ນະຄອນ ໂຮ່ຈີມິນ ກຳນົດທິດທາງ ການພັດທະນາ ໃຫ້ກາຍເປັນ ມະຫານະຄອນ ລະດັບນາໆ ຊາດ
ຜ່ານໄລຍະການດຳເນີນງານ ດ້ວຍຂີດໝາຍພິເສດຫຼາຍຢ່າງ, ເຖິງວ່າປະສົບກັບ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆ ປະ ການ, ນະຄອນ ໂຮ່ຈີມິນ ຍັງຮັກສາ ລະດັບການເຕີບໂຕ ທີ່ເຂັ້ມ ແຂງ ແລະ ສືບຕໍ່ຢືນຢັນ ບົດບາດເປັນກຳລັງຫຼັກ ທາງດ້ານ ເສດ ຖະກິດ ຂອງ ຫວຽດນາມ ໄດ້ຢ່າງຕໍ່ເນື່ອງ. ດ້ວຍວິໄສທັດໃໝ່, ນະຄອນແຫ່ງນີ້ ເທື່ອລະກ້າວ ກຳລັງ ຫັນເປັນລະອຽດເປົ້າໝາຍ ກາຍເປັນ ມະຫານະຄອນ ລະດັບນາໆ ຊາດ ໃນອະນາຄົດ.
ຜົນງານທີ່ໂດດເດັ່ນ
ໃນໄລຍະການດຳເນີນງານ 2020-2025, ນະຄອນ ໂຮ່ຈີມິນ ໄດ້ຮັກສາຖານະ ເປັນພະລັງແຮງພັດທະນາ ຂອງ ທົ່ວປະເທດ. ຄາດວ່າ ຍອດຜະລິດຕະພັນພາຍໃນ (GRDP) ໃນປີ 2025 ຈະ ເພີ່ມຂຶ້ນ 1,5 ເທົ່າ ເມື່ອທຽບກັບປີ 2020, ໂດຍລາຍໄດ້ ສະເລ່ຍ ຕໍ່ຫົວຄົນ ປະມານ 8.400 ໂດລາສະຫະລັດ, ທົບ 1,7 ເທົ່າ ເມື່ອ ທຽບກັບລາຍໄດ້ສະເລ່ຍທົ່ວປະເທດ. ນະຄອນແຫ່ງນີ້ ໄດ້ປະ ກອບສ່ວນ 26% ຍອດລາຍຮັບງົບປະມານແຫ່ງຊາດ ໃນ ແຕ່ະລະປີ.
ເສດຖະກິດ ດີຈີຕອນ ໄດ້ພັດທະນາຢ່າງວ່ອງໄວ, ປັດຈຸບັນ ກວມ ເອົາ 25% ຂອງ GRDP. ໃນ 5 ປີ, ນະຄອນ ໄດ້ສ້າງຕັ້ງ ວິສາ ຫະກິດໃໝ່ ເກືອບ 225.000 ແຫ່ງ, ເທົ່າກັບ 30% ຂອງ ທົ່ວປະ ເທດ. ລະບົບນິເວດການເລີ່ມຕົ້ນທຸລະກິດ ນັບມື້ນັບ ມີຄວາມຄຶກ ຄັກ ແລະ ຖືກປະເມີນວ່າ ໃກ້ຄຽງກັບກຸ່ມ 100 ນະຄອນ ທີ່ມີ ການເຄື່ອນໄຫວຫຼາຍທີ່ສຸດໃນໂລກ.
ພ້ອມດຽວກັນ, ພື້ນຖານໂຄງລ່າງຕົວເມືອງ ໄດ້ຮັບການ ລົງທຶນ ຕາມທິດ ຫຼາຍສູນກາງ, ເຊື່ອມຕໍ່ພາກພື້ນ ແລະ ສາມາດປັບຕົວ ເຂົ້າກັບການປ່ຽນແປງ ຂອງ ດິນຟ້າອາກາດ. ຂົງເຂດສັງຄົມ, ສາທາລະນະສຸກ, ການສຶກສາ ກໍໄດ້ຮັບຄວາມເອົາໃຈໃສ່, ປະ ກອບສ່ວນ ເຂົ້າໃນການຍົກລະດັບ ຄຸນນະພາບຊີວິດ.
ຫຼັງຈາກການລວມເຂົ້າກັນ ກັບ ແຂວງ ບິ່ງເຢືອງ ແລະ ແຂວງ ບ່າເຣ້ຍ-ຫວຸ໊ງເຕົ່າ, ຂະໜາດເສດຖະກິດ ຂອງ ນະຄອນ ຄາດວ່າ ຈະບັນລຸ 108 ຕື້ໂດລາສະຫະລັດ, ກວມເອົາ 25% ຈີດີປີ ຂອງ ທົ່ວປະເທດ, ລາຍໄດ້ ສະເລ່ຍ ໃນປີ 2024 ບັນລຸເກືອບ 7.800 ໂດລາສະຫະລັດ ແລະ ຕັ້ງເປົ້າສູ່ 8.500 ໂດລາສະຫະລັດ ໃນທ້າຍປີ 2025. ປັດຈຸບັນ, ນະຄອນມີໂຄງການລົງທຶນໂດຍກົງ ຈາກ ຕ່າງປະເທດ (FDI) ກວ່າ 14.000 ໂຄງການ, ດ້ວຍຍອດມູນຄ່າ ການລົງທຶນເກືອບ 60 ຕື້ໂດລາສະຫະລັດ ເຊິ່ງຢືນຢັນ ເຖິງແຮງ ດຶງດູດ ໃນເຄືອຂ່າຍເສດຖະກິດໂລກ.
ມຸ່ງສູ່ກາຍເປັນ ມະຫານະຄອນ ລະດັບນາໆ ຊາດ
ນະຄອນ ໂຮ່ຈີມິນ ໄດ້ກຳນົດເປົ້າໝາຍ ໃນໄລຍະ 2025-2030 ເພື່ອກາຍເປັນ ມະຫານະຄອນ ທີ່ຮວບຮວມເອົາ “ສາມຂົ້ວ ເສດ ຖະກິດ”: ການເງິນ-ອຸດສາຫະກຳ ເຕັກໂນໂລຊີສູງ-ເສດຖະກິດ ທາງທະເລ. ດ້ວຍປະຊາກອນ ກວ່າ 14 ລ້ານຄົນ ແລະ ເນື້ອທີ່ 6.700 ກມ2, ນະຄອນແຫ່ງນີ້ຄາດວ່າ ຈະກາຍເປັນ ມະຫານະຄອນ ທີ່ມີຄວາມໜາແໜ້ນຂອງການພັດທະນາ ສູງທີ່ສຸດ ໃນອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງສູ້ຊົນ ທີ່ຈະຕິດອັນດັບ 100 ນະຄອນ ທີ່ໜ້າຢູ່ທີ່ສຸດໂລກ ໃນປີ 2030 ແລະ ວິໄສທັດ ເຖິງປີ 2045.
ທ່ານ ຫງວຽນວັນເດືອກ, ປະທານ ຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ກ່າວວ່າ: ວິໄສທັດໃໝ່ ສຳລັບນະຄອນ ໂຮ່ຈີມິນ ແມ່ນເປັນມະຫານະຄອນ “ສີຂຽວ, ສະຫຼາດ ແລະ ມີ ນະວັດຕະກຳ”, ບໍ່ພຽງແຕ່ເຂັ້ມແຂງທາງດ້ານ ເສດຖະກິດເທົ່າ ນັ້ນ, ແຕ່ຍັງອຸດົມສົມບູນ ທາງດ້ານ ວັດທະນະທຳ, ສິລະປະ, ກິ ລາ, ການບັນເທີງ ແລະ ຮູບແບບການດຳລົງຊີວິດ ທີ່ທັນສະໄໝ ແລະ ຂະຫຍັນຂັນແຂງ ອີກດ້ວຍ.
ເພື່ອຫັນວິໄສທັດ ດັ່ງກ່າວ ເປັນຈິງ, ທາງນະຄອນ ກຳລັງເລັ່ງໃນ ການກວດ, ປັບປຸງ ແລະ ສ້າງແຜນຜັງແມ່ບົດໃໝ່, ຕາມກຳນົດ ທິດຍຸດທະສາດ ການພັດທະນາ “1 ພື້ນທີ່-3 ພາກພື້ນ-1 ເຂດພິ ເສດ”, ເຊິ່ງໃນນັ້ນ ພາກພື້ນໃຈກາງນະຄອນ ຈະເປັນສູນກາງ ທາງ ດ້ານການເງິນ ແລະ ເຕັກໂນໂລຊີສູງ, ໂດຍສຸມໃສ່ການ ບໍລິການການຄ້າ, ການເງິນ, ເຕັກໂນໂລຊີ ແລະ ນະວັດຕະກຳ. ເຂດ ບິ່ງເຢືອງ ຈະເປັນສູນກາງອຸດສາຫະກຳ, ສູນກາງອຸດສາ ຫະກຳ ເຕັກໂນໂລຊີສູງ ແລະ ການຜະລິດຂະໜາດໃຫຍ່. ສ່ວນ ພາກພື້ນ ບ່າເຣ້ຍ-ຫວຸ໊ງເຕົ່າ ຈະເປັນ ສູນກາງເສດຖະກິດ ທາງ ທະເລ, ທ່າກໍາປັ່ນສາກົນ, ການຂົນສົ່ງສິນຄ້າ ແລະ ພະລັງງານ.
ບໍ່ພຽງແຕ່ເປັນສູນກາງ ທາງເສດຖະກິດ ເທົ່ານັ້ນ, ນະຄອນ ໂຮ່ຈີ ມິນ ຍັງມຸ່ງສູ່ ການສ້າງສະພາບແວດລ້ອມ ການດຳລົງຊີວິດ ທີ່ມີ ຄຸນນະພາບ ເຊິ່ງທຸກຄົນມີໂອກາດ ໃນການພັດທະນາ. ນະຄອນ ມຸ່ງໝັ້ນ ທີ່ຈະລົງທຶນຢ່າງແຂງແຮງ ໃນຂົງເຂດ ສາທາລະນະສຸກ, ການສຶກສາ, ການດູແລສຸຂະພາບ ຊຸມຊົນ ແລະ ການພັດທະນາ ຄົນຮຸ່່ນໃໝ່.
ພ້ອມດຽວກັນ, ອົງການປົກຄອງ ກໍໃຫ້ບຸລິມະສິດ ຕໍ່ ສະຫວັດດີ ການສັງຄົມ, ຫຼຸດຜ່ອນຊ່ອງຫວ່າງ ການພັດທະນາ ລະຫວ່າງ ແຕ່ ລະພື້ນທີ່, ໂດຍສະເພາະແມ່ນເຂດ ທີ່ຫາກໍລວມເຂົ້າໃໝ່. “ບໍ່ປະ ໄວ້ໃຫ້ໃຜຢູ່ເບື້ອງຫຼັງ ໃນຂະບວນການ ພັດທະນາ”-ນີ້ແມ່ນສານ ລວມ ທີ່ຄະນະນຳ ນະຄອນ ໄດ້ເນັ້ນຢໍ້າ ຢູ່ສະເໝີ.
ດ້ວຍຜົນງານ ທີ່ບັນລຸມາໄດ້ ພ້ອມກັບວິໄສທັດ ຍຸດທະສາດ ທີ່ ຊັດເຈນ, ນະຄອນ ໂຮ່ຈີມິນ ກຳລັງກຳນົດເສັ້ນທາງ ກາຍເປັນ ມະຫານະຄອນ ລະດັບນາໆ ຊາດ-ສູນກາງທີ່ຮວມເອົາເສດຖະ ກິດ, ວັດທະນະທຳ ແລະ ຜູ້ຄົນ, ເຊິ່ງປະກອບສ່ວນ ຍົກລະດັບ ຖານະ ຂອງ ຫວຽດນາມ ໃນແຜນທີ່ໂລກ.
ບົດ: ແອງຕ໋ວນ - ພາບ: ແທງຫວູ, ຊວນຄູ- ແປໂດຍ: ບິກລຽນ













