ ຫວຽດນາມ ທີ່ສະພາຄວາມໝັ້ນຄົງ, ພິເສດ ແມ່ນ ມີຂໍ້ສັງເກດວ່າ ຫວຽດນາມ ເປັນຈຸດເດັ່ນສົນໃຈ ຂອງ ທົ່ວ ໂລກ ກັບທີ່ຕັ້ງ, ອິດທິພົນ ແລະ “ພາລະສຳຄັນຄູ່” ໃນປີ 2020.



ເອກອັກຄະລັດຖະທູດ ດັ້ງດິ່ງກິ໋ວ, ຫົວໜ້າຄະນະຜູ້ຕາງໜ້າ ປະຈຳ ຫວຽດນາມ ທີ່ ສະຫະປະຊາຊາດ (ສປຊ). ພາບ: VNA


ວັນທີ 30 ມັງກອນ 2020, ທີ່ລັດ ນິວຢອກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປະຊຸມ ວ່າດ້ວຍການພົວພັນຮ່ວມມື ລະຫວ່າງ ສປຊ ແລະ ASEAN ໃນວຽກງານຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ພາຍໃຕ້ການເປັນປະທານຂອງ ຫວຽດນາມ, ປະທານສະພາຄວາມໝັ້ນຄົງ ສປຊ ເດືອນມັງກອນ 2020, ວາລະປະຊຸມດັ່ງກ່າວ ມີການເຂົ້າຮ່ວມ ຂອງ ເລຂາທິການໃຫຍ່ ສປຊ António Guterres ແລະ ເລຂາທິການໃຫຍ່ ASEAN Lim Jock Hoi. ໃນພາບ: ເອກອັກຄະລັດຖະທູດ ບັນດາປະເທດ ASEAN ຖ່າຍຮູບເປັນທີ່ລະນຶກ ກັບ ເລຂາທິການໃຫຍ່ ASEAN Lim Jock Hoi. ພາບ: VNA


ພາບລວມໃນກອງປະຊຸມເວທີ ສົນທະນາ ວ່າດ້ວຍ ການພົວພັນ ຮ່ວມມືລະຫວ່າງ ສປຊ ແລະ ASEAN ໃນວຽກງານ ຮັກສາ ສັນຕິພາບ
ແລະ ຄວາມໝັ້ນຄົງສາກົນ ພາຍໃຕ້ ການເປັນ ປະທານຊີ້ນຳ ຂອງ ຫວຽດນາມ, ປະທານສະພາຄວາມໝັ້ນຄົງ ເດືອນມັງກອນ 2020. ພາບ: VNA



ວັນທີ 21 ມັງກອນ 2020, ທີ່ສຳນັກງານ ສປຊ ຢູ່ ນິວຢອກ (ສ ອາເມລິກາ), ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນມັງກອນ 2020,  ເອກອັກຄະລັດຖະທູດ ດັ້ງດິ່ງກິ໋ວ, ຫົວໜ້າຄະນະຜູ້ຕາງໜ້າ ປະຈຳ ຫວຽດນາມ ທີ່ ສປຊ, ເປັນປະທານຊີ້ນຳ ໃນກອງປະຊຸມເວທີ ສົນທະນາເປີດ ຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ສະຖານະການ ປາແລັສຕິນ-ອິດສະຣາແອນ. ພາບ: ຄັກຮ໋ຽວ/VNA


ວັນທີ 9 ມັງກອນ 2020, ທີ່ສຳນັກງານ ສປຊ ຢູ່ ນິວຢອກ (ສ ອາເມລິກາ), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຟ້າມບິ່ງມິນ ໄດ້ເປັນປະທານຊີ້ນຳ ໃນວາລະປະຊຸມເວທີ ສົນທະນາເປີດຂັ້ນລັດຖະມົນຕີ ຂອງ ສະພາຄວາມໝັ້ນຄົງ ສປຊ ພາຍໃຕ້ຫົວຂໍ້ທີ່ວ່າ: “ສະເຫຼີມສະຫຼອງ 75 ປີ ວັນ ສປຊ: ເຄົາລົບກົດບັດ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”.
ກວ່າ 100 ປະເທດ ເຂົ້າຮ່ວມໄດ້ ກ່າວ ປາໄສ. ເລຂາທິການໃຫຍ່ ສປຊ Antonio Guterres ໄດ້ກ່າວປາໄສທີ່ພິທີດັ່ງກ່າວ. ພາບ: ຄັກຮ໋ຽວ/VNA



ການພົວພັນການຕ່າງປະເທດ ໄດ້ເປີດກວ້າງ ແລະ ນັບມື້ນັບ ເຂົ້າສູ່ລວງເລິກ, ຫວຽດນາມ ໄດ້ມີການພົວພັນກັບ ກວ່າ 189 ປະເທດ ແລະ ເຂດແຄວ້ນ.
ໃນພາບ: ກຳລັງເສນາຮັກໂຮງໝໍ ພາກສະໜາມຂັ້ນ 2 ເລກ 1 ຂອງ ຫວຽດນາມ ເຂົ້າຮ່ວມ ຄະນະຜູ້ແທນ ຮັກສາສັນຕິພາບ ຂອງ ສປຊ ຢູ່ ຊູດັງໃຕ້. ພາບ: VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມ ວາລະ ການ ປະຊຸມຄົບຄະນະ ກອງປະຊຸມຂັ້ນສູງ ກ່ຽວກັບ ຕົວເມືອງສະຫຼາດ ASEAN 2020 ໂດຍຄະນະເສດຖະກິດສູນກາງ
ແລະ ກະຊວງກໍ່ສ້າງ ເປັນປະທານຮ່ວມ ຈັດຕັ້ງ ຕາມຮູບແບບໂດຍກົງ ແລະ ທາງໄກ, ຕອນບ່າຍວັນທີ 22 ຕຸລາ 2020, ທີ່ຮ່າໂນ້ຍ. ພາບ: ຖົ໋ງເຍິດ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານ ASEAN 2020 ກ່າວປາໄສ ໄຂກອງປະຊຸມຂັ້ນສູງ ASEAN ຄັ້ງທີ 36 ຕາມຮູບແບບທາງໄກ, ຕອນເຊົ້າວັນທີ 26 ມີຖຸນາ 2020 ທີ່ ຮ່າໂນ້ຍ. ພາບ: VNA


ຕອນບ່າຍ ວັນທີ 3 ມີນາ 2020, ທີ່ ຮ່າໂນ້ຍ,  ຫົວໜ້າຄະນະ ຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ໄດ້ຕ້ອນຮັບ ກຸ່ມແມ່ຍິງ ປະຊາຄົມ ASEAN
ໂດຍປະທານກິຕິມະສັກ ກຸ່ມ ຫງວຽນຫງວຽດງາ ເປັນຫົວໜ້າຄະນະ. ພາບ: ເຟືອງຮວາ/VNA



ຕອນບ່າຍວັນທີ 3 ເມສາ 2020 ທີ່ ຮ່າໂນ້ຍ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫງວຽນກວັກຢຸ້ງ ໄດ້ມອບອຸປະກອນ ການແພດ ຂອງລັດຖະບານ
ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ສປປ ລາວ ເພື່ອການປ້ອງກັນ ແລະ ສະກັດກັ້ນ COVID-19. ພາບ: ເຢືອງຢາງ/VNA



ຕອນເຊົ້າວັນທີ 29 ເມສາ 2020, ເອກອັກຄະລັດຖະທູດ ຫວຽດນາມປະຈຳ ລາຊະອານາຈັກ ກຳປູເຈຍ ຫວູກວາງມິງ, ຜູ້ຕາງໜ້າສະມາຄົມກາແດງ ຫວຽດນາມ ໄດ້ມອບຂອງຂວັນ ແມ່ນອຸປະກອນການແພດຂອງ ສະມາຄົມກາແດງ ຫວຽດນາມ ຊຶ່ງລວມມີ ຜ້າອັດປາກ 60.000 ຜືນ ແລະ ໂສ້ງເສື້ອປ້ອງກັນຕົວ 300 ຊຸດ ສົ່ງເຖິງ ສະມາຄົມກາແດງ ກຳປູເຈຍ ແນໃສ່ ປະກອບສ່ວນ
ຊ່ວຍເຫຼືອສະມາຄົມກາແດງ ແລະ ປະຊາຊົນ ກຳປູເຈຍໃນການປ້ອງກັນ ແລະ ຕ້ານ COVID-19. ພາບ: ຫງວຽນຫວູຮຸ່ງ/VNA



ຕອນບ່າຍວັນທີ 6 ມັງກອນ 2020, ທີ່ ຮ່າໂນ້ຍ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານ ASEAN 2020  ແລະ ບັນດາຜູ້ແທນ ປະຕິບັດພິທີເປີດ ເວັບໄຊ ASEAN 2020  . ພາບ: ຖົ໋ງເຍິດ/VNA


ວັນທີ 23 ພະຈິກ 2020 (ເວລາທ້ອງຖິ່ນ), ສະມັດຊາໃຫຍ່ ສປຊ ຊຸດທີ 75 ໄດ້ພິຈາລະນາ ແລະ ຮັບຮອງເອົາ ດ້ວຍການເຫັນພ້ອມ ມະຕິວ່າດ້ວຍ ການຮ່ວມມື ASEAN-ສປຊ, ກັບ 110 ປະເທດ ຮ່ວມອຸປະຖຳ, ບັນລຸສະຖິຕິ ກ່ຽວກັບຈຳນວນປະເທດ ຮ່ວມອຸປະຖຳ ນັບຕັ້ງແຕ່ມະຕິດັ່ງກ່າວ ໄດ້ວາງອອກຄັ້ງທຳອິດ ທີ່ສະມັດຊາໃຫຍ່ ສປຊ ປີ 2020.
ໃນຖານະເປັນປະທານ ASEAN 2020, ຫວຽດນາມ ເປັນປະເທດຕາງໜ້າ ASEAN ເປັນປະທານຊີ້ນຳ ການຮຽບຮຽງ ເນື້ອໃນ ແລະ ເຈລະຈາມະຕິ. ພາບ: ຫືວແທງ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຄ້ອນຕີໄມ້ ໃຫ້ແກ່ ເອກອັກຄະລັດຖະທູດ ບຣຸໄນ ປະຈຳ ຫວຽດນາມ, ປະເທດຮັກສາ ບົດບາດເປັນປະທານ ASEAN 2021. ພາບ: ວັນດຽບ/VNA


ຕອນບ່າຍວັນທີ 15 ພະຈິກ 2020, ທີ່ ຮ່າໂນ້ຍ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານ ASEAN 2020 ເຂົ້າຮ່ວມພິທີປິດ ກອງປະຊຸມ ຂັ້ນສູງ ASEAN ຄັ້ງທີ 37
ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ແລະ ມອບບົດບາດປະທານ ASEAN ໃຫ້ແກ່ ບຣູໄນ ດາຣູ ຊາ ລາມ ຕາມຮູບແບບທາງໄກ.
ໃນພາບ: ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານ ASEAN 2020 ແລະ ບັນດາຜູ້ແທນ. ພາບ: ຖົ໋ງເຍິດ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານ ASEAN 2020 ເປັນສັກຂີພິຍານ ໃນພິທີລົງນາມໃນສັນຍາ ຄູ່ຮ່ວມມືເສດຖະກິດ ຮອບດ້ານພາກພື້ນ (RCEP). ພາບ: ຖົ໋ງເຍິດ/VNA


ຕອນເຊົ້າວັນທີ 15 ພະຈິກ 2020, ທີ່ ຮ່າໂນ້ຍ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານ ASEAN 2020  ແລະ ເລຂາທິການໃຫຍ່ ສປຊ António Guterres ເປັນປະທານຮ່ວມ
ໃນກອງປະຊຸມຂັ້ນສູງ ASEAN-ສປຊ ຄັ້ງທີ 11 ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA

ຫວຽດນາມ ຍັງໄດ້ສະແດງໃຫ້ເຫັນ ເຖິງຄວາມອາດສາມາດ ໃນ ການເປັນປະທານ, ຊີ້ນໍາວຽກງານ ຂອງ ບັນດາອົງການຈັດຕັ້ງທ່ີຂຶ້ນ ກັບ ສະພາຄວາມໝັ້ນຄົງ ໂດຍກົງທີ່ ຫວຽດນາມ ເປັນປະທານ, ໂດຍສະເພາະຢ່າງຍິ່ງແມ່ນ ຄະນະກຳມະການ ຕິດຕາມການປະ ຕິ ບັດມະຕິ ຂອງ ສະພາຄວາມໝັ້ນຄົງ ກ່ຽວກັບ ຊູດັງໃຕ້ (ຊຶ່ງ ຫວຽດ ນາມ ກຳລັງຜັນຂະຫຍາຍ ໂຮງໝໍພາກສະໜາມຂັ້ນ 2 ເລກ 2 ສໍາ ເລັດຜົນ). 
 
"ດ້ວຍຄວາມເຫັນດີ ເປັນເອກະພາບ ແລະ ຄວາມມຸ່ງໝັ້ນ ຢ່າງແຂງ ແຮງ, ພວກເຮົາຈະເຮັດໃຫ້ບັນລຸເປົ້າໝາຍ ສໍາລັບປະຊາຄົມ ASEAN, ເພື່ອ ປະຊາຊົນ ASEAN".
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ສຳລັບ ASEAN, ເມື່ອຫວນຄືນໜຶ່ງປີຜ່ານມາ ກັບຫົວຂໍ້ທີ່ວ່າ: “ສະ ໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວ”, ຫວຽດນາມ ໄດ້ ຈັດຕັ້ງສຳເລັດຕາມຮູບແບບທາງໄກ ແລະ ເຄິ່ງທາງໄກ ບັນດາກອງ ປະຊຸມຂັ້ນສູງ 36 ແລະ 37, ພ້ອມກັບກອງປະຊຸມຂັ້ນ ລັດ ຖະມົນຕີ ແລະ ທຽບເທົ່າລັດຖະມົນຕີ ກວ່າ 30 ຄັ້ງ ແລະ ກອງປະຊຸມປຶກສາ ຟັງຄວາມຄິດເຫັນນັບຫຼາຍສິບຄັ້ງ. ພິເສດ, ກອງປະຊຸມ ຂັ້ນສູງ ASEAN ຄັ້ງທີ 37 ມີ 20 ກອງປະຊຸມທີ່ກ່ຽວຂ້ອງ ແລະ ມີ ເອກະ ສານ ກວ່າ 80 ສະບັນໄດ້ຮັບຮອງເອົາ. ນີ້ແມ່ນຈຳນວນເອກະ ສານ ໄດ້ຮັບຮອງເອົາຫຼາຍສຸດໃນບັນດາກອງປະຊຸມຂອງ ASEAN.

ໂດຍອາໄສສິ່ງດັ່ງກ່າວ, ບັນດາຂໍ້ລິເລີ່ມເຊັ່ນ: ກອງທຶນ ASEAN ຮັບມືຕໍ່ໂລກລະບາດ, ສາງສໍາຮອງອຸປະກອນການແພດສຸກເສີນ ພາກພື້ນ ຫຼື ສູນ ASEAN ຮັບມືກັບ ກໍລະນີສຸກເສີນດ້ານສາ ທາລະ ນະສຸກ ແລະ ການລະບາດເກີດຂຶ້ນໃໝ່ ຕ່າງກໍໄດ້ ບັນດາ ປະເທດ ຕອບສະໜອງ ແລະ ເຂົ້າຮ່ວມຢ່າງກະຕືລືລົ້ນ.

ດ້ວຍຄວາມພະຍາຍາມຂອງ ຫວຽດນາມ, ສັນຍາ ຄູ່ຮ່ວມມືເສດຖະ ກິດ ຮອບດ້ານພາກພື້ນ (RCEP) ໄດ້ຮັບການລົງນາມ ແລະ ຖືວ່າ ເປັນຜົນງານທີ່ໃຫຍ່ຫຼວງທີສຸດຂອງກຸ່ມໃນປີນີ້, ຊ່ວຍຢືນຢັນຄືນໃໝ່ ບົດບາດເປັນໃຈກາງ ຂອງ ASEAN ໃນໂຄງປະກອບເສດຖະກິດ ຂອງ ອາຊີຕາເວັນອອກ. 

 
ບົດ: VNP ສັງລວມ - ພາບ: VNA

30 ປີແຫ່ງການພົວພັນ ສສ ຫວຽດນາມ - ສ ອາເມລິກາ: ຈາກອະດີດ ສັດຕູ ກາຍເປັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ

30 ປີແຫ່ງການພົວພັນ ສສ ຫວຽດນາມ - ສ ອາເມລິກາ: ຈາກອະດີດ ສັດຕູ ກາຍເປັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ

ພາຍຫຼັງ 50 ປີ ສິ້ນສຸດສົງຄາມ ແລະ 30 ປີ ແຫ່ງການສ້າງຕັ້ງສາຍ ພົວພັນ ທາງການທູດ ລະຫວ່າງ ສສ ຫວຽດນາມ ແລະ ສ ອາເມລິກາ (12 ກໍລະກົດ 1995 – 12 ກໍລະກົດ 2025), ການພົວພັນ ລະຫວ່າງ ສອງປະເທດ ໄດ້ມີບາດກ້າວ ຢ່າງໃຫຍ່ຫຼວງ, ສອດຄ່ອງກັບຄວາມ ປາດຖະໜາ ແລະ ຜົນປະໂຫຍດ ຂອງປະຊາຊົນ ສອງປະເທດ, ພ້ອມ ທັງປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ອາຊີ-ປາຊີຟິກ ກໍຄືໃນທົ່ວໂລກ.

Top