
ເອກອັກຄະລັດຖະທູດ ດັ້ງດິ່ງກິ໋ວ, ຫົວໜ້າຄະນະຜູ້ຕາງໜ້າ ປະຈຳ ຫວຽດນາມ ທີ່ ສະຫະປະຊາຊາດ (ສປຊ). ພາບ: VNA

ວັນທີ 30 ມັງກອນ 2020, ທີ່ລັດ ນິວຢອກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປະຊຸມ ວ່າດ້ວຍການພົວພັນຮ່ວມມື ລະຫວ່າງ ສປຊ ແລະ ASEAN ໃນວຽກງານຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ພາຍໃຕ້ການເປັນປະທານຂອງ ຫວຽດນາມ, ປະທານສະພາຄວາມໝັ້ນຄົງ ສປຊ ເດືອນມັງກອນ 2020, ວາລະປະຊຸມດັ່ງກ່າວ ມີການເຂົ້າຮ່ວມ ຂອງ ເລຂາທິການໃຫຍ່ ສປຊ António Guterres ແລະ ເລຂາທິການໃຫຍ່ ASEAN Lim Jock Hoi. ໃນພາບ: ເອກອັກຄະລັດຖະທູດ ບັນດາປະເທດ ASEAN ຖ່າຍຮູບເປັນທີ່ລະນຶກ ກັບ ເລຂາທິການໃຫຍ່ ASEAN Lim Jock Hoi. ພາບ: VNA

ພາບລວມໃນກອງປະຊຸມເວທີ ສົນທະນາ ວ່າດ້ວຍ ການພົວພັນ ຮ່ວມມືລະຫວ່າງ ສປຊ ແລະ ASEAN ໃນວຽກງານ ຮັກສາ ສັນຕິພາບ
ແລະ ຄວາມໝັ້ນຄົງສາກົນ ພາຍໃຕ້ ການເປັນ ປະທານຊີ້ນຳ ຂອງ ຫວຽດນາມ, ປະທານສະພາຄວາມໝັ້ນຄົງ ເດືອນມັງກອນ 2020. ພາບ: VNA

ວັນທີ 21 ມັງກອນ 2020, ທີ່ສຳນັກງານ ສປຊ ຢູ່ ນິວຢອກ (ສ ອາເມລິກາ), ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນມັງກອນ 2020, ເອກອັກຄະລັດຖະທູດ ດັ້ງດິ່ງກິ໋ວ, ຫົວໜ້າຄະນະຜູ້ຕາງໜ້າ ປະຈຳ ຫວຽດນາມ ທີ່ ສປຊ, ເປັນປະທານຊີ້ນຳ ໃນກອງປະຊຸມເວທີ ສົນທະນາເປີດ ຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ສະຖານະການ ປາແລັສຕິນ-ອິດສະຣາແອນ. ພາບ: ຄັກຮ໋ຽວ/VNA

ວັນທີ 9 ມັງກອນ 2020, ທີ່ສຳນັກງານ ສປຊ ຢູ່ ນິວຢອກ (ສ ອາເມລິກາ), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຟ້າມບິ່ງມິນ ໄດ້ເປັນປະທານຊີ້ນຳ ໃນວາລະປະຊຸມເວທີ ສົນທະນາເປີດຂັ້ນລັດຖະມົນຕີ ຂອງ ສະພາຄວາມໝັ້ນຄົງ ສປຊ ພາຍໃຕ້ຫົວຂໍ້ທີ່ວ່າ: “ສະເຫຼີມສະຫຼອງ 75 ປີ ວັນ ສປຊ: ເຄົາລົບກົດບັດ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”.
ກວ່າ 100 ປະເທດ ເຂົ້າຮ່ວມໄດ້ ກ່າວ ປາໄສ. ເລຂາທິການໃຫຍ່ ສປຊ Antonio Guterres ໄດ້ກ່າວປາໄສທີ່ພິທີດັ່ງກ່າວ. ພາບ: ຄັກຮ໋ຽວ/VNA

ການພົວພັນການຕ່າງປະເທດ ໄດ້ເປີດກວ້າງ ແລະ ນັບມື້ນັບ ເຂົ້າສູ່ລວງເລິກ, ຫວຽດນາມ ໄດ້ມີການພົວພັນກັບ ກວ່າ 189 ປະເທດ ແລະ ເຂດແຄວ້ນ.
ໃນພາບ: ກຳລັງເສນາຮັກໂຮງໝໍ ພາກສະໜາມຂັ້ນ 2 ເລກ 1 ຂອງ ຫວຽດນາມ ເຂົ້າຮ່ວມ ຄະນະຜູ້ແທນ ຮັກສາສັນຕິພາບ ຂອງ ສປຊ ຢູ່ ຊູດັງໃຕ້. ພາບ: VNA

ນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມ ວາລະ ການ ປະຊຸມຄົບຄະນະ ກອງປະຊຸມຂັ້ນສູງ ກ່ຽວກັບ ຕົວເມືອງສະຫຼາດ ASEAN 2020 ໂດຍຄະນະເສດຖະກິດສູນກາງ
ແລະ ກະຊວງກໍ່ສ້າງ ເປັນປະທານຮ່ວມ ຈັດຕັ້ງ ຕາມຮູບແບບໂດຍກົງ ແລະ ທາງໄກ, ຕອນບ່າຍວັນທີ 22 ຕຸລາ 2020, ທີ່ຮ່າໂນ້ຍ. ພາບ: ຖົ໋ງເຍິດ/VNA

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານ ASEAN 2020 ກ່າວປາໄສ ໄຂກອງປະຊຸມຂັ້ນສູງ ASEAN ຄັ້ງທີ 36 ຕາມຮູບແບບທາງໄກ, ຕອນເຊົ້າວັນທີ 26 ມີຖຸນາ 2020 ທີ່ ຮ່າໂນ້ຍ. ພາບ: VNA

ຕອນບ່າຍ ວັນທີ 3 ມີນາ 2020, ທີ່ ຮ່າໂນ້ຍ, ຫົວໜ້າຄະນະ ຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ໄດ້ຕ້ອນຮັບ ກຸ່ມແມ່ຍິງ ປະຊາຄົມ ASEAN
ໂດຍປະທານກິຕິມະສັກ ກຸ່ມ ຫງວຽນຫງວຽດງາ ເປັນຫົວໜ້າຄະນະ. ພາບ: ເຟືອງຮວາ/VNA

ຕອນບ່າຍວັນທີ 3 ເມສາ 2020 ທີ່ ຮ່າໂນ້ຍ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫງວຽນກວັກຢຸ້ງ ໄດ້ມອບອຸປະກອນ ການແພດ ຂອງລັດຖະບານ
ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ສປປ ລາວ ເພື່ອການປ້ອງກັນ ແລະ ສະກັດກັ້ນ COVID-19. ພາບ: ເຢືອງຢາງ/VNA

ຕອນເຊົ້າວັນທີ 29 ເມສາ 2020, ເອກອັກຄະລັດຖະທູດ ຫວຽດນາມປະຈຳ ລາຊະອານາຈັກ ກຳປູເຈຍ ຫວູກວາງມິງ, ຜູ້ຕາງໜ້າສະມາຄົມກາແດງ ຫວຽດນາມ ໄດ້ມອບຂອງຂວັນ ແມ່ນອຸປະກອນການແພດຂອງ ສະມາຄົມກາແດງ ຫວຽດນາມ ຊຶ່ງລວມມີ ຜ້າອັດປາກ 60.000 ຜືນ ແລະ ໂສ້ງເສື້ອປ້ອງກັນຕົວ 300 ຊຸດ ສົ່ງເຖິງ ສະມາຄົມກາແດງ ກຳປູເຈຍ ແນໃສ່ ປະກອບສ່ວນ
ຊ່ວຍເຫຼືອສະມາຄົມກາແດງ ແລະ ປະຊາຊົນ ກຳປູເຈຍໃນການປ້ອງກັນ ແລະ ຕ້ານ COVID-19. ພາບ: ຫງວຽນຫວູຮຸ່ງ/VNA

ຕອນບ່າຍວັນທີ 6 ມັງກອນ 2020, ທີ່ ຮ່າໂນ້ຍ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານ ASEAN 2020 ແລະ ບັນດາຜູ້ແທນ ປະຕິບັດພິທີເປີດ ເວັບໄຊ ASEAN 2020 . ພາບ: ຖົ໋ງເຍິດ/VNA

ວັນທີ 23 ພະຈິກ 2020 (ເວລາທ້ອງຖິ່ນ), ສະມັດຊາໃຫຍ່ ສປຊ ຊຸດທີ 75 ໄດ້ພິຈາລະນາ ແລະ ຮັບຮອງເອົາ ດ້ວຍການເຫັນພ້ອມ ມະຕິວ່າດ້ວຍ ການຮ່ວມມື ASEAN-ສປຊ, ກັບ 110 ປະເທດ ຮ່ວມອຸປະຖຳ, ບັນລຸສະຖິຕິ ກ່ຽວກັບຈຳນວນປະເທດ ຮ່ວມອຸປະຖຳ ນັບຕັ້ງແຕ່ມະຕິດັ່ງກ່າວ ໄດ້ວາງອອກຄັ້ງທຳອິດ ທີ່ສະມັດຊາໃຫຍ່ ສປຊ ປີ 2020.
ໃນຖານະເປັນປະທານ ASEAN 2020, ຫວຽດນາມ ເປັນປະເທດຕາງໜ້າ ASEAN ເປັນປະທານຊີ້ນຳ ການຮຽບຮຽງ ເນື້ອໃນ ແລະ ເຈລະຈາມະຕິ. ພາບ: ຫືວແທງ/VNA

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຄ້ອນຕີໄມ້ ໃຫ້ແກ່ ເອກອັກຄະລັດຖະທູດ ບຣຸໄນ ປະຈຳ ຫວຽດນາມ, ປະເທດຮັກສາ ບົດບາດເປັນປະທານ ASEAN 2021. ພາບ: ວັນດຽບ/VNA

ຕອນບ່າຍວັນທີ 15 ພະຈິກ 2020, ທີ່ ຮ່າໂນ້ຍ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານ ASEAN 2020 ເຂົ້າຮ່ວມພິທີປິດ ກອງປະຊຸມ ຂັ້ນສູງ ASEAN ຄັ້ງທີ 37
ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ແລະ ມອບບົດບາດປະທານ ASEAN ໃຫ້ແກ່ ບຣູໄນ ດາຣູ ຊາ ລາມ ຕາມຮູບແບບທາງໄກ.
ໃນພາບ: ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານ ASEAN 2020 ແລະ ບັນດາຜູ້ແທນ. ພາບ: ຖົ໋ງເຍິດ/VNA

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານ ASEAN 2020 ເປັນສັກຂີພິຍານ ໃນພິທີລົງນາມໃນສັນຍາ ຄູ່ຮ່ວມມືເສດຖະກິດ ຮອບດ້ານພາກພື້ນ (RCEP). ພາບ: ຖົ໋ງເຍິດ/VNA

ຕອນເຊົ້າວັນທີ 15 ພະຈິກ 2020, ທີ່ ຮ່າໂນ້ຍ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານ ASEAN 2020 ແລະ ເລຂາທິການໃຫຍ່ ສປຊ António Guterres ເປັນປະທານຮ່ວມ
ໃນກອງປະຊຸມຂັ້ນສູງ ASEAN-ສປຊ ຄັ້ງທີ 11 ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA |