ພັດທະນາ ເສດຖະກິດເອກະຊົນ ໄດ້ກາຍເປັນ “ແຮງຜັກດັນ ສຳຄັນ ທີ່ສຸດ”

ພັດທະນາ ເສດຖະກິດເອກະຊົນ ໄດ້ກາຍເປັນ “ແຮງຜັກດັນ ສຳຄັນ ທີ່ສຸດ”

ປັດຈຸບັນ, ທົ່ວປະເທດມີເກືອບ 1 ລ້ານ ວິສາຫະກິດ ທີ່ດຳເນີນງານ ໃນລະບົບ ພື້ນຖານເສດຖະກິດ; ເສດຖະກິດເອກະຊົນ ກວມ ປະມານ 50% ຂອງ GDP; ໃນໄລຍະ 2017-2024, ພາກສ່ວນ ເສດຖະກິດເອກະຊົນ ໄດ້ນຳໃຊ້ແຮງງານ ສະເລ່ຍ ກວ່າ 43,5 ລ້ານ ຄົນ, ກວມເອົາ ກວ່າ 82% ຂອງ ຈຳນວນແຮງງານ ທີ່ມີວຽກເຮັດ ງານທຳ ໃນພື້ນຖານເສດຖະກິດ ທັງໝົດ; ໃນປີ 2024 ປະກອບສ່ວນ 56% ຍອດທຶນ ລົງທຶນທົ່ວສັງຄົມ; ປະກອບສ່ວນ ກວ່າ 30% ຍອດ ລາຍຮັບງົບປະມານແຫ່ງລັດ ແລະ ປະມານ 30% ຍອດມູນຄ່າ ສົ່ງອອກ-ນຳເຂົ້າ. ໂດຍສະເພາະ, ເສດຖະກິດເອກະຊົນ ແມ່ນ ພາກສ່ວນ ທີ່ ຂະຫຍັນຂັນເຂື່ອນ ໃນການປ່ຽນແປງເຕັກໂນໂລຊີ, ປະດິດສ້າງ ຜະລິດຕະພັນ ແລະ ການບໍລິການ. ທີມງານນັກທຸລະກິດ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ.

ຕາກແຫ້ງເມັດກາເຟ arabica. ພາບ: ເອກະສານຂອງກຸ່ມບໍລິສັດ ມິງຕ໋ຽນ

 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກ່າວວ່າ: ເຖິງແມ່ນວ່າເສດ ຖະກິດເອກະຊົນ ຈະມີການປະກອບສ່ວນ ທີ່ສຳຄັນຫຼາຍຢ່າງ, ແຕ່ກໍ ຍັງມີຂໍ້ຄົງຄ້າງ ແລະ ຂໍ້ຈຳກັດ, ຍັງບໍ່ທັນໄດ້ນຳໃຊ້ທ່າແຮງ, ກຳລັງ ພາຍໃນທັງໝົດ ແລະ ຍັງບໍ່ທັນປະກອບສ່ວນສົມກັບເສດຖະກິດ ແຫ່ງຊາດ ນັບທັງດ້ານປະລິມານ ແລະ ຂະໜາດ...

 


 

 “ມະຕິ 68 ສະແດງໃຫ້ເຫັນເຖິງ ຄຳໝັ້ນສັນຍາ ທາງການເມືອງ ທີ່ ແຂງແຮງ ເພື່ອສົ່ງເຖິງ ຊຸມຊົນ ວິສາຫະກິດ, ຄົວເຮືອນທຸລະກິດ ແລະ ປະຊາຊົນ ທົ່ວໄປ: ລັດຈະສ້າງ, ວິສາຫະກິດເປັນໃຈກາງ, ການພັດ ທະນາ ເສດຖະກິດເອກະຊົນ ແມ່ນຍຸດທະສາດໄລຍະຍາວ, ແຕ່ບໍ່ ແມ່ນມາດຕະການຊົ່ວຄາວ.”

(ທ່ານ ປອ ຫວໍຈີ໋ແທ່ງ, ອະດີດຮອງຫົວ ໜ້າ ສະຖາບັນຄົ້ນຄວ້າ ການຄຸ້ມຄອງ ເສດຖະກິດ ສູນກາງ, ຫົວໜ້າ ສະຖາບັນ ຄົ້ນຄວ້າ ຍຸດທະສາດຍີ່ຫໍ້ ແລະ ການແກ່ງແຍ້ງ ແຂ່ງຂັນ)

 

ຍ້ອນແນວນັ້ນ, ມະຕິ 68-NQ/TW ໄດ້ກຳນົດ 5 ທັດສະນະຊີ້ນຳ ທີ່ ມີລັກສະນະ ບຸກທະລຸຄື: ຢືນຢັນ ເສດຖະກິດເອກະຊົນ ເປັນກຳລັງ ຜັກດັນສຳຄັນທີ່ສຸດ ຂອງເສດຖະກິດແຫ່ງຊາດ; ພັດທະນາ ເສດ ຖະກິດເອກະຊົນໃຫ້ໄວ, ໝັ້ນຄົງ, ມີປະສິດທິຜົນ, ມີຄຸນນະພາບສູງ ທັງເປັນວຽກງານໃຈກາງ, ຮີບດ່ວນ ແລະ ມີລັກສະນະ ຍຸດທະສາດ ໄລຍະຍາວ; ລົບລ້າງຄວາມຮັບຮູ້, ແນວຄິດ, ທັດສະນະ, ຄວາມ ຄິດຕາຍຕົວ ຕໍ່ເສດຖະກິດເອກະຊົນ ຢ່າງເຖິງຖອງ; ສ້າງສະ ພາບແວດລ້ອມ ການດຳເນີນທຸລະກິດ ທີ່ສະດວກ, ໂປ່ງໃສ, ຮັບປະ ກັນຄວາມສາມາດ ໃນການແກ່ງແຍ້ງ ແຂ່ງຂັນ ລະດັບພາກພື້ນ ແລະ ທົ່ວໂລກ, ຊຸກຍູ້ຈິດໃຈການເລີ່ີມຕົ້ນທຸລະກິດ, ສ້າງຄວາມຮັ່ງມີ ຖືກ ຕ້ອງຕາມກົດໝາຍ, ປະກອບສ່ວນເຂົ້າໃນການພັດທະນາປະເທດ ຊາດ; ເພີ່ມທະວີ ບົດບາດ ນຳພາຂອງພັກ, ການກໍ່ສ້າງ ຂອງ ລັດ, ຖືເອົາວິສາຫະກິດ ເປັນໃຈກາງ, ເປັນເຈົ້າກຳ, ຍົກຍ້ອງ, ສົ່ງ ເສີມ, ພັດທະນາທີມງານນັກທຸລະກິດ ໃຫ້ເຕີບໃຫຍ່ເຂັ້ມແຂງ.

ໜຶ່ງໃນບັນດາຕົວແບບລ້ຽງກຸ້ງຄົບວົງຈອນເຕັກໂນໂລຊີສູງທີ່ຍືນຍົງ ຂອງກຸ່ມບໍລິສັດສິນໃນນຳ້ ຫວຽດ ອຸກ (ຫວຽດນາມ-ອົດສະຕຣາລີ). ພາບ: ເອກະສານ 
ເຂດລ້ຽງກຸ້ງເພື່ອການຄົ້ນຄວ້າຂອງກຸ່ມບໍລິສັດສິນໃນນຳ້ ຫວຽດ ອຸກ. ພາບ: ເອກະສານ 

ມະຕິດັ່ງກ່າວໄດ້ຕັ້ງເປົ້າໝາຍ ຮອດປີ 2030 ທົ່ວປະເທດມີ 2 ລ້ານ ວິສາຫະກິດ ທີ່ດຳເນີນງານ ໃນລະບົບເສດຖະກິດ, 20 ວິສາຫະ ກິດ/ພັນຄົນ; ມີຢ່າງໜ້ອຍ 20 ວິສາຫະກິດຂະໜາດໃຫຍ່ ເຂົ້າຮ່ວມ ຕ່ອງໂສ້ມູນຄ່າທົ່ວໂລກ; ເສດຖະກິດເອກະຊົນ ປະກອບສ່ວນ ປະ ມານ 55-58% ຂອງ GDP, 35-40% ຍອດລາຍຮັບ ງົບປະມານ ແຫ່ງລັດ; ສ້າງວຽກເຮັດງານທຳໃຫ້ປະມານ 84-85% ຂອງຈຳນວນ ແຮງງານທັງໝົດ; ລະດັບ, ຄວາມສາມາດດ້ານເຕັກໂນໂລຊີ, ການປ່ຽນໃໝ່ປະດິດສ້າງ, ການຫັນເປັນດີຈີຕອນ ຂອງເສດຖະກິດ ເອກະຊົນ ຈັດ ຢູ່ໃນກຸ່ມ 3 ປະເທດ ນຳໜ້າ ອາຊຽນ ແລະ ກຸ່ມ 5 ປະເທດນຳໜ້າ ອາຊີ.

ວິໄສທັດຮອດປີ 2045, ເສດຖະກິດເອກະຊົນ ຫວຽດນາມ ຈະພັດ ທະນາໄວ, ແຂງແຮງ, ໝັ້ນຄົງ, ເປັນເຈົ້າການ ເຂົ້າຮ່ວມ ຕ່ອງໂສ້ ການຜະລິດ, ການສະໜອງທົ່ວໂລກ; ມີຄວາມສາມາດ ໃນການ ແກ່ງແຍ້ງ ແຂ່ງຂັນສູງ ໃນພາກພື້ນ ແລະ ສາກົນ; ພະຍາຍາມ ຮອດ ປີ 2045 ມີຢ່າງໜ້ອຍ 3 ລ້ານວິສາຫະກິດ ທີ່ດຳເນີນງານ ໃນລະບົບ ພື້ນຖານເສດຖະກິດ; ປະກອບສ່ວນປະມານກວ່າ 60%ຂອງ GDP.

 

“ມະຕິ 68 ຂອງ ກົມການເມືອງ ແມ່ນສົ່ງສານ ປຸກຄວາມເອກອ້າງ ທະນົງໃຈແຫ່ງຊາດ, ຄວາມປາດຖະໜາ ສ້າງຄວາມຮັ່ງມີຢ່າງ ຖືກ ຕ້ອງ, ຄວາມຕັ້ງໝັ້ນປ່ຽນແປງໃໝ່ ແລະ ຈິດໃຈສຸມກຳລັງ ເຂົ້າວຽກ ງານ ໂດຍບໍ່ຫວັ່ນໄຫວ ຕໍ່ຄວາມຫຍຸ້ງຍາກ ຂອງ ນັກທຸລະກິດ, ວິສາ ຫະກິດ ແລະ ປະຊາຊົນ ຫວຽດນາມ ທຸກຄົນ.” 

(ທ່ານ ຮວ່າງດຶກຖາວ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ ວິທະຍາສາດ ເຕັກໂນໂລຊີ ຫວຽດນາມ (Busadco), ປະທານ ສະມາຄົມ ວິສາຫະກິດ ວິ ທະຍາສາດ ເຕັກໂນໂລຊີ ຫວຽດນາມ)

 

 

ທົ່ງນາ ພະລັງງານລົມ ເຕິນຖ້ວນ. ພາບ: ເລມິງ/VNP
ຫ້ອງບັນຊາ ຕິດຕາມໂຮງງານໄຟຟ້າພະລັງງານລົມ ເຕິນຖ້ວນ. ພາບ: ເລມິງ/VNP

ເພື່ອຊຸກຍູ້ ການພັດທະນາ ເສດຖະກິດເອກະຊົນ, ໂຄງການດຳເນີນ ງານ ຂອງ ລັດຖະບານ ໄດ້ກຳນົດ 8 ກຸ່ມວຽກ ແລະ ວິທີແກ້ໄຂ, ສະ ແດງໃຫ້ເຫັນເຖິງ ຈິດໃຈປ່ຽນແປງໃໝ່, ບຸກທະລຸ, ປະຕິຮູບຢ່າງແຂງ ແຮງ, ຮັບປະກັນການຍຶດໝັ້ນ 3 ການບຸກທະລຸ ຍຸດທະສາດ ກ່ຽວກັບ ກົດບັນຍັດ, ແຫຼ່ງຊັບພະຍາກອນມະນຸດ, ໂຄງສ້າງພື້ນຖານ ໂຄງລ່າງ, ໃນ 04 ມະຕິສໍາຄັນ ຂອງ ກົມການເມືອງ-ເຊິ່ງເປັນຊຸດ ຍຸດທະສາດກ່ຽວກັບ: ການພັດທະນາ ວິທະຍາສາດ ເຕັກໂນໂລຊີ, ການປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ; ການເຊື່ອມໂຍງເຂົ້າກັບ ສາກົນ; ວຽກງານການສ້າງ ແລະ ປະຕິບັດກົດໝາຍ; ການພັດທະນາ ເສດຖະກິດ ເອກະຊົນ.

ບົດ: VNP - ພາບ: VNA ແລະ ເອກະສານ - ແປໂດຍ: ບິກລຽນ


Top