• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ທຽນ​ເກີ່ມ: ເມື່ອ​ເສດ​ຖະ​ກິດ​ທະ​ເລ​ພັດ​ທະ​ນາ​ຈາກ​ການ​ທ່ອງ​ທ່ຽວ

ເມື່ອກ່ອນນີ້, ປະຊາຊົນຢູ່ທະເລ ທຽນເກີ່ມ (ຂຶ້ນກັບແຂວງ ຮ່າຕິງ) ດຳລົງຊີວິດດ້ວຍອາຊີບຫາປາເປັນສ່ວນຫຼາຍ. ເຖິງຢ່າງໃດກໍຕາມ, ໃນຊຸມປີມໍ່ໆມານີ້, ຫາດຊາຍທະເລ ທຽນເກີ່ມ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວເປັນທີ່ຮູ້ຈັກຂອງແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ ເຊິ່ງໄດ້ສ້າງໂອກາດທີ່ດີເພື່ອໃຫ້ປະຊາຊົນປ່ຽນແປງຈິນຕະນາການຈາກເສດຖະກິດທະເລແບບເກົ່າໄປສູ່ການຂຸດຄົ້ນເສດຖະກິດທ່ອງທ່ຽວທະເລ.

 

ຕາມຕົວເລກສະຖິຕິຂອງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຮ່າຕິງ, 6 ເດືອນຕົ້ນປີ 2025, ຮ່າຕິງ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມ, ພັກຜ່ອນຕາກອາກາດ ກວ່າ 3,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

ຕົວເລກສະຖິຕິດັ່ງກ່າວຊີ້ໃຫ້ເຫັນວ່າ, ຮ່າຕິງ ເສີມຂະຫຍາຍໄດ້ບົດບາດຂອງຊຸມຊົນໃນການພັດທະນາການທ່ອງທ່ຽວ, ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ມີຄຸນນະພາບສູງ ແລະ ຍືນຍົງ, ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ.

ນັບມື້ນັບມີແຂກທ່ອງທ່ຽວນິຍົມມາທ່ຽວທະເລ ທຽນເກີ່ມ ເປັນຈຳນວນຫຼາຍ

ດ້ວຍການລົງທຶນຢ່າງມີແບບມີແຜນ, ຫາດຊາຍທະເລ ທຽນເກີ່ມ ຂຶ້ນກັບຕາແສງ ທຽນເກີ່ມ, ແຂວງ ຮ່າຕິງ ພວມກາຍເປັນສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນຂຶ້ນທີ່ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ປະຊາຊົນຢູ່ທີ່ນີ້, ພາຍຫຼັງຕິດພັນກັບອາຊີບຫາປາຢູ່ທະເລມາຫຼາຍປີ, ປະຈຸບັນຫຼາຍຄົນໄດ້ທ່ວງທັນກັບທ່າອ່ຽງ,ຫັນໄປສູ່ຮູບແບບເສດຖະກິດທ່ອງທ່ຽວທະເລ. ໂຮງແຮມ, ພັດທະຄານ, ຮ້ານອາຫານຫຼາຍແຫ່ງ ໂດຍປະຊາຊົນຢູ່ທີ່ນີ້ເປັນເຈົ້າຂອງໄດ້ເປີດນຳໃຊ້.

ມີໂຮງແຮມບາງແຫ່ງຫາກໍ່ໄດ້ເປີດນຳໃຊ້ແຕ່ວັນທີ 30 ເມສາ 2025 , ແຕ່ໄດ້ຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼາຍແລ້ວ, ອັນໄດ້ນຳມາເຊິ່ງມູນຄ່າເສດຖະກິດສູງໃຫ້ແກ່ເຈົ້າຂອງໂຮງແຮມ.

ບັນຍາກາດຫາດຊາຍທະເລທຽນເກີ່ມ ຍາມແລງ

ລຸງ ລາຍວັນເຫືອງ, ເຈົ້າຂອງໂຮງແຮມ SUNRISE, ຢູ່ຕາແສງ ທຽນເກີ່ມ, ແຂວງ ຮ່າຕິງ, ໜຶ່ງໃນຈຳນວນໂຮງແຮມໃໝ່ 4 ແຫ່ງທີ່ຫາກໍ່ເປີດນຳໃຊ້ໃນວັນທີ 30 ເມສາ 2025 ແບ່ງປັນດ້ວຍຄວາມດີໃຈວ່າ:

ຍາມລະດູແຫ່ງການທ່ອງທ່ຽວ ແຂກທ່ອງທ່ຽວຕ້ອງຈອງຫ້ອງກ່ອນ, ຖ້າບໍ່ຈອງກ່ອນ ຈະບໍ່ມີຫ້ອງ. ຄືໂຮງແຮມຂອງຂ້າພະເຈົ້າມີທັງໝົດ 20 ຫ້ອງ, ວັນສຸກ ຫາ ວັນທິດ ແຂກມາພັກເຕັມທຸກຫ້ອງ. ວັນທຳມະດາ ບາງເທື່ອກໍເຕັມທຸກຫ້ອງ, ບາງເທື່ອກໍມີຫ້ອງຫວ່າງ. ເມື່ອແຂກມານີ້, ໃຜກໍຕີລາຄາວ່າ ທະເລງາມຫຼາຍ, ບໍລິການກິນດຶ່ມກໍດີພໍສົມຄວນ”.

ນອກຈາກການສ້າງບັນດາຮ້ານກິນດື່ມ, ໂຮງແຮມພັກເຊົາແລ້ວ, ໃນຍາມລະດູແຫ່ງການທ່ອງທ່ຽວນີ້, ຫຼາຍຄົນກໍ່ ເປີດການບໍລິການຕ່າງໆເພື່ອຮັບໃຊ້ແຂກທ່ອງທ່ຽວແນໃສ່ເພີ່ມລາຍຮັບຕື່ມອີກຄື: ເປີດຮ້ານກາເຟ, ຮ້ານນ້ຳ, ບ່ອນຫຼີ້ນສຳລັບເດັກ... ຊ່ວຍໃຫ້ຫາດຊາຍທະເລນີ້ ມີຄວາມຄຶກຄື້ນກວ່າເກົ່າ. 

ອ້າຍ ຫງວຽນດຶກເຊີນ ພາຄອບຄົວມາພັກຜ່ອນຢູ່ຫາດຊາຍທະເລ ທຽນເກີ່ມ ເປັນຄັ້ງທຳອິດ ແບ່ງປັນວ່າ:

“ຄອບຄົວຂ້າພະເຈົ້າມາພັກຢູ່ທີ່ໄດ້ 3 ມື້ແລ້ວ. ມາທະເລ ທຽນເກີ່ມ ເປັນເທື່ອທຳອິດ ຂ້າພະເຈົ້າຮູ້ສຶກປະຫຼາດໃຈພໍສົມຄວນ ເພາະເຫັນວ່າ ທະເລຢູ່ນີ້ງາມຫຼາຍ, ຄື້ນຄ່ອຍໆ, ເໝາະສົມເພື່ອໃຫ້ເດັກນ້ອຍອາບນ້ຳທະເລ. ນອກຈາກນັ້ນແລ້ວ, ອາຫານຢູ່ນີ້ກໍສົດ ແລະ ແຊບ, ປະຊາຊົນເປັນມິດສະໜິດສະໜົມ. ຕອນແລງຜົວເມຍຂ້າພະເຈົ້າມັກພາລູກໄປຫຼີ້ນຢູ່ສະໜາມຫຼວງໃຈກາງ. ພວກຫຼານກໍມັກຫຼາຍ”.

ຕອນຄ່ຳ, ຫາດຊາຍທະເລທຽນເກີ່ມ ກໍມີຫຼາຍກິດຈະກຳລະຫຼີ້ນບັນເທິງ

ຍາມກາງຄືນ, ທຽນເກີ່ມ ຍິ່ງມີຄວາມຄຶກຄື້ນກວ່າອີກ. ດອກໄຟຍິບຍັບສ່ອງແສງສະຫວ່າງໄປທົ່ວຫາດຊາຍທະເລ, ສຽງດົນຕີດັງກ້ອງກັງວານ, ອັນໄດ້ສ້າງຄວາມດຶງດູດພິເສດຕໍ່ແຂກທ່ອງທ່ຽວ.

ໂດຍແມ່ນຫາດຊາຍທະເລຢູ່ເຂດບ້ານນາທີ່ທຸກຍາກ, ມາຮອດປັດຈຸບັນ ທຽນເກີມ ໄດ້ກາຍເປັນເຂດທ່ອງທ່ຽວ, ນຳມາເຊິ່ງມູນຄ່າເສດຖະກິດໃໝ່. ການທ່ອງທ່ຽວບໍ່ພຽງແຕ່ນຳມາເຊິ່ງແຫຼ່ງລາຍຮັບເທົ່ານັ້ນ, ຫາກຍັງຊ່ວຍໃຫ້ປະຊາຊົນປ່ຽນແປງຈິນຕະນາການໃນການຜະລິດ, ເປີດກວ້າງວິທີຫາເງິນລ້ຽງຊີບ, ຍົກສູງຊີວິດການເປັນຢູ່ເທື່ອລະກ້າວ.

ທະເລ ທຽນເກີ່ມ, ບ່ອນທີ່ເຮືອແພຍັງອອກໄປຫາປາຢູ່ນອກທະເລນັ້ນ,ປະຈຸບັນມີຫຼາຍພັດທະຄານ, ຮ້ານອາຫານ, ໂຮງແຮມໄດ້ປຸກສ້າງຂຶ້ນ, ແຂກທ່ອງທ່ຽວນັບມື້ນັບນິຍົມມາທ່ຽວຢ່າງຄັບຄາໜາແໜ້ນ. ການຫັນປ່ຽນເສດຖະກິດທະເລ ຕິດພັນກັບການພັດທະນາການທ່ອງທ່ຽວ ພວມເປີດສັງກາດໃໝ່ໃຫ້ແກ່ເຂດທະເລ ຮ່າຕິງ, ຊ່ວຍໃຫ້ປະຊາຊົນຢູ່ທີ່ນີ້ມີຊີວິດດີກວ່າເກົ່າ, ສີວິໄລກວ່າເກົ່າ ແລະ ໝັ້ນໝາຍຈະມີອະນາຄົດແບບຍືນຍົງ./.

 

ແຫຼ່ງຄັດຈາກ VOV

ຂະບວນແຫ່ຊຸດ ອ໋າວຢ່າຍ ຮ່າໂນ້ຍ: ມໍລະດົກ ທີ່ກ້າວໄປພ້ອມກັບການເວລາ

ຂະບວນແຫ່ຊຸດ ອ໋າວຢ່າຍ ຮ່າໂນ້ຍ: ມໍລະດົກ ທີ່ກ້າວໄປພ້ອມກັບການເວລາ

ທ່າມກາງສະຖານທີ່ອັນເກົ່າແກ່ ຂອງໜອງ ຮວ່ານກຽມ, ມວນຊົນຫຼາຍກວ່າ 1.000 ຄົນໄດ້ພາກັນແຕ່ງກາຍ ດ້ວຍຊຸດ ອ໋າວຢ່າຍ ແບບດັ້ງເດີມ ແລະ ທັນສະໄໝ, ເຊິ່ງໄດ້ສ້າງເປັນຂະບວນແຫ່ ທີ່ສະຫງ່າງາມ ແລະ ເຕືອນໃຫ້ຄິດເຖິງການເດີນທາງ ຂອງ ມໍລະດົກ ຫວຽດ ນາມ ທີ່ໄດ້ຢູ່ຄູ່ກັບຊາດ ມາຫຼາຍສະຕະວັດ. ພາຍໃຕ້ສີສັນ ຂອງ ລະດູໃບໄມ້ຫຼົ່ນທີ່ອ່ອນໂຍນ, ງານດັ່ງກ່າວ ໄດ້ສິ້ນສຸດລົງ ດ້ວຍເທສະການ ອ໋າວຢ່າຍ ທ່ອງທ່ຽວ ຮ່າໂນ້ຍ 2025, ພ້ອມທັງເຜີຍແຜ່ສານກ່ຽວກັບນະຄອນ ຫຼວງຮ່າໂນ້ຍ ທີ່ຮູ້ຈັກຮັກສາຄວາມຊົງຈຳ ທາງດ້ານວັດທະ ນະທຳ, ແຕ່ຍັງກ້າວຕໍ່ໄປ ພ້ອມກັບການເວລາ.

Top