ສືບຕໍ່ປະຫວັດສາດ ອັນສະຫງ່າລາສີ, ສຳນັກຂ່າວສານ ຫວຽດນາມ ພ້ອມກັບປະເທດຊາດ ກ້າວເຂົ້າສູ່ຍຸກໃໝ່
ເນື່ອງໃນໂອກາດສະເຫຼີມສະຫຼອງ ສຳນັກຂ່າວສານ ຫວຽດນາມ (VNA) ຄົບຮອບ 80 ປີ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນ ຍາ 2025), ສະຫາຍທ່ານນາງ ຫວູ໊ຫວຽດຈາງ, ເລຂາຄະນະພັກ, ຜູ້ ອຳນວຍການໃຫຍ່ ສຳນັກຂ່າວສານ ຫວຽດນາມ ໄດ້ສະຫຼະເວລາແລກປ່ຽນກ່ຽວກັບການປະກອບສ່ວນອັນສຳຄັນ ຂອງ VNA ໃນພາ ລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກໍຄືທິດທາງໃຫຍ່ຂອງຂະແໜງການ ເພື່ອປັບຕົວເຂົ້າກັບການປ່ຽນແປງ ຂອງເຕັກໂນໂລຊີ ແລະ ທ່າອ່ຽງການສື່ສານ, ສືບຕໍ່ຢັ້ງຢືນ ຖານະເປັນສຳນັກຂ່າວສານ ຫຼັກ, ອົງການສື່ສານແຫ່ງຊາດ ໃນໄລຍະໃໝ່.
ຂີດໝາຍ 80 ປີ ທີ່ຮ່ວມເດີນທາງກັບຊາດ
* ນັກຂ່າວ: ຮຽນສະຫາຍ ທ່ານນາງຜູ້ອຳນວຍໃຫຍ່, ຕະຫຼອດ 80 ປີທີ່ຜ່ານມາ, ສຳນັກຂ່າວສານ ຫວຽດນາມ ໄດ້ມີການປະກອບສ່ວນສຳຄັນໃນພາ ລະກິດການປະຕິວັດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ຄືແນວໃດ?
* ສະຫາຍ ທ່ານນາງ ຜູ້ອຳນວຍການໃຫຍ່ ຫວູ໊ຫວຽດຈາງ: ໃນລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ ຂອງຊາດ, ວັນທີ 15 ກັນຍາ 1945, ຈາກສະ ຖານີ ວິທະຍຸກະຈາຍສຽງ ແບັກມາຍ, ຫວຽດນາມ ສຳນັກຂ່າວສານ (ປັດຈຸບັນແມ່ນ ສຳນັກຂ່າວສານ ຫວຽດນາມ) - ອົງການ ສື່ມວນຊົນທີ່ຕັ້ງຊື່ໂດຍ ປະທານ ໂຮ່ຈີມິນ - ໄດ້ອອກຂ່າວໄປທົ່ວໂລກ ກ່ຽວກັບຖະແຫຼງການເອກະລາດ ພ້ອມດ້ວຍບັນຊີລາຍຊື່ ບັນດາສະມາຊິກລັດຖະບານຊົ່ວຄາວ ເປັນສາມພາສາຄື: ຫວຽດນາມ, ອັງກິດ, ຝຣັ່ງ, ເພື່ອແຈ້ງຂ່າວ ກ່ຽວກັບການປະກາດ ສ້າງຕັ້ງປະເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ. ວັນປະຫວັດສາດ ດັ່ງກ່າວ ເປັນຂີດໝາຍສຳຄັນ ໃນຂະບວນການສ້າງຕັ້ງ, ກໍ່ສ້າງ ແລະ ພັດທະນາຂອງ ສຳນັກຂ່າວສານ ຫວຽດນາມ ແລະ ກາຍເປັນວັນມູນເຊື້ອ ຂອງ ຂະແໜງຂ່າວສານ ແຫ່ງຊາດ.
ໃນສອງສົງຄາມຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ແລະ ຈັກກະພັດ ອາເມລິກາ (1945-1975), ກໍຄືໃນການຕໍ່ສູ້ ປົກປັກຮັກສາຊາຍແດນ ພາກຕາເວັນຕົກສ່ຽງໃຕ້, ຊາຍແດນພາກເໜືອ ແລະ ປະຕິບັດ ໜ້າທີ່ສາກົນຢູ່ ລາວ, ກຳປູເຈຍ, ຖັນແຖວພະນັກງານ, ນັກຂ່າວ, ພະນັກງານເຕັກນິກ ຂອງ ຫວຽດນາມ ສຳນັກຂ່າວສານ ບໍ່ພຽງແຕ່ເປັນນັກຂ່າວ ເທົ່ານັ້ນ, ແຕ່ຍັງເປັນນັກຮົບຕົວຈິງອີກດ້ວຍ. ດ້ວຍແຮງບັນດານໃຈ ຈາກຄຳສອນຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ ສຳນັກຂ່າວສານ ຫວຽດນາມ ວ່າ: “ຂ່າວສານຍິ່ງໄວ, ການຕໍ່ຕ້ານຍິ່ງໄດ້ຮັບໄຊຊະນະໄວ”, ພວກເຂົາເຈົ້າໄດ້ມີໜ້າຢູ່ທຸກເສັ້ນທາງ, ທຸກສະໜາມຮົບ, ທັງຮ່ວມສູ້ຮົບ ທັງປະຕິບັດໜ້າທີ່ ບັນທຶກຂ່າວສານ, ຮູບພາບປະຫວັດສາດ ເພື່ອສະໜອງໃຫ້ສູນກາງພັກ, ລັດຖະບານ ແລະ ບັນດາອົງການສື່ມວນຊົນ.
ຂ່າວສານ ຫຼາຍສະບັບ, ພາບຖ່າຍ ຫຼາຍແຜ່ນຈາກບັ້ນຮົບ ດ້ຽນບຽນຝູ 1954, ກອງປະຊຸມ ເຊີແນວ, ການບຸກໂຈມຕີຄັ້ງໃຫຍ່ ແລະ ລຸກຮືຂຶ້ນ ປີວອກ 1968, ບັ້ນຮົບ ໂຮ່ຈີມິນ ປີ 1975... ໄດ້ສ້າງຂີດໝາຍ ກ່ຽວກັບຈິດໃຈ ກ້າຫານເດັດດ່ຽວ ຂອງບັນດານັກຂ່າວ-ນັກຮົບ ສຳ ນັກຂ່າວສານ ຫວຽດນາມ. ວັນທີ 30 ເມສາ 1975, ຫວຽດນາມ ສຳ ນັກຂ່າວສານ ເປັນກຽດໄດ້ອອກຂ່າວໄຊຊະນະ, ສ້າງຂີດໝາຍແຫ່ງການປົດປ່ອຍພາກໃຕ້, ສິ້ນສຸດສົງຄາມ ຕໍ່ສູ້ ຕ້ານຈັກກະພັດ ອາເມ ລິກາ ກູ້ຊາດຢ່າງມີໄຊ, ເປີດໄລຍະສະໄໝແຫ່ງການທ້ອນໂຮມປະ ເທດຊາດເປັນເອກະພາບ, ທົ່ວປະເທດກ້າວຂຶ້ນສູ່ສັງຄົມນິຍົມ.
ໃນການເດີນທາງນັ້ນ, ນັກຂ່າວ, ນັກເຕັກນິກ, ພະນັກງານ ຂອງ ສຳ ນັກຂ່າວສານ ຫວຽດນາມ ເກືອບ 260 ຄົນໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ. ນັກຂ່າວ ເຈິ່ນກິມຊວ໋ຽນ, ຜູ້ຮັບຜິດຊອບຄົນທຳອິດຂອງ ຫວຽດນາມ ສຳນັກຂ່າວສານ ໄດ້ເສຍສະຫຼະຊີວິດ ໃນປີ 1947 ຢູ່ເຂດ ເດີ່ມແຊນ, ຕາແສງ ຫງອກເຊີນ, ເມືອງ ເຈືອງໝີ໊, ແຂວງ ຮ່າໄຕ (ປັດຈຸບັນແມ່ນຕາແສງ ເຈືອງໝີ໊, ຮ່າໂນ້ຍ), ກາຍເປັນນັກຮົບຜູ້ທຳອິດ ຂອງ ວົງການສື່ມວນຊົນ ປະຕິວັດ ຫວຽດນາມ.
ປະກອບສ່ວນເຂົ້າໃນປະຫວັດສາດ ອັນຍິ່ງໃຫຍ່ ຂອງ ສຳນັກຂ່າວ ສານຫວຽດນາ ໃນໄລຍະສົງຄາມ ຕໍ່ຕ້ານຈັກກະພັດ ອາເມລິກາ ຢ່າງກ້າຫານ, ບໍ່ສາມາດບໍ່ກ່າວເຖິງທີ່ຕັ້ງ, ບົດບາດຂອງ ສຳນັກຂ່າວສານ ປົດປ່ອຍ - ທີ່ເປັນ “ແຂນຕໍ່ຍາວ” ຂອງ ຫວຽດນາມ ສຳນັກຂ່າວສານ ຢູ່ພາກໃຕ້. ໃນ 15 ປີ ແຫ່ງການເຄື່ອນໄຫວ (1960-1975), ສຳນັກຂ່າວສານ ປົດປ່ອຍ ພ້ອມກັບ ຫວຽດນາມສຳນັກຂ່າວສານ ໄດ້ຄຽງບ່າຄຽງໄຫຼ່ ກັບທະຫານ, ປະຊາຊົນ ໃນແຕ່ລະບັ້ນຮົບ ເພື່ອໃຫ້ມີບັນດາບົດຂ່າວ, ຮູບຖ່າຍ ສະທ້ອນໃຫ້ເຫັນເຖິງຄວາມຮຸນແຮງຂອງສົງຄາມ ພ້ອມທັງຈິດໃຈຮັກຊາດ ຂອງບັນດານັກຮົບປົດປ່ອຍ ແລະ ປະຊາຊົນ ພາກໃຕ້.
ຫຼັງຈາກວັນທ້ອນໂຮມປະເທດຊາດ ເປັນເອກະພາບ, ຫວຽດນາມ ສຳນັກຂ່າວສານ ແລະ ສຳນັກຂ່າວສານ ປົດປ່ອຍ ໄດ້ໂຮມເຂົ້າກັນດ້ວຍຊື່ເອີ້ນວ່າ ຫວຽດນາມ ສຳນັກຂ່າວສານ (ຕໍ່ມາໄດ້ປ່ຽນເປັນ ສຳ ນັກຂ່າວສານ ຫວຽດນາມ). ນັບແຕ່ນັ້ນມາ, ສຳນັກຂ່າວສານ ຫວຽດ ນາມ ໄດ້ກ້າວສູ່ໄລຍະການກໍ່ສ້າງ, ພັດທະນາໃໝ່ ໃນຖານະເປັນສຳນັກຂ່າວສານແຫ່ງຊາດ ທີ່ມີເຄືອຂ່າຍນັກຂ່າວ ປະຈຳການ ຢູ່ທົ່ວທຸກແຂວງ, ນະຄອນ ໃນທົ່ວປະເທດ ແລະ ຫຼາຍອົງການປະຈຳການຢູ່ຕ່າງປະເທດ. ກົງຈັກການຈັດຕັ້ງ, ທີມງານພະນັກງານ, ນັກຂ່າວ, ນັກບັນນາທິການ, ພະນັກງານໄດ້ຮັບການເພີ່ມທະວີ, ພື້ນຖານວັດຖຸດ້ານເຕັກນິກ ໄດ້ປັບປຸງ ໃຫ້ທັນສະໄໝ ຂຶ້ນເທື່ອລະກ້າວ.
ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດສັງຄົມນິຍົມ, ກໍຄືໄລຍະປ່ຽນແປງໃໝ່, ສຳນັກຂ່າວສານ ຫວຽດນາມ ສືບຕໍ່ພັດທະນາຢ່າງແຂງແຮງໃນທຸກດ້ານ, ປະຕິບັດໜ້າທີ່ເປັນເປັນສຳນັກຂ່າວຍຸດທະສາດ, ເປັນທ່ີໄວເນື້ອເຊື່ອໃຈ ຂອງ ພັກ ແລະ ລັດ ຢູ່ສະເໝີ; ເປັນແຫຼ່ງຂ່າວ ເປັນທາງການ ຮັບໃຊ້ບັນດາອົງການສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ; ຕໍ່ສູ້ຕ້ານຖ້ອຍທຳນອງ ທີ່ບໍ່ຖືກຕ້ອງ... ປະກອບສ່ວນເຂົ້າ ໃນໄຊຊະນະອັນສະຫງ່າລາສີ, ມີຄວາມໝາຍທາງປະຫວັດສາດ, ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ຂະບວນການປ່ຽນແປງໃໝ່ ຂອງ ປະເທດຊາດ.
ຈາກເປັນພຽງແຕ່ການອອກຂ່າວ, ຮູບຖ່າຍ ໃຫ້ບັນດາອົງການສື່ມວນຊົນ, ສຳນັກຂ່າວສານ ຫວຽດນາມ ໄດ້ສະໜອງຂໍ້ມູນໂດຍກົງ ໃຫ້ມວນຊົນ ດ້ວຍຫຼາຍສິ່ງພິມ ທີ່ສ້າງຊື່ສຽງ ໃນລະບົບສື່ສານມວນຊົນໃນເວລານັ້ນ. ປີ 1982, ໜັງສືພິມ ກິລາ ແລະ ວັດທະນະທຳ ໄດ້ ຖືກສ້າງຕັ້ງຂຶ້ນ. ຕໍ່ມາປີ 1983, ໜັງສືພິມຂ່າວລາຍອາທິດ ແລະຂ່າວ ວິທະຍາສາດ ເຕັກນິກ ແລະ ເສດຖະກິດໂລກ ລາຍອາທິດ ໄດ້ຖືກສ້າງຕັ້ງຂຶ້ນ. ຕົ້ນຊຸມປີ 1990, ໜັງສືພິມ Vietnam news, Le Courrier du Vietnam, Vietnam Law ແລະ Legal Forum ໄດ້ຖືກພິມຈຳໜ່າຍ, ພ້ອມກັບໜັງສືພິມຂ່າວຕອນແລງ ແລະ ຂ່າວພາບເຂດ ພູດອຍ ແລະ ຊົນເຜົ່າ.
ວັນທີ 19 ສິງຫາ 1998, ສຳນັກຂ່າວສານ ຫວຽດນາມ ໄດ້ເປີດເວັບໄຊ www.vnanet.net, ກາຍເປັນໜຶ່ງໃນບັນດາອົງການສື່ມວນຊົນທຳອິດ ຂອງ ຫວຽດນາມ ທີ່ເຄື່ອນໄຫວເທິງເຄືອຂ່າຍອິນເຕີເນັດ, ສິ້ນສຸດ 53 ປີຂອງການອອກຂ່າວຕ່າງປະເທດດ້ວຍຄື້ນສັ້ນ ນັບຕັ້ງ ແຕ່ ຂ່າວທຳອິດ ຄືຖະແຫຼງການເອກະລາດ.
ກ້າວເຂົ້າສູ່ສະຕະວັດ ທີ XXI, ສຳນັກຂ່າວສານ ຫວຽດນາມ ໄດ້ກາຍເປັນກຸ່ມສື່ສານມວນຊົນ ທ່ີຫຼາກຫຼາຍຮູບແບບ ໂດຍມີສື່ທຸກປະເພດຄື: ໜັງສືພິມພິມ, ໜັງສືພິມເອເລັກໂຕຣນິກ, ໂທລະພາບ, ຮູບຖ່າຍໜັງສືພິມ, podcast ແລະ ພາບ ກຣາບຟິກ, ມີໜ້າຢູ່ທຸກ ພື້ນຖານ. ມາຮອດປັດຈຸບັນ ເຄືອຂ່າຍນັກຂ່າວ ສຳນັກຂ່າວສານ ຫວຽດນາມ ບໍ່ພຽງແຕ່ມີຢູ່ທົ່ວທຸກແຂວງ, ນະຄອນໃນປະເທດ, ແຕ່ຍັງມີຢູ່ 30 ພື້ນທີ່ສຳຄັນ, ຍຸດທະສາດໃນທົ່ວໂລກ, ນຳເອົາຄວາມປາດຖະໜາ ຂອງ ຫວຽດນາມ ອອກສູ່ໂລກ, ພ້ອມທັງນຳໂລກເຂົ້າໃກ້ກັບ ຫວຽດນາມ ຍິ່ງຂຶ້ນ.
ຢູ່ຕົ້ນທາງ ຂອງ ຂ່າວສານ, ເຖິງແມ່ນວ່າ ຈະປະເຊີນໜ້າກັບອັນຕະ ລາຍ ຈາກໄພທຳມະຊາດ, ນ້ຳຖ້ວມ, ພະຍາດລະບາດ ຫຼື ໃນເຂດສົງຄາມທ່ີຮຸນແຮງ, ຢູ່ບັນດາເກາະ, ຊາຍແດນທີ່ຫ່າງໄກ, ຜູ້ທີ່ເຮັດວຽກດ້ານຂ່າວສານ ແມ່ນບໍ່ໄດ້ທ້ໍຖອຍ ເຖິງໄພອັນຕະລາຍ, ໄດ້ສົ່ງບັນດາຂ່າວສານ, ຮູບພາບ ທີ່ທັນການ. ການເສຍສະຫຼະ ຂອງບັນ ດາຜູ້ທີ່ເຮັດວຽກດ້ານຂ່າວສານ, ຄວາມຜູກພັນອັນສະໜິດສະໜົມກັບປະຊາຊົນ ແລະ ທ້ອງຖິ່ນ, ຄວາມກ້າຫານໃນການໝູນໃຊ້ ເຕັກໂນໂລຊີ ເຂົ້າໃນຂະບວນການເຮັດວຽກ, ຢຶດໝັ້ນກັບຄຸນຄ່າຫຼັກຂອງການສື່ສານ ໄດ້ຊ່ວຍໃຫ້ ສຳນັກຂ່າວສານ ຫວຽດນາມ ສ້າງອອກຜະລິດຕະພັນ ການສື່ສານທີ່ມີຄຸນນະພາບ, ໄດ້ຮັບກຽດໃນຂັ້ນສູງສຸດ ໃນບັນດາລາງວັນ ສື່ມວນຊົນແຫ່ງຊາດ ແລະ ສາກົນ.
ການຈັດຕັ້ງກົງຈັກຄືນໃໝ່ ແລະ ການຫັນເປັນ ດີຈີຕອນ ແມ່ນສອງ ຄື້ນໃຫຍ່ ທີ່ກຳລັງກຳນົດ “ການໄຫຼວຽນ” ຂອງ ສື່ມວນຊົນຍຸກໃໝ່. ໃນການເດີນທາງນັ້ນ, ສຳນັກຂ່າວສານຫວຽດນາມ ບໍ່ໄດ້ຢືນຢູ່ນອກ, ແຕ່ໄດ້ເລືອກທີ່ຈະປະເຊີນໜ້າ, ປັບຕົວ ແລະ ເປັນເຈົ້າການລຸກຂຶ້ນສູ້. ການປະຕິບັດມະຕິ 18 ໃນໄລຍະຕົ້ນ ແມ່ນບໍ່ສາມາດຫຼີກລ່ຽງຄວາມຫຍຸ້ງຍາກທາງດ້ານຈິດໃຈໄດ້. ການໂຮມຕົວ, ການຈັດໂຄງສ້າງຄືນໃໝ່, ການຫຼຸດ ອົງການແມ່ນຄືກັບ “ການຜ່າຕັດຄັ້ງໃຫຍ່” ທີ່ເຕັມໄປດ້ວຍຄວາມທ້າທາຍ, ແຕ່ມັນຈຳເປັນ.
ດ້ວຍຄວາມແບ່ງປັນ ແລະ ຄຸນນະທາດ, ດ້ວຍຄວາມມານະພະຍາ ຍາມທີ່ຈະຮ່ວມເດີນທາງກັບພະນັກງານ ແລະ ຜູ້ອອກແຮງງານ, ຄະ ນະການນຳ ສຳນັກຂ່າວສານ ຫວຽດນາມ ໄດ້ຫັນສິ່ງທ້າທາຍ ເປັນພະລັງແຮງ, ນຳສະເໜີແນວທາງທີ່ສົມເຫດສົມຜົນ, ຈັດຕັ້ງໂຄງສ້າງຄືນໃໝ່, ໂຮມເຂົ້າກັນ ເປັນໜ່ວຍງານໃໝ່ເຊັ່ນ: ໜັງສືພິມຂ່າວ ແລະ ຊົນເຜົ່າ, ໜັງສືພິມ Vietnam news ແລະ Law, ສູນເນື້ອຫາ ດີຈີຕອນ ແລະ ການສື່ສານ... ບັນດາໜ່ວຍງານ ໄດ້ເລີ່ມຕົ້ນຈັດຕັ້ງອົງ ການພາຍໃນຢ່າງມີປະສິດທິຜົນ, ຕອບສະໜອງຄວາມຕ້ອງການທີ່ຈະບໍ່ຢຸດຊະງັກໜ້າທີ່ທາງການເມືອງ.
ຕະຫຼອດໄລຍະ 80 ປີ ທີ່ຮ່ວມເດີນທາງກັບປະເທດຊາດ, ສຳນັກຂ່າວສານ ຫວຽດນາມ ໄດ້ເປັນທ່ີຍອມຮັບຈາກພັກ, ລັດ ແລະ ປະ ຊາຊົນ, ໄດ້ຮັບສາມນາມມະຍົດ ວິລະຊົນ ເຊັ່ນ: ວິລະຊົນແຮງງານ ໃນໄລຍະປ່ຽນແປງໃໝ່ (ປີ 2001) ແລະ ສອງນາມມະຍົດວິລະຊົນ ກຳລັງປະກອບອາວຸດ ປະຊາຊົນ (ປີ 2005 ໃຫ້ສຳນັກຂ່າວສານ ຫວຽດນາມ ແລະ ປີ 2020 ໃຫ້ສຳນັກຂ່າວສານປົດປ່ອຍ), ພ້ອມດ້ວຍຫຼາຍລາງວັນ ອັນຊົງກຽດເຊັ່ນ: ຫຼຽນໄຊ ດາວຄຳ, ຫຼຽນໄຊ ໂຮ່ຈີມິນ ສາມຫຼຽນ, ຫຼຽນໄຊ ເອກະລາດ ຊັ້ນໜຶ່ງ ສອງຫຼຽນ...
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນມູນເຊື້ອ ຄົບຮອບ 80 ປີ, ພັກ ແລະ ລັດ ໄດ້ຕັດສິນໃຈ ປະດັບຫຼຽນໄຊ ໂຮ່ຈີມິນ ຄັ້ງທີ 3 ໃຫ້ແກ່ ສຳນັກຂ່າວສານ ຫວຽດນາມ. ນີ້ແມ່ນລາງວັນອັນຊົງກຽດ ຂອງ ພັກ, ລັດ ທີ່ໄດ້ຮັບຮູ້ ການປະກອບສ່ວນ ຂອງ ສຳນັກຂ່າວສານ ຫວຽດ ນາມ ຕໍ່ພາລະກິດການປະຕິວັດ ຂອງພັກ ແລະ ຂອງຊາດ; ພ້ອມທັງເປັນຄຳເຕືອນ ໃຫ້ພະນັກງານ, ນັກຂ່າວ, ນັກບັນນາທິການທຸກຄົນ ຂອງຂະແໜງການ ສືບຕໍ່ພະຍາຍາມ ປະຕິບັດໜ້າທີ່ທາງການເມືອງ ໃຫ້ດີ, ຮັບໃຊ້ທີ່ໄດ້ວຽກ ແກ່ພາລະກິດການປະຕິວັດ ຂອງພັກ ແລະ ຄວາມຕ້ອງການ ເຂົ້າເຖິງຂໍ້ມູນ ທີ່ຖືກຕ້ອງ, ທັນການ ຂອງ ປະຊາ ຊົນ.
ສຳນັກຂ່າວສານ ຫວຽດນາມ ນຳໜ້າໃນການຫັນເປັນ ດີຈີຕອນ, ສ້າງຂະບວນການຜະລິດ ຂໍ້ມູນຂ່າວສານ ທີ່ດີທີ່ສຸດ
* ນັກຂ່າວ: ຮຽນສະຫາຍທ່ານນາງ ຜູ້ອຳນວຍການໃຫຍ່, ສຳນັກຂ່າວສານ ຫວຽດນາມ ຈະປັບຕົວເຂົ້າກັບການປ່ຽນແປງ ຂອງເຕັກໂນໂລຊີ ແລະ ທ່າອ່ຽງການສື່ສານ ໃນປັດຈຸບັນແນວໃດ ເພື່ອສືບຕໍ່ຢັ້ງຢືນຖານະ ໃນສະພາບການໃໝ່?
* ສະຫາຍທ່ານນາງ ຜູ້ອຳນວຍການໃຫຍ່ ຫວູ໊ຫວຽດຈາງ: ເສີມຂະຫຍາຍບັນດາຜົນໄດ້ຮັບໃນໄລຍະທີ່ຜ່ານມາ, ໃນໄລຍະໃໝ່, ຄະນະ ຜູ້ບໍລິຫານ ສຳນັກຂ່າວສານ ຫວຽດນາມ ໄດ້ກຳນົດວ່າ ຈະເປັນຜູ້ຊີ້ນຳ, ນຳພາ ການຈັດຕັ້ງປະຕິບັດ ບັນດາໂຄງການວຽກງານ ຢ່າງມີປະສິດທິຜົນ, ສໍາເລັດໜ້າທີ່ທາງການເມືອງໄດ້ດີ, ຢັ້ງຢືນ ແລະ ຍົກສູງບົດບາດ, ຖານະຂອງ ສຳນັກຂ່າວສານ ຫວຽດນາມ ໃນລະບົບສື່ສານມວນຊົນ ປະຕິວັດ ຫວຽດນາມ ໃນໄລຍະໃໝ່.
ປະຕິບັດຕາມການຊີ້ນຳ ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ທີ່ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ສຳນັກຂ່າວສານ ຫວຽດ ນາມ ຄັ້ງທີ 27 ອາຍຸການ 2025-2030, ສຳນັກຂ່າວສານ ຫວຽດ ນາມ ສືບຕໍ່ພະຍາຍາມ ເສີມຂະຫຍາຍມູນເຊື້ອທີ່ສະຫງ່າອົງອາດ ຂອງ ອົງການຂ່າວສານແຫ່ງຊາດ, ຮັກສາຄວາມສາມັກຄີ; ເສີມຂະ ຫຍາຍປະຊາທິປະໄຕ, ປ່ຽນໃໝ່ແນວຄິດ, ປະດິດສ້າງ ໃນການຜັນຂະຫຍາຍໂຄງການ, ການເຄື່ອນໄຫວ, ສົມກັບຄວາມໄວ້ເນື້ອເຊື່ອໃຈ ຂອງ ພັກ, ຂອງປະຊາຊົນ ແລະ ມູນເຊື້ອອັນສະຫງ່າລາສີ ຂອງຂະແໜງຂ່າວສານແຫ່ງຊາດ.
ນອກຈາກນັ້ນ, ສຳນັກຂ່າວສານ ຫວຽດນາມ ສືບຕໍ່ເປັນຜູ້ບຸກເບີກ, ເປັນແບບຢ່າງ, ເປັນອັນດັບໜຶ່ງ ໃນຂົງເຂດແນວຄິດ, ປົກປັກຮັກສາພັກ; ປົກປັກຮັກສາລະບົບການເມືອງ, ຮັບໃຊ້ຜົນປະໂຫຍດຂອງປະເທດ, ຂອງປະຊາຊົນ; ປະກອບສ່ວນປະຕິບັດສອງໜ້າທີ່ຍຸດທະສາດ: ການປົກປັກຮັກສາ ແລະ ສ້າງສາປະເທດຊາດ; ເປັນຜູ້ບຸກ ເບີກໃນການໝູນໃຊ້ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ, ຫັນເປັນ ດີຈີຕອນ ແລະ ເຊື່ອມໂຍງສາກົນ, ຮ່ວມກັບພາລະ ກິດການປະຕິວັດ ຂອງ ພັກ ແລະ ປະຊາຊົນ.
ສຳນັກຂ່າວສານ ຫວຽດນາມ ກຳນົດຈະສືບຕໍ່ພັດທະນາເປັນອົງ ການ ຂ່າວສານແຫ່ງຊາດ ທີ່ມີຊື່ສຽງສູງ ໃນພາກພື້ນ ແລະ ທົ່ວໂລກ; ເປັນແຫຼ່ງສະໜອງຂໍ້ມູນຂ່າວສານ ທີ່ເປັນທາງການ, ຖືກຕ້ອງ, ໜ້າເຊື່ອຖື ແລະ ອຸດົມສົມບູນ ໃຫ້ແກ່ລະບົບການສື່ສານ ແລະ ປະຊາ ຊົນ ທັງພາຍໃນ ແລະ ຕ່າງປະເທດ, ບັນລຸປະສິດທິພາບສູງ ໃນການໂຄສະນາພາຍໃນ, ຕ່າງປະເທດ ແລະ ຮັບໃຊ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດ; ມີພື້ນຖານເຕັກໂນໂລຊີ ທັນສະໄໝ ແລະ ທີມງານນັກຂ່າວ, ນັກບັນນາທິການ ທີ່ນັບມື້ນັບເປັນມືອາຊີບ; ສ້າງແຫຼ່ງລາຍຮັບທີ່ໝັ້ນຄົງ.
ສຳນັກຂ່າວສານ ຫວຽດນາມ ໄດ້ຈັດຕັ້ງປະຕິບັດ ສູນຂໍ້ມູນ, ລະບົບ ເຊີເວີ, ເຄືອຂ່າຍພາຍໃນ ຄວາມໄວສູງ, ເຄືອຂ່າຍການສົ່ງຂໍ້ມູນ ແລະ ດາວທຽມ, ຕອບສະໜອງ ການຜະລິດ - ການແຈກຈ່າຍຂໍ້ມູນຕະຫຼອດ 24 ຊົ່ວໂມງ/7 ວັນ ທັງພາຍໃນ ແລະ ສາກົນ. ພ້ອມກັນນັ້ນ, ຍົກລະດັບພື້ນຖານ, ຄວາມສາມາດໃນການຈັດແກ້, ການເກັບຮັກສາເພີ່ມຂຶ້ນສອງເທົ່າ, ແບນວິດ ອິນເຕີເນັດ (bandwidth). ເຄືອຂ່າຍການສົ່ງຂໍ້ມູນແບບສະເພາະ ແລະ ບໍລິການແຈກຈ່າຍເນື້ອຫາ (CDN) ໄດ້ຖືກປັບປຸງໃຫ້ດີທີ່ສຸດ, ຄລາວຄອມພິວຕິ້ງ (cloud computing) ແລະ ເຕັກໂນໂລຊີ ຄວາມປອດໄພຫຼາຍຊັ້ນ ໄດ້ຖືກຜັນຂະຫຍາຍ, ສ້າງພື້ນຖານທີ່ຍືດຫຍຸ່ນ, ໝັ້ນຄົງ, ມີຄວາມພ້ອມສູງ.
ໂດຍສະເພາະ, ສຳນັກຂ່າວສານ ຫວຽດນາມ ຈະຍູ້ແຮງ, ສ້າງການຫັນປ່ຽນຢ່າງແຂງແຮງ ໃນການປະຕິບັດ ໜ້າທີ່ ຂໍ້ມູນຂ່າວສານ ຍຸດທະສາດ ຂອງ ອົງການຂ່າວສານແຫ່ງຊາດ; ມີຄວາມສາມາດ ໃນການຜະລິດ ແລະ ສະໜອງຜະລິດຕະພັນສື່ມວນຊົນ ທີ່ມີຄຸນນະ ພາບ, ໃຫ້ຂໍ້ມູນຄົບຖ້ວນທຸກດ້ານ ຂອງ ຊີວິດການເມືອງ, ເສດຖະ ກິດ, ວັດທະນະທຳ, ສັງຄົມ, ວິທະຍາສາດ ແລະ ເຕັກໂນໂລຊີ...; ເປັນ “ທະນາຄານ” ສະໜອງຂໍ້ມູນ ເພື່ອຮັບໃຊ້ວຽກງານການນຳພາ, ການຊີ້ນຳ ຂອງ ພັກ, ລັດ, ບັນດາອົງການຄົ້ນຄວ້າ, ລະບົບການສື່ມວນຊົນ ພາຍໃນ ແລະ ຕ່າງປະເທດ; ມີຄວາມສາມາດ ໃນການຜະລິດ ຜະລິດຕະພັນການສື່ສານ ທີ່ມີການແຜ່ກະຈາຍຢ່າງກວ້າງ ຂວາງ.
ສຳນັກຂ່າວສານ ຫວຽດນາມ ຜ່ານຜ່າສິ່ງທ້າທາຍ, ປັບຕົວໃນທຸກສະພາບການ
* ນັກຂ່າວ: ຮຽນສະຫາຍທ່ານນາງ ຜູ້ອຳນວຍການໃຫຍ່, ໃນສະ ພາບການໃໝ່, ສຳນັກຂ່າວສານ ຫວຽດນາມ ຕ້ອງປະເຊີນກັບສິ່ງທ້າທາຍໃດ ແລະ ມີແນວທາງໃດເພື່ອເອົາຊະນະສິ່ງທ້າທາຍເຫຼົ່ານັ້ນ?
* ສະຫາຍທ່ານນາງ ຜູ້ອຳນວຍການໃຫຍ່ ຫວູ໊ຫວຽດຈາງ: ໃນຂະ ບວນການປະຕິບັດ ບັນດາເປົ້າໝາຍສຳຄັນ, ສຳນັກຂ່າວສານ ຫວຽດນາມ ກໍ່ຕ້ອງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ໃນນັ້ນ, ສິ່ງທ້າທາຍ ກ່ຽວກັບແຫຼ່ງຊັບພະຍາກອນ ແມ່ນໃຫຍ່ທີ່ສຸດ. ແຫຼ່ງງົບປະມານ ຂອງ ສຳນັກຂ່າວສານ ຫວຽດນາມ ໃນໄລຍະທີ່ຜ່ານມາ ມີການຫຼຸດລົງຢ່າງເຫັນໄດ້ຊັດ, ໃນຂະນະທີ່ຍັງຕ້ອງໃຊ້ງົບປະມານ ການລົງທຶນຂອງລັດທີ່ຈຳກັດ ເພື່ອພັດທະນາລະບົບພື້ນຖານໂຄງລ່າງດ້ານເຕັກນິກ ແລະ ເຕັກໂນໂລຊີ. ການຮັບພະນັກງານ ໄວໜຸ່ມ ເພື່ອຕອບສະໜອງຄວາມຕ້ອງການ ຂອງການສື່ສານຍຸກໃໝ່ ກໍ່ພົບຄວາມຫຍຸ້ງຍາກ ຍ້ອນງົບປະມານຈຳກັດ.
ພ້ອມກັນນັ້ນ, ສຳນັກຂ່າວສານ ຫວຽດນາມ ກໍ່ຄືຫຼາຍອົງການສື່ມວນຊົນ ທັງພາຍໃນ ແລະ ສາກົນ ຕ້ອງປະເຊີນກັບສິ່ງທ້າທາຍຈາກຂໍ້ມູນຂ່າວສານ ທ່ີຜິດເຂວ, ຂ່າວປອມ, ຂໍ້ມູນທີ່ນຳໃຊ້ປັນຍາປະດິດ (AI). ຍ້ອນການພັດທະນາ ຢ່າງກ້າວກະໂດດ ຂອງ ເຕັກໂນໂລຊີ ດີຈີຕອນ ແລະ AI, ຂ່າວປອມ, ຂ່າວທີ່ຜິດເຂວ ນັບມື້ນັບຄວບຄຸມໄດ້ຍາກ, ສ້າງສະພາບຖືກຜິດ ທີ່ປະປົນກັນ, ເຮັດໃຫ້ການປັ່ນປ່ວນດ້ານຂໍ້ມູນຂ່າວສານ ກັບ ສາທາລະນະຊົນ...
ເຖິງຈະປະເຊີນໜ້າກັບຄວາມຫຸ້ຍງຍາກ, ແຕ່ທີມງານຜູ້ເຮັດວຽກດ້ານຂ່າວສານ ຂອງ ສຳນັກຂ່າວສານ ຫວຽດນາມ ຈະບໍ່ຖອຍຫຼັງຕໍ່ຄວາມຫຍຸ້ງຍາກ. ຄວາມເປັນຈິງສະແດງໃຫ້ເຫັນວ່າ ຜູ້ເຮັດວຽກດ້ານຂ່າວສານໄດ້ມີຄວາມສາມັກຄີ, ມີຄວາມຮັບຜິດຊອບ, ມີຄວາມຄິດສ້າງສັນ, ມີຄວາມສາມາດ ໃນການປັບຕົວສູງ ກັບທຸກສະພາບການ.
ກ່ຽວກັບຊັບພະຍາກອນມະນຸດ, ນັກຂ່າວ, ນັກບັນນາທິການ ແລະ ພະນັກງານ ຫຼາຍຮ້ອຍຄົນ ຂອງ ສຳນັກຂ່າວສານ ຫວຽດນາມ ໄດ້ເຂົ້າຮ່ວມ ບັນດາຫຼັກສູດຍົກລະດັບຄວາມສາມາດ ດ້ານວິຊາຊີບ, ວິຊາສະເພາະ ທັງພາຍໃນ ແລະ ຕ່າງປະເທດ, ບັນດາຫ້ອງຮຽນຍົກລະດັບຄວາມຮູ້ ທາງດ້ານທິດສະດີການເມືອງ. ການແບ່ງປັນທັກສະການສື່ສານຍຸກໃໝ່ ໄດ້ຖືກປະຕິບັດ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງໃນຂະແໜງການ. ຍ້ອນແນວນັ້ນ, ສຳນັກຂ່າວສານ ຫວຽດ ນາມ ຈຶ່ງມີຜົນງານການສື່ສານ ທີ່ມີຄຸນນະພາບສູງ ແລະ ແຜ່ກະ ຈາຍ ຂໍ້ມູນຂ່າວສານ ທີ່ເປັນທາງການ, ຖືກຕ້ອງ ທັນການ ໃນຫຼາຍແພລັດຟອມ, ໄດ້ຮັບຄວາມໄວ້ວາງໃຈ ຈາກການນຳພັກ, ລັດ, ບັນ ດາກະຊວງ, ອົງການ, ທ້ອງຖິ່ນ ແລະ ໂດຍສະເພາະ ແມ່ນຈາກ ສາ ທາລະນະຊົນ ສ່ວນຫຼາຍ.
ບັນດາກິດຈະກຳ ການຮ່ວມມືສາກົນ ກໍ່ໄດ້ຮັບການຍູ້ແຮງຕາມທິດທາງທີ່ແທດຈິງ, ມີປະສິດທິຜົນ, ຊ່ວຍໃຫ້ ສຳນັກຂ່າວສານ ຫວຽດນາມ ມີແຫຼ່ງຂ່າວທີ່ຫຼາກຫຼາຍ, ແຜ່ກະຈາຍຂໍ້ມູນຂ່າວສານຕ່າງປະ ເທດ ຂອງ ສຳນັກຂ່າວສານ ຫວຽດນາມ ໃນຫຼາຍ ແພລັດຟອມ. ທຸກໜ່ວຍງານຂອງ ສຳນັກຂ່າວສານ ຫວຽດນາມ ກໍາລັງພະຍາຍາມສໍາເລັດ ແລະ ສໍາເລັດໜ້າທີ່ສຳຄັນຢ່າງດີເລີດ ໃນໄລຍະປັດຈຸບັນ ແລະ ປີຕໍ່ໆ ໄປເພື່ອຮັບໃຊ້ຢ່າງເປັນຢ່າງດີ ແກ່ພາລະກິດການປະຕິວັດຂອງ ພັກ, ຜົນປະໂຫຍດ ຂອງຊາດ, ຂອງປະຊາຊົນ.
ຕໍ່ຄວາມຮຽກຮ້ອງຕ້ອງການ ຂອງ ການພັດທະນາວິທະຍາສາດ, ເຕັກໂນໂລຊີ, ຄະນະຜູ້ບໍລິຫານ ສຳນັກຂ່າວສານ ຫວຽດນາມ ໄດ້ມອບໃຫ້ບັນດາໜ່ວຍງານຂໍ້ມູນຂ່າວສານ ຄົ້ນຄິດ, ທົດລອງໝູນໃຊ້ເຕັກໂນໂລຊີ ທັນສະໄໝ, ຍົກສູງຄວາມສາມາດ ໃນການເຂົ້າເຖິງຜູ້ອ່ານ. ບັນດາໜ່ວຍງານໄດ້ສ້າງບັນດາຜະລິດຕະພັນ ທີ່ນຳໃຊ້ເຕັກໂນໂລຊີ, ການສື່ສານຂໍ້ມູນ, ມີຜະລິດຕະພັນ ທີ່ຕິດພັນກັບເຕັກໂນໂລຊີ ລວງຕາ (AR) , 3D ແບບໂຕ້ຕອບ (Interactive 3D)... ບັນ ດາ ຜະລິດຕະພັນ ການສື່ສານ 3D ທີ່ມີການໂຕ້ຕອບໂດຍກົງເທິງ ໜ້າຈໍ ຄອມພິວເຕີ ຫຼື ການສຳຜັດເທິງ ໂທລະສັບ ສະມາດໂພນ ໄດ້ນຳເອົາປະສົບການຕົວຈິງ ທີ່ປະທັບໃຈ ໃຫ້ແກ່ ສາທາລະນະຊົນ, ໂດຍສະເພາະແມ່ນຄົນໜຸ່ມສາວ.
ສຳນັກຂ່າວສານ ຫວຽດນາມ ກໍາລັງເຮັດໃຫ້ແຫຼ່ງຂໍ້ມູນ ມີຄວາມຫຼາກຫຼາຍຍິ່ງຂຶ້ນ; ຍົກລະດັບເຄື່ອງມື ຈັດແກ້ຂໍ້ມູນ ແລະ ມຸ່ງສູ່ການມີລະບົບນິເວດຂໍ້ມູນຮ່ວມ... ຂໍ້ມູນຈະເປັນພື້ນຖານເພື່ອໃຫ້ຂະບວນການຫັນເປັນ ດີຈີຕອນ ນຳມາເຊິ່ງຜົນສຳເລັດທີ່ແທດຈິງ, ສ້າງຜະ ລິດຕະພັນ ທີ່ມີຄຸນນະພາບ, ດຶງດູດ. ປັດຈຸບັນ ສາທາລະນະຊົນ ບໍ່ພຽງແຕ່ຕ້ອງການຊອກຫາ, ອ່ານຂໍ້ມູນເທົ່ານັ້ນ, ແຕ່ຍັງຕ້ອງການໄດ້ຜ່ານປະສົບການຕົວຈິງ ກັບຄຸນລັກສະນະໃໝ່ ຂອງສື່ສານຍຸກໃໝ່, ນີ້ແມ່ນຄວາມຮຽກຮ້ອງຕ້ອງການ ຕໍ່ສຳນັກຂ່າວສານ ຫວຽດນາມ ໃນປັດຈຸບັນ ກໍຄືໄລຍະຕໍ່ໄປ.
ສືບຕໍ່ປະຫວັດສາດ ອັນສະຫງ່າລາສີ ຂອງອົງການສື່ມວນຊົນ 3 ຄັ້ງວິລະຊົນ
* ນັກຂ່າວ: ການສະເຫຼີມສະຫຼອງມູນເຊື້ອຄົບຮອບ 80 ປີແມ່ນຂີດໝາຍສຳຄັນ, ໂດຍສະເພາະກ່ອນທີ່ ທົ່ວປະເທດຈະກ້າວເຂົ້າສູ່ຍຸກ ໃໝ່ - ຍຸກແຫ່ງການພັດທະນາ, ສະຫາຍທ່ານນາງ ຜູ້ອຳນວຍການໃຫຍ່ ມີຂໍ້ຄວາມຫຍັງຢາກແບ່ງປັນໃນໂອກາດນີ້?
* ສະຫາຍທ່ານນາງ ຜູ້ອຳນວຍການໃຫຍ່ ຫວູ໊ຫວຽດຈາງ: ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນມູນເຊື້ອ ສຳນັກຂ່າວສານ ຫວຽດນາມ ຄົບຮອບ 80 ປີ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025), ໃນນາມຄະນະພັກ, ຄະນະຜູ້ບໍລິຫານອົງການ, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການນຳພາ ຂອງ ຂະແໜງການໃນແຕ່ລະໄລຍະ, ບັນດານັກຮົບເສຍອົງຄະ, ຄອບຄົວຂອງນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ, ບັນດາຮຸ່ນພະນັກງານ, ນັກຂ່າວ, ນັກບັນນາທິການ, ນັກເຕັກນິກ, ພະນັກງານຂ່າວສານ ທີ່ໄດ້ສະຫຼະຕະ ຫຼອດຊີວິດ, ອຸທິດຕົນໃນຊ່ວງເວລາທີ່ດີທີ່ສຸດ, ປະກອບສ່ວນຫຼາຍຢ່າງ ໃນການສ້າງສຳນັກຂ່າວສານ ຫວຽດນາມ ໃຫ້ມີຄວາມເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ດ້ວຍຄວາມຮູ້ບຸນຄຸນ ແລະ ຄວາມນັບຖື, ຂ້າພະເຈົ້າຂໍສະແດງຄວາມຍົກຍ້ອງ ຕໍ່ຄວາມພະຍາຍາມ, ທຸ່ມເທ, ຈິດໃຈອຸທິດຕົນ, ການເຮັດວຽກ ທີ່ເຕັມໄປດ້ວຍຄວາມຮັບຜິດຊອບ ຂອງ ບັນດາຜູ້ທີ່ເຮັດວຽກດ້ານຂ່າວສານ. ການປະກອບສ່ວນທຸກຢ່າງ ລ້ວນແຕ່ມີຄ່າຫຼາຍ, ຊ່ວຍສ້າງໃຫ້ຜະລິດຕະພັນການສື່ສານ ທີ່ມີຄຸນນະພາບ, ປະທັບໃຈ ເພື່ອໃຫ້ຂະແໜງການ ປະຕິບັດໜ້າທີ່ທາງການເມືອງໄດ້ດີ, ຮັບໃຊ້ພາລະກິດການປະຕິວັດ ຂອງ ພັກ ແລະ ຄວາມຕ້ອງການເຂົ້າເຖິງຂໍ້ມູນທີ່ຖືກຕ້ອງ, ທັນການ ຂອງ ສາທາລະນະຊົນ.
ຄົນຮຸ່ນໃໝ່ ທີ່ເຮັດວຽກດ້ານຂ່າວສານ ໃນປັດຈຸບັນ ພາກພູມໃຈໃນອະດີດອັນສະຫງ່າລາສີ ຂອງ ຄົນຮຸ່ນກ່ອນ, ສືບຕໍ່ສ້າງຂີດໝາຍໃນການຕໍ່ສູ້ ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ປົກປັກຮັກສາພື້ນຖານແນວຄິດຂອງພັກ, ໃນການສ້າງສາ, ພັດທະນາປະ ເທດຊາດ. ດ້ວຍມູນເຊື້ອທີ່ອົງອາດກ້າແກ່ນ, ຈິດໃຈປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ແລະ ຄວາມປາດຖະໜາທີ່ຈະກ້າວໄປໄກຍິ່ງຂຶ້ນ, ສຳ ນັກຂ່າວສານ ຫວຽດນາມ ຈະສືບຕໍ່ພະຍາຍາມ, ຢັ້ງຢືນຖານະເປັນສຳນັກຂ່າວສານຫຼັກ, ອົງການສື່ສານແຫ່ງຊາດ, ສູນຂໍ້ມູນຍຸດທະສາດ ຂອງ ພັກ, ລັດ.
ດ້ວຍຈິດໃຈ “ສຳນັກຂ່າວສານ ຫວຽດນາມ ພ້ອມກັບປະເທດຊາດກ້າວສູ່ຍຸກໃໝ່”, ຂ້າພະເຈົ້າເຊື່ອໝັ້ນວ່າ ພະນັກງານ, ແຮງງານທັງໝົດຂອງ ສຳນັກຂ່າວສານ ຫວຽດນາມ ຈະສືບຕໍ່ສາມັກຄີ, ຕັດສິນໃຈປ່ຽນແປງໃໝ່, ຍົກສູງປະສິດທິຜົນຂອງວຽກງານ, ສໍາເລັດໜ້າທີ່ຂໍ້ມູນຂ່າວສານ ເປັນຢ່າງດີ, ປະຕິບັດບົດບາດ ຂອງ ນັກຮົບໃນຂົງ ເຂດຂໍ້ມູນຂ່າວສານ ໄດ້ດີ, ຮ່ວມກັນຂຽນໜ້າປະຫວັດສາດອັນສະ ຫງ່າລາສີ ຂອງອົງການຂ່າວສານ ວິລະຊົນໃນຍຸກໃໝ່.
* ນັກຂ່າວ: ຂໍສະແດງຄວາມຂອບໃຈຢ່າງສູງ ຕໍ່ສະຫາຍທ່ານນາງ ຜູ້ອຳນວຍການໃຫຍ່.