• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ບ້ານ ຮວາຕ໊ຽນ - ສະຖານທີ່ທ່ອງທ່ຽວຊຸມຊົນທີ່ດູດດື່ມຢູ່ເຂດທາງທິດຕາເວັນຕົກ ແຂວງ ເງະອານ

ບ້ານ ຮວາຕ໊ຽນ ທີ່ຕາແສງ ເຈົາຕ໊ຽນ ແຂວງ ເງະອານ ແມ່ນສະຖານທີ່ທ່ອງທ່ຽວຊຸມຊົນທີ່ເປັນເອກະລັກ ແລະ ດູດດື່ມ ສຳລັບແຂກທ່ອງທ່ຽວເມື່ອມາຢາມເຂດນິເວດທຳມະຊາດໂລກ ເຕິຍເງະອານ. ຢູ່ແຫ່ງນີ້ພໍ່ແມ່ພີ່ນ້ອງເຜົ່າຜູ້ໄທຍັງຄົງຮັກສາວິຖີຊີວີດຕິດພັນກັບເນື້ອທີ່ໂຮ່ນາ, ຕ່ຳແຜ່ນແພພື້ນເມືອງ, ປູກມອນລ້ຽງມ້ອນ
ໂຮມສະເຕ ຢູ່ບ້ານຮວາຕ໊ຽນ

ຈາກໃຈກາງແຂວງ ເງະອານ ໄປຕາມເສັ້ນທາງຫຼວງ ກໍ່ຈະຮອດເຂດທາງທິດຕາເວັນຕົກແຂວງ ເງະອານ ຜ່ານບັນດາໂນນພູຂຽວອຸ່ມທຸ່ມ, ຜ່ານທົ່ງນາ ຕາຈູມ, ແຂກທ່ອງທ່ຽວກໍ່ຈະຮອດບ້ານ ຮວາຕ໊ຽນ ເຊິ່ງໄດ້ຮັບຖືວ່າ ແມ່ນຫົວໃຈຂອງເມືອງ ຈ່ຽງງາມ, ຢູ່ແຫ່ງນີ້ເກືອບ 100% ຄອບຄົວແມ່ນຊາວເຜົ່າຜູ້ໄທ ເຂົາເຈົ້າຮັກສາວິຖີຊີວິດມາດົນນານຕິດພັນກັບທົ່ງໄຮ່ທົ່ງນາແຄມແມ່ນ້ຳ ຫຽວ ບັນດາເຮືອນຮ້ານບູຮານ, ສຽງຕ່ຳແຜ່ນແພດັງຂຶ້ນຈາກກີ່ຕ່ຳຫູກ. ມາຢາມບ້ານ ຮວາຕ໊ຽນ ແຂກທ່ອງທ່ຽວຈະໄດ້ຮັບການຕ້ອນຮັບຢູ່ປະຕູໂຂງໂຮມສະເຕ ແລະ ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ.         

ປະເພນີນີ້ກໍ່ແມ່ນຄວາມງາມທາງດ້ານວັດທະນະທຳມາແຕ່ດົນນານ ດ້ວຍຄວາມຫວັງພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກຂອງຊາວເຜົ່າຜູ້ໄທ ແລະ ມີຄວາມໝາຍແຕກຕ່າງກັນກ່ຽວກັບຈິດວິນຍານ. ສຳລັບເສັ້ນດ້າຍກໍ່ມີສາມສີ ຖືກມັດແຂນໃນພິທີບາສີສູ່ຂັວນ. ນາງ ເລຫຽວ ຢູ່ຕາແສງ ຫິງຮຶງ ເປີດເຜີຍວ່າ:

“ບັນດາຈຸດວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທຢູ່ແຫ່ງນີ້ ກໍ່ມີຈຸເພິເສດສະເພາະ. ເມື່ອແຂກທ່ອງທ່ຽວມາຊອກຮູ້ຄົ້ນຫາຈະເຫັນໄດ້ເຖິງຄວາມເປັນເອກະລັກສະເພາະໃນການເຄື່ອນໄຫວວັດທະນະທຳແຕ່ລະຢ່າງ ກໍ່ຄືບັນດາຮີດຄອງປະເພນີ”.

ກົງພັດນ້ຳ ຢູ່ບ້ານ ຮ່ວາຕ໊ຽນ
ນັກທ່ອງທ່ຽວສາກົນ ພົບປະແລກປ່ຽນກັບປະຊາຊົນທ້ອງຖິ່ນ

ມາຢາມບ້ານ ຮວາຕ໊ຽນ ສິ່ງທີ່ດູດດື່ມສຳລັບແຂກທ່ອງທ່ຽວແມ່ນຊອກຮູ້ກ່ຽວກັບການເຄື່ອນໄຫວຜະລິດແຜ່ນແພພື້ນເມືອງຂອງປະຊາຊົນບັນດາເຜົ່າ. ອາຊີບທັກແສ່ວ ແລະ ຕ່ຳແຜ່ນຢູ່ແຫ່ງນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາອູ່ຂອງແຜ່ນແພພື້ນເມືອງທີ່ມີຊື່ສຽງຂອງຊາວເຜົ່າຜູ້ໄທ. ແຜ່ນແພໄດ້ຮັບການຜະລິດຈາກວັດຖຸດິບທຳມະຊາດ ແລະ ຜ່ານສີມືອັນຄ່ອງແຄ້ວຂອງນາຍຊ່າງ ອັນໄດ້ສ້າງເປັນບັນດາຜະລິດຕະພັນແຜ່ນແພທີ່ເປັນເອກະລັກ ດ້ວຍລວດລາຍຫຼາຍຮູບຫຼາຍສີ ພ້ອມກັບການປະດິດຄິດສ້າງທີ່ເປັນເອກະລັກ. ຢູ່ແຫ່ງນີ້ແຂກທ່ອງທ່ຽວຈະໄດ້ເຂົ້າຮ່ວມບັນດາຂັ້ນຕອນຈາກການເກັບກູ້ຝ້າຍ ຕ່ຳຫູກທໍໄໝ ແລະ ຍ້ອມສີພ້ອມກັບຊາວທ້ອງຖິ່ນ. ນາງ ແທັງຖຸ໋ຍ ຢູ່ຕາແສງ ເຈື່ອງວິງ ແຂວງ ເງະອານ ເປີດເຜີຍວ່າ:    

“ການຄົ້ນຫານີ້ຂ້າພະເຈົ້າຮູ້ສຶກເປັນໜ້າຈັບໃຈ. ທີໜຶ່ງ ແມ່ນຂ້າພະເຈົ້າກໍ່ຢາກຄົ້ນຫາວ່າ ຢູ່ແຫ່ງນີ້ປະຊາຊົນສ້າງຜະລິດຕະພັນຄືແນວໃດ. ຂ້າພະເຈົ້າກໍ່ຢາກເຫັນຊາວເຜົ່າຜູ້ໄທຕ່ຳແຜ່ນແພ ຜ່ານຂັ້ນຕອນໃດແດ່, ຈາກນັ້ນກໍ່ຢາກລົງມືເຮັດຕົວຈິງ”.      

ເມື່ອຄ່ຳລົງມາ, ແຂກທ່ອງທ່ຽວຢູ່ ຮວາຕ໊ຽນ ຈະໄດ້ ຊີມບັນດາເຍື່ອງອາຫານຂອງຊາວເຜົ່າຜູ້ໄທ ຈາກປິ້ງປາ, ຂົ້ວໜໍ່ໄມ້, ເຂົ້າໜຽວ, ປິ້ງໄກ່… ໃນທ່າມກາງແສງສະຫວ່າງຈາກກອງໄຟ, ສຽງກອງສຽງຄ້ອງດັງກ້ອງກັງວານຂຶ້ນ ເຊິ່ງເປັນການຕໍ່ວົງແຂນໃນວາດຟ້ອນແຊ ແລະ ຟ້ອນສາບ. ນາງ ຫງວຽນທິແອວັງ ຢູ່ ຢ໊ຽນເຈົາ ແຂວງ ເງະອານ ເວົ້າ ວ່າ:

“ບັນຍາກາດແມ່ນມ່ວນຊື່ນທີ່ສຸດ ມີສີສັນສະເພາະຂອງຊາວເຜົ່າຜູ້ໄທ. ຂ້າພະເຈົ້າຫວັງວ່າການເຄື່ອນໄຫວເຫຼົ່ານີ້ຈະສາມາດຮັກສາຈຸດວັດທະນະທຳເຊິ່ງຍາກທີ່ຈະຫາໄດ້ຢູ່ແຫ່ງອື່ນ. ການຄົ້ນຫາໃນມື້ນີ້ກໍ່ເຮັດໃຫ້ຂ້າພະເຈົ້າພາກພູມໃຈທີ່ສຸດ“.

ທິວທັດທຳມະຊາດທີ່ຍັງຄົງຄວາມສວຍງາມແບບດັ້ງເດີມ ຢູ່ ຮ່ວາຕ໊ຽນ
ເຄື່ອງໃຊ້ທີ່ເປັນມິດກັບສິ່ງແວດລ້ອມ ແລະ ເຕັມໄປດ້ວຍເອກະລັກວັດທະນະທຳທ້ອງຖິ່ນ

ປັດຈຸບັນ ຮວາຕ໊ຽນ ຍັງມີເຮືອນຮ້ານ 300 ກວ່າຫຼັງ ແລະ ປັດຈຸບັນມີ 10 ຄອບຄົວເຮັດທ່ອງທ່ຽວ. ທັງໝົດເຫຼົ່ານີ້ ໄດ້ສ້າງສີສັນວິນຍານຂອງຊາວເຜົ່າຜູ້ໄທບູຮານ. ນາງ ເຊິ່ມທ໋າວຈາງ ຜູ້ຄຸ້ມຄອງໂຮມສະເຕ ບິກຈາງ ໃຫ້ຮູ້ວ່າ:  

“ຮວາຕ໊ຽນ ແມ່ນອູ່ວັດທະນະທຳເຜົ່າຜູ້ໄທ, ສາມາດຮັກສາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ອາຊີບຕ່ຳແຜ່ນແພພື້ນເມືອງ. ດ້ວຍຈຸດວັດທະນະທຳນີ້ແຂກທ່ອງທ່ຽວຈະມາຄົ້ນຫາຢ່າງຫຼວງຫຼາຍ. ຄອບຄົວໄດ້ເລືອກເອົາການທ່ອງທ່ຽວຊຸມຊົນ ເພື່ອຮັກສາ ແລະ ພັດທະນາຕື່ມອີກ”.

ເມື່ອລະດູໃບໄດ້ຫລົ່ນວຽນມາ ທົ່ງນາ ຕາຈູມ ກໍ່ປົກຄຸມໄປດ້ວຍສີເຫຼືອງຂອງເຂົ້າສຸກ ແລະ ເມື່ອຮອດລະດູໜາວເມກຂາວໄດ້ປົກຄຸມໄປທົ່ວ, ຮວາຕ໊ຽນ ປຽບເໜືອນຮູບພາບທີ່ສວຍງາມໃນທ່າມກາງພູຜາປ່າໄມ້. ທັງໝົດເຫຼົ່ານີ້ຄຶດັ່ງພວມເຊື້ອເຊີນແຂກທ່ອງທ່ຽວຈາກສາລະທິດມາຢາມ ຮວາຕ໊ຽນ ເພື່ອຄົ້ນຫາດິນແດນ ຊາວທ້ອງຖິ່ນ ແລະ ອາຫານການກິນຢູ່ແຫ່ງນີ້.

(ແຫຼ່ງຄັດຈາກ VOV)

ດອກບານ ບານສະພັ່ງ ອວດສີສັນ ຢູ່ຕາມບັນດາເສັ້ນທາງ ພູເຂົາຢູ່ ດ້ຽນບຽນ

ດອກບານ ບານສະພັ່ງ ອວດສີສັນ ຢູ່ຕາມບັນດາເສັ້ນທາງ ພູເຂົາຢູ່ ດ້ຽນບຽນ

ເດືອນມີນາ, ຊຶ່ງເປັນຊ່ວງເວລາ ທ່ີດິນຟ້າອາກາດ ຢູ່ເຂດພາກຕາເວັນຕົກສ່ຽງ ເໜືອ ເຂົ້າສູ່ໄລຍະ ທີ່ສວຍງາມທີ່ສຸດແຫ່ງປີ, ດອກບານ ໄດ້ພ້ອມກັນບານສະ ພັ່ງ, ປົກຄຸມໄປດ້ວຍສີຂາວ ຢູ່ຕາມເນີນພູ ແລະ ຕາມບັນດາເສັ້ນທາງຢູ່ ດ້ຽນບຽນ, ສ້າງເປັນຄວາມສວຍງາມ ທີ່ບໍລິສຸດ ແລະ ອ່ອນໂຍນ.

Top