ຫວິງຮີ: ໜຶ່ງໃນ 4 ອ່າວ ສວຍງາມທີ່ສຸດໃນ ຫວຽດນາມ

ທ່ອງທ່ຽວ

ຫວິງຮີ: ໜຶ່ງໃນ 4 ອ່າວ ສວຍງາມທີ່ສຸດໃນ ຫວຽດນາມ

ນອກຈາກເປັນອ່າວທີ່ມີຊື່ສຽງທີ່ສຸດ ຂອງແຂວງ ນິງຖ້ວນ ດ້ວຍທັດ ສະນີຍະພາບທີ່ສວຍງາມ, ນໍ້າທະເລ ສີຟ້າ ສົດໃສຕະຫຼອດປີ ແລະ ອາຫານທະເລສົດ, ແຊບທີ່ມີຊື່ສຽງ ຫຼາຍເຍື່ອງແລ້ວ, ເສັ້ນທາງມາຍັງ ຫວິງຮີ ຍັງໄດ້ຮັບການ ຕີລາຄາວ່າ ເປັນໜຶ່ງໃນບັນດາເສັ້ນທາງຕາມແຄມຝັ່ງ ທະເລ ສວຍງາມທີ່ສຸດຂອງປະເທດ. ພ້ອມກັບອ່າວ ຮ້າລອງ (ແຂວງ ກວາງນິງ), ລານຮ້າ (ຮາຍຟອງ), ລັງໂກ (ນະຄອນ ເຫວ້), ອ່າວ ຫວິງຮີ ຂອງ ແຂວງ ນິງຖ້ວນ ຖືວ່າ ເປັນໜຶ່ງໃນ 4 ອ່າວ ສວຍງາມທີ່ສຸດ ຢູ່ ຫວຽດນາມ.

ອ່າວ ຫວິງຮີ ​ຂຶ້ນກັບ​ຕາ​ແສງ ຫວິງຫາຍ, ເມືອງ ນິງຫາຍ, ແຂວງ ນິງຖ້ວນ, ຫວຽດນາມ, ຫ່າງ​ຈາກ​ນະຄອນ ຟານຣາງ - ທາບຈ່າມ ປະມານ 42 ກິ​ໂລ​ແມັດ. ພາບ: ກົງດາດ/VNP

ນອກຈາກເປັນອ່າວທີ່ມີຊື່ສຽງທີ່ສຸດ ຂອງແຂວງ ນິງຖ້ວນ ດ້ວຍທັດ ສະນີຍະພາບທີ່ສວຍງາມ, ນໍ້າທະເລ ສີຟ້າ ສົດໃສຕະຫຼອດປີ ແລະ ອາຫານທະເລສົດ, ແຊບທີ່ມີຊື່ສຽງ ຫຼາຍເຍື່ອງແລ້ວ, ເສັ້ນທາງມາຍັງ ຫວິງຮີ ຍັງໄດ້ຮັບການ ຕີລາຄາວ່າ ເປັນໜຶ່ງໃນບັນດາເສັ້ນທາງຕາມແຄມຝັ່ງ ທະເລ ສວຍງາມທີ່ສຸດຂອງປະເທດ. ພ້ອມກັບອ່າວ ຮ້າລອງ (ແຂວງ ກວາງນິງ), ລານຮ້າ (ຮາຍຟອງ), ລັງໂກ (ນະຄອນ ເຫວ້), ອ່າວ ຫວິງຮີ ຂອງ ແຂວງ ນິງຖ້ວນ ຖືວ່າ ເປັນໜຶ່ງໃນ 4 ອ່າວ ສວຍງາມທີ່ສຸດ ຢູ່ ຫວຽດນາມ.

ອ່າວ ຫວິງຮີ ​ຂຶ້ນກັບ​ຕາ​ແສງ ຫວິງຫາຍ, ເມືອງ ນິງຫາຍ, ແຂວງ ນິງຖ້ວນ, ຫວຽດນາມ, ຫ່າງ​ຈາກ​ນະຄອນ ຟານຣາງ - ທາບຈ່າມ ປະມານ 42 ກິ​ໂລ​ແມັດ. ອ່າວມີ 3 ໜ້າຫັນໄປຫາທິດຕາເວັນອອກ - ທິດຕາເວັນຕົກ - ທິດເໜືອ ໄດ້ອ້ອມຮອບດ້ວຍພູ ຈົ໋ວ ສູງ 1.040 ແມັດ, ທິດຕາເວັນອອກສ່ຽງໃຕ້ ແມ່ນປາກ ອ່າວ ຫັນໜ້າ ອອກສູ່ທະເລ ທີ່ກວ້າງໃຫຍ່ໄພສານ.

ຄົງຈະ​ບໍ່ເປັນ​ເລື່ອງ​ເກີນ​ໄປ ​ເມື່ອ​ເດີນ​ທາງ​ໄປເຖິງ ນິງຖ້ວນ ໂດຍ​ບໍ່​ໄດ້​ໄປ​ຢ້ຽມ​ຢາມ ອ່າວ ຫວິງຮີ ເທົ່າກັບບໍ່ໄດ້ມາເຖິງນິງຖ້ວນ ​ແລະ ນັກ​ທ່ອງ​ທ່ຽວ​ ຫຼາຍ​ຄົນ​ ເມື່ອ​ມາທ່ອງ​ທ່ຽວ​ອ່າວແຫ່ງ​ນີ້ ​ຈະເລີ່​ມຕົ້ນ​ດ້ວຍ​ການ​ຊົມ​ທັດສະນີ ຍະພາບທັງໝົດ ອ່າວ ​ຫວິງຮີ​ ຈາກ​ໄລຍະ​ໄກ. ເທິງເສັ້ນທາງ ພາໄປ​ຫາ ​ຫວິງຮີ ມີທີ່ພັກຕາມທາງບ່ອນໜຶ່ງ​ ທີ່​ນັກ​ທ່ອງ​ທ່ຽວ ​ສ່ວນ​ຫຼາຍ​ ກ່ອນ​ຈະລົງໄປ​ອ່າວ​ ຈະຢຸດ​ພັກຜ່ອນຊົ່ວ ຄາວ. ​ເບິ່ງ​ຈາກ​ເບື້ອງ​ເທິງ, ອ່າວ ຫວິງຮີ ​​ຄື​ກັບ​ອ່າງ​ນ້ຳ​ຂະໜາດ​ໃຫຍ່​ທີ່​ອ້ອມ​ຮອບ​ໄປ​ດ້ວຍພູສູງ ​ແລະ ນ້ຳ​ທະ​ເລ​ທີ່ໃສສະອາດ. ບາງຄັ້ງຄາວ, ເຮືອ ກາໂນ ຫຼາຍຄັນ ແລ່ນຜ່ານໜ້ານໍ້າທະເລ ສ້າງເປັນທາງນໍ້າສີຂາວ ແລະ ປະສານສົມທົບເຂົ້າກັບ ຊີວິດການເປັນຢູ່ ຂອງ ຊາວປະມົງ ໃນໝູ່ບ້ານຫາປາ ກາຍເປັນພາບທຳມະຊາດເຂດທະເລ ທີ່ທັງສະຫງົບສຸກ ແລະ ມີຊີວິດຊີວາແຜ່ນໜຶ່ງ.




ປັດຈຸ​ບັນ, ຢູ່​ ຫວິງຮີ ມີ​ທີ່​ພັກ​ ຫຼາຍ​ແຫ່ງສຳລັບ​​ນັກ​ທ່ອງ​ທ່ຽວ, ມີ​ລາ ຄາ​ ຫຼາຍ​ປະ​ເພດ ​ແລະ ມີ​ຫຼາຍ​ບໍລິການ ໃຫ້ເລືອກ. ຖ້ານັກທ່ອງທ່ຽວ ຢາກພັກຫຼາຍມື້ ເພື່ອສໍາຜັດ ແລະ ສໍາຫຼວດຊີວິດການເປັນຢູ່ຂອງ ຊາວປະມົງ ຄວນເລືອກໂຮງແຮມ ຫຼື homestay ຕັ້ງຢູ່ແຄມອ່າວ. ບາງ ກິດຈະກຳ ທີ່ບໍ່ຄວນພາດໃນການທ່ອງທ່ຽວອ່າວ ຫວິງຮີ ນັ້ນຄື ລອຍນ້ຳທະເລທີ່ໃສສະອາດ, ດຳນ້ຳ ເບິ່ງປະກາລັງ, ນັ່ງເຮືອພື້ນແກ້ວໄປທ່ຽວອ່າວ. ພິເສດ, ຖ້າຄະນະທ່ອງທ່ຽວ ຫຼາຍກວ່າ 10 ຄົນ, ຄ່າໃຊ້ຈ່າຍຈະຖືກ ກວ່າຫຼາຍ ດ້ວຍຫຼາຍບໍລິການທີ່ໜ້າສົນໃຈເຊັ່ນ: ຂີ່ເຮືອ ພື້ນແກ້ວ ອອກສູ່ອ່າວໄກ, ສຳຜັດກັບກິດຈະ ກຳຕຶກປາ, ດຳນໍ້າເບິ່ງປະກາລັງ ແລະ ຖ່າຍຮູບຢູ່ນອກທະເລຢ່າງ ສະບາຍໃຈ.


ໃນ​ໄລຍະ​ທີ່​ຂີ່​ເຮືອ​ໄປ​ທ່ອງ​ທ່ຽວ​ອ່າວ ຫວິງຮີ, ​ແຂກ​ທ່ອງ​ທ່ຽວ​ສາມາດ​ໄປ​ຢ້ຽມ​ຊົມ​ບັນດາ​ເຮືອນ​ແພ​ເພື່ອ​ຮັບ​ປະທານ​ອາຫານ​ທະ​ເລ​ສົດ. ພາບ: ຟຸກອານ


ແນມເບິ່ງອ່າວ ຫວິງຮີ ຈາກນອກຝັ່ງທະເລ ຈະເຫັນ ຜາຫີນໃຫຍ່ຫຼາຍໜ່ວຍ, ນ້ຳທະເລ ໄດ້ພັດເຂົ້າສ້າງເປັນຄື້ນຟອງສີຂາວ, ໃນນັ້ນສວຍງາມທີ່ສຸດແມ່ນແຫຼມ ດາແວ໋ກ, ມີພູຫີນ ສູງຊັນ, ເປັນມຸມໜຶ່ງທີ່ສວຍງາມຢູ່ອ່າວ ຫວິງຮີ ທີ່ນັກທ່ອງທ່ຽວ ຫຼາຍຄົນມາເພື່ອ ເຊັກອິນ. ນອກ​ນີ້, ຈາກອ່າວ ແນມເບິ່ງ​ຂຶ້ນ​ໄປ​ຫາພູ ​ແລະ ປ່າ​ໄມ້​ທີ່​ຫ່າງ​ໄກ​ຂອງ​ພູ ຈົ໋ວ ​ຈະເຫັນ​ ​ສະຖານ​ທີ່ ພັກຜ່ອນລະດັບ 6 ດາວ​ຊື່ Amanoi ຫວິງຮີ, ເຊື່ອງ​ຊ້ອນ​ຢູ່​ບັນດາ​ຕົ້ນ​ໄມ້ ​ແລະ ພູ​ເຂົາ,  ສະ ຖານ ທີ່ພັກຜ່ອນແຫ່ງນີ້ ໄດ້ຄັດເລືອກເປັນໜຶ່ງ ໃນ 33 ​ໂຮງ​ແຮມ​ທີ່​ດີ​ທີ່​ສຸດ​ໃນ​ໂລກ.

ກິດຈະກຳ ອີກອັນໜຶ່ງທີ່ສາມາດສຳຜັດໄດ້ ເມື່ອມາເຖິງ ຫວິງຮີ ນັ້ນຄື ການໄປຢ້ຽມຊົມ ຊີວິດການເປັນຢູ່ຂອງຊາວປະມົງ ທີ່ພວມດຳລົງຊີວິດຢູ່ໃນອ່າວ ແລະ ຮັບປະທານອາຫານ ທະເລສົດຫຼາຍເຍື່ອງ.

ນອກ​ນີ້, ອ່າວ ຫວິງຮີ ຍັງ​ມີ​ຄວາມ​ສະດວກ​ສະບາຍ​ ທີ່​ສຸດ​ເມື່ອເຊື່ອມ​ຕໍ່​ໄປ​ໃກ້​ກັບບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ ທີ່​ມີ​ຊື່​ສຽງ​ຂອງ​ທ້ອງ​ຖິ່ນ. ຈາກ ຫວິງຮີ, ນັກ​ທ່ອງ​ທ່ຽວ ​ຄວນ​ສົມ​ທົບ​ການ​ສຳ​ຫຼວດ ຖໍ້າ ຣາຍ​ - ຫາດ​ຊາຍ​ຫີນ​ທຳ​ມະ​ຊາດ ​ທີ່​ສວຍ​ງາມແຫ່ງໜຶ່ງ ​ຢູ່​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ ຂອງ​ອ່າວ​. ນອກນັ້ນຍັງມີສະຖານທີ່ອື່ນໆ ເຊັ່ນ: ສວນອະງຸ່ນ ຖາຍອານ, ປ່າສະຫງວນ ແຫ່ງຊາດພູ ຈົ໋ວ ລ້ວນແຕ່ສັງກັດກັບເມືອງ ນິງຫາຍ, ສະດວກໃຫ້ແກ່ການທ່ອງທ່ຽວ ຂຶ້ນພູ ລົງທະເລ ທີ່ຫຼາກຫຼາຍຮູບແບບ, ໃຊ້ເວລາພັກຜ່ອນ ເຕັມທີ່ ສຳລັບນັກທ່ອງທ່ຽວ ແລະ ຄອບຄົວ.

ການ​ຄົ້ນ​ຄ້ວາ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ປະມົງ​ແມ່ນ​ປະສົບ​ການ​ທີ່​ນັກ​ທ່ອງ​ທ່ຽວ​ມັກ​ເມື່ອ​ມາ​ອ່າວ ຫວິງຮີ. ພາບ: ຟຸກອານ

ບົດ: VNP/ເຊີນເຫງ້ຍ - ພາບ: ເລມິງ, ກົງດາດ - ແປໂດຍ: ຢືຟຽນ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top