ເຮືອກະດົ້ງ: ຈາກເຄື່ອງມືຫາປາ ເພື່ອການດໍາລົງຊີວິດ ສູ່ສັນຍະລັກ ການທ່ອງທ່ຽວ
ລຽບຕາມຜືນແຜ່ນດິນຮູບໂຕ S, ຕັ້ງແຕ່ໝູ່ບ້ານ ຊາວປະມົງ ພາກກາງ ທີ່ເຕັມໄປດ້ວຍແສງແດດ ແລະ ສາຍລົມ ຮອດເຂດແມ່ນ້ຳລຳເຊ ພາກໄຕ້, ຮູບພາບເຮືອກະດົ້ງ ໄດ້ກາຍເປັນ ຈຸດວັດທະນະທຳ ທີ່ເປັນສັນຍະລັກ. ບໍ່ພຽງແຕ່ ແມ່ນພາຫະນະການຫາລ້ຽງຊີບ ຕິດພັນກັບ ຊາວປະມົງ ມາຫຼາຍເຊັ່ນຄົນເທົ່ານັ້ນ, ປັດຈຸບັນ, ເຮືອກະດົ້ງ ກຳລັງກາຍ ເປັນ ຜະລິດຕະພັນການທ່ອງທ່ຽວ ທີ່ເປັນເອກະລັກ, ດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຢ່າງແຂງແຮງ.
ເຮືອກະດົ້ງ ເກີດຂຶ້ນ ຈາກຄວາມປະດິດສ້າງ ປັບຕົວໃຫ້ເຂົ້າກັບ ພູມປະເທດ ທີ່ທ້າທາຍ. ດ້ວຍການອອກແບບ ຮູບຮ່າງມົນ, ບໍ່ມີທ້ອງເຮືອເປັນຮ່ອງ, ເຮືອກະດົ້ງ ສາມາດປິ່ນອ້ອມຕົວໄດ້ ຢ່າງຄ່ອງແຄ້ວ ໃນບ່ອນແຄບໆ, ບ່ອນທ່ີຊາຍຝັ່ງ ມີໂງ່ນຫີນ ທ່ີຊັບຊ້ອນ ຫຼື ເຂດທະເລທ່ີມີຄື້ນແຮງ ລຽບຝັ່ງ ທີ່ເຮືອໃຫຍ່ ເຂົ້າເຖິງໄດ້ຍາກ.
ເຮືອກະດົ້ງ ມັກໄດ້ຮັບການສານ ດ້ວຍໄມ້ໄຜ່ ແລະ ທາດ້ານນອກ ດ້ວຍຢາງພ້າວ ຫຼື ນ້ຳມັນຍາງຫຼາຍຊັ້ນ ເພື່ອປ້ອງກັນນ້ຳຊຶມ. ຢູ່ຫຼາຍເຂດທະເລ ທີ່ບໍ່ມີທ່າເຮືອນ້ຳເລິກ, ເຮືອກະດົ້ງ ຮັບບົດບາດເປັນ “ຂົວເຊື່ອມຕໍ່” ຂົນສົ່ງຊາວປະມົງ ແລະ ຜະລິດຕະພັນທະເລ ຈາກບັນດາກຳປັ່ນ ຫາປາລຳໃຫຍ່ ທີ່ຈອດຢູ່ໄກ ເຂົ້າສູ່ຝັ່ງ. ເຮືອກະດົ້ງ ຍັງໄດ້ຮັບການໃຊ້ ເພື່ອໃສ່ມອງ, ຕຶກປາມຶກ, ຫາ ກຸ້ງ ປາ ລຽບຝັ່ງ, ຮັບປະກັນ ການດຳລົງຊີວິດ ປະຈຳວັນ ໃຫ້ແກ່ຫຼາຍພັນຄອບຄົວ ຊາວປະ ມົງ ເຂດທະເລ.
ໃນສະຖານທີ່ ທີ່ມີຊື່ສຽງ ຄື: ໂຮ້ຍອານ (ປ່າພ້າວໄບເໝົ໊າ - ດ່າໜັງ), (ແອວຢໍ໋ - ຢາລາຍ), ຍາຈາງ ຫຼື ຝູ໋ກວັກ, ການບໍລິການ ພາຍເຮືອກະດົ້ງ ໄດ້ກາຍເປັນ ເຄື່ອງໝາຍການຄ້າ ທີ່ບໍ່ຄວນພາດ. ກິດຈະກຳນັ່ງ ເຮືອກະດົ້ງ ແລ່ນຜ່ານປ່າຈາກ, ເຂົ້າຮ່ວມການສະແດງ “ຕັດ ຄື້ນ”, ປິ່ນ ເຮືອໄປມາ ຈົນວິນຫົວ ຕິດພັນກັບ ດົນຕີຟົດຟື້ນ ນຳມາໃຫ້ ນັກທ່ອງທ່ຽວ ປະສົບການຕົວຈິງ ທີ່ຕື່ນເຕັ້ນຢ່າງຍິ່ງ.
ການທ່ອງທ່ຽວ ເຮືອກະດົ້ງ ຊ່ວຍໃຫ້ຊາວປະມົງ ຫັນປ່ຽນ ຫຼື ສົມທົບເຮັດບໍລິການ, ນຳມາແຫຼ່ງລາຍຮັບສູງ ແລະ ໝັ້ນຄົງກວ່າ ເມື່ອທຽບໃສ່ ພຽງແຕ່ ການຫາ ສິນທະເລ ມູນເຊື້ອ. ບັນດາຮູບພາບ, ວີດີໂອ ກ່ຽວກັບ ເຮືອກະດົ້ງ ຮູບຮ່າງມົນ ທີ່ເປັນເອກະລັກ ຂອງ ຫວຽດນາມ ສືບຕໍ່ “ແຜ່ລາມ” ຢູ່ເທິງບັນດາແພລດຟອມ ເຄືອຂ່າຍສັງຄົມສາກົນ, ປະກອບສ່ວນ ນຳວັດທະນະທຳ ທ້ອງຖິ່ນ ເຂົ້າໃກ້ກັບເພື່ອນມິດ ຈາກທົ່ວໂລກຍິ່ງຂຶ້ນ.
ເຮືອກະດົ້ງ ລຽບຊາຍຝັ່ງ ຫວຽດນາມ ແມ່ນຫຼັກຖານທ່ີມີ ຊີວິດຊີວາ ໃຫ້ແກ່ການປະດິດສ້າງ ແລະ ການປັບຕົວທີ່ດີເລີດ ຂອງຄົນ ຫວຽດນາມ ຕໍ່ທະເລ. ຈາກເຄື່ອງມື ທຳມາຫາກິນ ແບບງ່າຍໆ, ປັດຈຸບັນ ເຮືອກະດົ້ງ ໄດ້ກາຍເປັນຂົວເຊື່ອມຕໍ່ ວັດທະນະທຳ, ນຳການທ່ອງທ່ຽວ ທະເລ ຫວຽດນາມ ພົ້ນເດັ່ນຢູ່ເທິງແຜນທີ່ໂລກ, ທັງຮັກສາ ຈິດວິນຍານໝູ່ບ້ານ ການປະມົງ ຂອງ ສະໄໝກ່ອນ, ທັງເປີດ ອະນາຄົດ ການຂະຫຍາຍຕົວເສດຖະກິດ ທີ່ຍືນຍົງ.
- ບົດ: ທົງທ້ຽນ - ພາບ: VNP






