• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຕາ​ແສງ​ຫິ້ວ​ລຽນ​-ແຂວງລ້າງ​ເຊີນ- “ບ້ານ​ວັດ​ທະ​ນະ​ທຳ” ຢູ່​ເຂດ​​ພູດອຍ

ພາຍຫຼັງແຂວງ ລ້າງເຊີນ ໄດ້ໂຮມເສັ້ນແດນທາງບໍລິຫານເຂົ້າ, ສະຖານທີ່ວັດທະນະທຳຊີວະພາບຕາແສງ ຫິ້ວລຽນ ໄດ້ຖືກເປີດກ້ວາງອອກ. ເວທີປາໄສ ອາຊຽນ ຫາກໍ່ມອບລາງວັນການທ່ອງທ່ຽວປະຊາຄົມ ອາຊຽນ ໃຫ້ແກ່ຕາແສງຫິ້ວລຽນ ຊື່ງໄດ້ເປັນຂີດໝາຍແຫ່ງຄວາມມານະພະຍາຍາມອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທ້ອງຖິ່ນໃນຕະຫຼອດຫຼາຍປີຜ່ານມາ.
(ພາບ: baolangson.vn) 

ບັນດາຫຼັງຄາເຮືອນ ຈິງເຕື່ອງ ຂອງຊາວເຜົ່າໄຕ່, ບັນດາທົ່ງນາຢູ່ໃຕ້ຮົ່ມພູຫີນປູນ… ທັງໝົດໄດ້ສ້າງເປັນຄວາມງາມແບບຮົກເຮື້ອແຕ່ດູດດື່ມໃຈທີ່ສຸດຂອງຕາແສງ ຫິ້ວລຽນ. ສິ່ງທີ່ໄດ້ເຮັດໃຫ້ໝູ່ບ້ານທ່ອງທ່ຽວແຫ່ງນີ້ ໄດ້ຮັບລາງວັນຈາກ ເວທີປາໄສທ່ອງທ່ຽວ ອາຊຽນ ບໍ່ພຽງແຕ່ແມ່ນທິວທັດທຳມະຊາດເທົ່ານັ້ນ, ຫາກຍັງແມ່ນພະລັງຊີວິດຂອງວັດທະນະທຳທ້ອງຖິ່ນ, ແມ່ນຄວາມມານະພະຍາຍາມຂອງປະຊາຄົມ ໃນການຮັກສາບັນດາຄຸນຄ່າທີ່ກຳລັງມີຢູ່ນັ້ນດ້ວຍຄວາມເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນ ແລະ ດ້ວຍວີທີເຂົາເຈົ້າດຳລົງຊີວິດໃນແຕ່ລະວັນ. ອ້າຍ ໂງເອິດມ້າວ ເຈົ້າຂອງ Homestay Mao ແບ່ງປັນວ່າ:

   ພວກຂ້າພະເຈົ້າໄດ້ຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະທີ່ສຸດຂອງທ້ອງຖິ່ນຄຽງຂ້້າງນັ້ນ ຍັງໄດ້ປົວແປງພື້ນຖານໂຄງລ່າງເພື່ອຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວອີກດ້ວຍພວກຂ້າພະເຈົ້າໄດ້ອະນຸລັກຮັກສາບັນດາຄຸນຄ່າກ່ຽວກັບມູນເຊື້ອວັດທະນະທຳຂອງຊາດຄືເຮືອນຮ້ານຮິດຄອງປະເພນີການກິນຢູ່ ແລະ ການເຄື່ອນໄຫວລົງຕົວຈິງຂອງທ້ອງຖິ່ນຈຳນວນໜຶ່ງຄືປູກເຂົ້າປູກຕົ້ນໄມ້ ແລະ ອື່ນໆ

(ພາບ: baolangson.vn)

ແຂກທ່ອງທ່ຽວມາຢ້ຽມຢາມຕາແສງ ຫິ້ວລຽນ ບໍ່ພຽງແຕ່ໄດ້ຊອກຫາສະຖານທີ່ check-in ເທົ່ານັ້ນ, ຫາກຍັງເພື່ອຊອກຫາ “ບ້ານວັດທະນະທຳ” ເພື່ອລົງຕົວຈິງ ແລະ ເຊື່ອມຕໍ່ອີກດ້ວຍ. ແຂກທ່ອງທ່ຽວຫຼາຍຄົນໄດ້ແບ່ງປັນວ່າ ສິ່ງທີ່ເຮັດໃຫ້ເຂົາເຈົ້າມີຄວາມຮັກຕໍ່ເຂດດິນແດນແຫ່ງນີ້ ແມ່ນວິທີທີ່ ປຊຊ ໄດ້ເຄົາລົບທຳມະຊາດ, ເຄົາລົບມູນເຊື້ອ ແລະ ເຄົາລົບທັງແຂກທ່ອງທ່ຽວອີກດ້ວຍ, ເຊິ່ງບໍ່ໄດ້ຫັນປັນການຄ້າ, ບໍ່ສັບສົນ. ເອື້ອຍ Larar, ແຂກທ່ອງທ່ຽວມາຈາກ ອາເມລິກາ ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ສຸດໄດ້ຮັບຊົມບັນດາໝູ່ບ້ານທີ່ສະຫງົບງຽບພົບປະກັບບັນດາ  ຜູ້ເປັນມິດ ແລະ ພິເສດເດັກນ້ອຍໄດ້ເວົ້າ hello ແລະ ຍົກມືທັກທາຍກັບພວກຂ້າພະເຈົ້າHomestay ມີຄວາມສະດວກສະບາຍທີ່ສຸດອາຫານກໍ່ແຊບທິວທັດທຳມະຊາດກໍ່ສວຍງາມຊາວບ້ານເປັນຜູ້ຮັກແພງແຂກຄົນ

ໜຶ່ງໃນບັນດາຈຸດທີ່ເຮັດໃຫ້ເວທີປາໄສ ອາຊຽນ ໄດ້ຕີລາຄາສູງຕາແສງ ຫິ້ວລຽນ ນັ້ນແມ່ນການເຂົ້າຮ່ວມຢ່າງຄົບຖ້ວນຂອງປະຊາຄົມ. ຈາກເຈົ້າຂອງ homestay, ຜູ້ຮັບໃຊ້ຕະຫຼອດຮອດກອງສິລະປະກອນ… ທຸກຄົນລ້ວນແຕ່ແມ່ນຊາວທ້ອງຖິ່ນ. ເຂົ້າເຈົ້າບໍ່ໄດ້ສະແດງ, ຫາກກຳລັງດຳລົງຊີວິດຢູ່. ດັ່ງນັ້ນ, ເມື່ອແຂກທ່ອງທ່ຽວມານີ້ ໄດ້ເຂົ້າເຖິງບັນດາການບໍລິການກໍ່ລ້ວນແຕ່ຮູ້ສຶກໄດ້ຄວາມຈິງໃຈ ແລະ ໃກ້ຊິດ.

ໂດຍໄດ້ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທ່າໄດ້ປຽບທີ່ມີຢູ່ແລ້ວເພື່ອພັດທະນາການທ່ອງທ່ຽວ, ທ່ານ ຮ່ວາງມິນຕຽນ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ຫິ້ວລຽນ ແບ່ງປັນວ່າ:

  ໃນປີ 2025, ຕາແສງ ຫິ້ວລຽນ ເປັນກຽດໄດ້ຮັບຮູ້ວ່າແມ່ນໝູ່ບ້ານທ່ອງທ່ຽວປະຊາຄົມ ອາຊຽນສຳລັບການອະນຸລັກຮັກສາເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ເປັນຮູບຮ່າງໃນບໍລິເວນ ຕາແສງ ຫິ້ວລຽນ ໃນປະຈຸບັນພວກຂ້າພະເຈົ້າກຳລັງປະຕິບັດການເສີມຂະຫຍາຍຄຸນຄ່າວັດທະນະທຳຂອງປະຊາຄົມຊາວເຜົ່າຢ້າວ ແລະ ໄດ້ສ້າງຕັ້ງ 6 ໜ່ວຍສິລະປະກອນ.

   ຕາແສງ ຫິ້ວລຽນ ໄດ້ສ້າງຂີດໝາຍໃນແຜນທີ່ການທ່ອງທ່ຽວພາກພື້ນ. ແຕ່ຄຸນຄ່າໃຫ່ຍຫຼວງທີ່ສຸດຂອງເຂດດິນແດນແຫ່ງນີ້ແມ່ນຢູ່ບ່ອນວ່າ: ຕາແສງ ຫິ້ວລຽນ ບໍ່ໄປຕາມການທ່ອງທ່ຽວທັນສະໄໝ, ຫາກຍັງໄດ້ເລືອກເອົາການເຮັດແບບຊ້າໆ, ໜັກແໜ້ນ ແລະ ເຕັມໄປດ້ວຍສີສັນ.

   ປະຊາຄົມຜູ້ເຮັດການທ່ອງທ່ຽວຢູ່ ຕາແສງ ຫິ້ວລຽນ ຍາມໃດກໍ່ຈະຮັກສາບັນດາຄຸນຄ່າທີ່ພວມມີຢູ່ນັ້ນ ເພື່ອແຂກທ່ອງທ່ຽວແຕ່ລະຄົນ, ເມື່ອມາຢ້ຽມຢາມເຂດດິນແດນແຫ່ງນີ້ ລ້ວນແຕ່ໄດ້ເຫັນ, ໄດ້ຮັບຟັງ, ໄດ້ດຳລົງຊີວິດໃນບັນຍາກາດວັດທະນະທຳຂອງທ້ອງຖິ່ນ./.

ແຫຼ່ງຄັດຈາກ VOV

ຫວຽດນາມ ກ້າວໄກໃນແຜນທີ່ການທ່ອງທ່ຽວໂລກ

ຫວຽດນາມ ກ້າວໄກໃນແຜນທີ່ການທ່ອງທ່ຽວໂລກ

ຫວຽດນາມ ພວມຄ່ອຍໆ ຢັ້ງຢືນຖານະບົດບາດ ຂອງຕົນ ໃນແຜນ ທີ່ ການທ່ອງທ່ຽວໂລກ, ດ້ວຍພາບພົດເປັນຈຸດໝາຍປາຍທາງ ທີ່ ປອດໄພ, ມີສະເໜ່ ແລະ ນັບມື້ນັບເປີດກວ້າງ. ບັນດາສັນຍານທີ່ ຕັ້ງໜ້າ ທີ່ມາຈາກ ນະໂຍບາຍ ວີຊາ, ການເພີ່ມຂຶ້ນ ຂອງ ກະແສ ນັກທ່ອງທ່ຽວສາກົນ ແລະ ບັນດາລາງວັນ ທີ່ມີຊື່ສຽງ ໄດ້ປະກອບ ສ່ວນສ້າງໂສມໜ້າໃໝ່ ໃຫ້ແກ່ຂະແໜງການທ່ອງທ່ຽວແຫ່ງຊາດ.

Top