• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຖະ​ໜົນ​ຍ່າງ ຮາຍ​ບ່າ​ຈຶງ-ຫງວຽນ​ເຫ້ວ-ແຂວງ ອານ​ຢາງ: ສະ​ຖາ​ນ​ທີ່​ບັນ​ເທິງ​ສ້າງ​ຄວາມ​ປະ​ທັບ​ໃຈ

ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ, ຕາແສງ ໝີ້ລອງ-ແຂວງ ອານຢາງ ແມ່ນສະຖານທີ່ລະຫຼີ້ນບັນເທິງທີ່ສ້າງຄວາມປະທັບໃຈ ແລະ ແມ່ນສະຖານທີ່ດຳເນີນຊີວິດເຂດຊຸມຊົນຂອງຊາວທ້ອງຖິ່ນ. ແຫ່ງນີ້ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ດູດດື່ມໃຈແຂກທ່ອງທ່ຽວ.
ມູມໜຶ່ງໃນຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ (ພາບ: ງອກແອັງ)

ໃນໂອກາດທ້າຍອາທິດ ຫຼືງານບຸນຕ່າງໆ, ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ ມີຄວາມຟົດຟື້ນຂຶ້ນແບບແຕກຕ່າງເລີຍ. ມາຮອດນີ້, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບເຂດສິລະປະວັດທະນະທຳທ້ອງຖະຫນົນ, ໄປຊື້ເຄື່ອງຂອງ ຫຼືຮັບຊົມບັນດາລາຍການສະແດງສິລະປະພິເສດສະເພາະ.

ອະນຸສາວະລີ ປະທານ ໂຕນດຶກທັງ ຢູ່ ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ (ພາບ: ງອກແອັງ)

 ຖະໜົນຍ່າງແຫ່ງນີ້ຍາວເກືອບ 1 ກມ, ກວ້າງເກືອບ 20 ແມັດ. ຖະໜົນໄດ້ປູດ້ວຍຫີນທຳມະຊາດ, ຕິດຕັ້ງລະບົບໄຟສະຫວ່າງດ້ວຍດອກໄຟ Led ຢູ່ເທິງເສົາ ແລະ ຢູ່ພື້ນດິນ, ດັ່ງນັ້ນ, ຍາມຄ່ຳຄືນ, ທົ່ວຖະໜົນພັດກາຍເປັນພາບແຕ້ມທີ່ມີສິສັນຫຼາກຫຼາຍ, ລະຍິບລະຍັບ. ຈຸດພົ້ນເດັ່ນຂອງກິດຈະກຳແມ່ນໜອງນ້ຳ ປະດັບດ້ວຍການສະແດງລະບຳນ້ຳພຸ, ຮູບປັ້ນນູນບູຮານ, ຕູບນັ່ງພັກຜ່ອນໄດ້ອອກແບບເປັນເຮືອນບູຮານທາງພາກໃຕ້ ຫວຽດນາມ. ຈຸດພົ້ນເດັ່ນອື່ນໃນຖະໜົນຍ່າງນີ້ແມ່ນອະນຸສາວະລີ ປະທານ ໂຕນດຶກທັງ (1888-1980) ຊື່ງເປັນປະທານປະເທດຜູ້ທຳອິດຂອງປະເທດ ສສ ຫວຽດນາມ, ລູກຜູ້ດີເດັ່ນບ້ານເກີດຢູ່ແຂວງ ອານຢາງ. ອ້າຍ ຫງວຽນແທັ່ງຈຸງ, ຊາວແຂວງ ອານຢາງ ໃຫ້ຮູ້ວ່າ:

   ຫຼາຍຄົມມານີ້ກໍ່ມັຖ່າຍຮູບຢູ່ເຂດອະນຸສາວະລີ ທ່ານປະທານປະເທດ ໂຕນດຶກທັງ. ລຸ້ນນຸ່ມຫຼາຍຄົນກໍ່ມັກມານີ້ຍ້ອນວ່າມີບັນດາລາຍການສະແດງສິລະປະ, ດົນຕີ, ງານບຸນ, ງານວາງສະແດງພາບຖ່າຍຕ່າງໆ…

 

(ພາບ: baoangiang.com.vn)

ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ ໄດ້ດຶງດູດໃຈແຂກທ່ອງທ່ຽວຍ້ອນມີເຂດອາຫາການກິນທ້ອງຖະໜົນທີ່ເຂັ້ມຂຸນໄປດ້ວຍສີສັນຕະຫຼາດເຂດບ້ານນາ. ນອກຈາກນັ້ນຍັງມີບັນດານ້ຳດື່ມຊະນິດພິເສດຂອງເຂດທາງທິດຕາເວັນຕົກສ່ຽງໃຕ້ຄື: ນ້ຳອ້ອຍ, ນ້ຳໝ!ກພ້າວ ແລະ ນ້ຳໝາກຕານ. ແຂກທ່ອງທ່ຽວ ແລະ ປຊຊ ຍັງສາມາດເຂົ້າຮ່ວມການລະຫຼີ້ນພື້ນເມືອງຕ່າງໆຄື: ຕີໝໍ້ດິນ, ເຕັ້ນເປົາປ່ານ, ໂຍນບ້ວງ… ຫຼິ້ນໝາກຮຸກດ້ວຍຄົນ. ແຂກທ່ອງທ່ຽວຍິງຜູ້ໜຶ່ງມາຈາກ ຮ່າໂນ້ຍ ໄດ້ໄປທ່ຽວຊົມຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ ແບ່ງປັນວ່າ:

          ຖະໜົນຍ່າງ ມີສະຖານທີ່ກວ້າງຂວາງ, ສະຫວາດສະເຫວີຍ. ມີຫຼາຍຮ້ານອາຫານ, ຮ້ານກາເຟທີ່ສະດວກໃຫ້ສຳລັບແຂກທ່ອງທ່ຽວ ເມື່ອມີຄວາມຕ້ອງການກິນດື່ມ ຫຼືຊື້ເຄື່ອງຂອງທີ່ລະນຶກ. ຮອດຄ່ຳຄືນວັນເສົາວັນທິດກໍ່ມີບັນດາລາຍການສະແດງສິລະປະ, ສະແດງດົນຕີ ຊື່ງໄດ້ສ້າງເປັນບັນຍາກາດທີ່ຟົດຟື້ນມ່ວນຊື່ນ. ແຂກທ່ອງທ່ຽວມັກມານີ້ເພື່ອ check-in, ຖ່າຍຮູບເປັນທີ່ລະນຶກ.

          ໃນວິວັດວັດການຄົ້ນຫາຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ, ແຂກທ່ອງທ່ຽວສາມາດແວ່ຢ້ຽມຢາມບັນດາສະຖານາທີ່ທີ່ມີຊື່ສຽງຢູ່ແຂວງ ອານຢາງ ຄື: ໜອງ ຫງວຽນຢູ; ໂບດ ລອງຊວຽນ; ຕະຫຼາດນ້ຳ ລອງຊວຽນ; ຫໍພິພິຕະພັນ ອານຢາງ; ວັດ ກວາງເຕ…

ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ ຍັງແມ່ນສະຖານທີ່ຈັດບັນດາລາຍການສະແດງສິລະປະທ້ອງຖະໜົນທີ່ຟົດຟື້ນ. ອ້າຍ ຮິ່ງວັນຮຸ່ງ ເຈົ້າຂອງຮ້ານກາເຟແຫ່ງໜຶ່ງຢູ່ ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ ໃຫ້ຮູ້ວ່າ:

         ຖະໜົນຍ່າງແຫ່ງນີ້ໄດ້ເປີດທຸກມື້, ຖະໜົນໄດ້ຮັບການປະດັບປະດາຢ່າງສວຍງາມ. ໃນໂອກາດບຸນເຕັດກໍ່ໄດ້ຈັດງານຕະຫຼາດນັດດອກໄມ້, ຍິງບັ້ງໄຟດອກ. ວັນບຸນໃຫຍ່ກໍ່ມີງານວາງສະແດງຮູບແຕ້ມ, ງານຕະຫຼາດນັດ, ການສະແດງສິລະປະ ຊື່ງໄດ້ດຶງດູດແຂກທ່ອງທ່ຽວມາຫຼາຍທີ່ສຸດ.

          ຫຼານ ເຈືອງເຈິ່ນບາວຮຸຍ ຢູ່ແຂວງ ອານຢາງ ໃຫ້ຮູ້ວ່າ:

ຢູ່ນີ້ກວ້າງ, ເຢັນະບາຍ, ງາມຕາ, ດັ່ງນັ້ນ, ຍາມເຊົ້າຫຼາຍຄົນມັກມາແລ່ນ, ຫັດກາຍ, ຍາມແລງກໍ່ຫຼີ້ນກິລາ, ເຕະດອກຂົນໄກ່, ຫຼິ້ນສະເກັດ, ຕີບານ, ຕີດອກປິກໄກ່…

   ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ ແມ່ນສະຖານທີ່ດຳເນີນຊີວິດເຂດຊຸມຊົນທີ່ເປັນປະໂຫຍດສຳລັບຊາວທ້ອງຖິ່ນ ແລະ ແມ່ນສະຖານທີ່ຢ້ຽມຢາມທີ່ດູດດື່ມໃຈສຳລັບແຂກທ່ອງທ່ຽວ. ແຫ່ງນີ້ມີຄວາມຟົດຟື້ນ, ອຶກກະທຶກຄຶກໂຄມຂອງຊີວິດໃນເມືອງ ແຕ່ຍັງໄດ້ຮັກສາຈຸດຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອຂອງເຂດພາກຕາເວັນຕົກສ່ຽງໃຕ້ ຫວຽດນາມ ໄວ້ຢູ່.

(ແຫຼ່ງຄັດຈາກ VOV)

ຕາ​ແສງ​ຫິ້ວ​ລຽນ​-ແຂວງລ້າງ​ເຊີນ- ບ້ານ​ວັດ​ທະ​ນະ​ທຳ ຢູ່​ເຂດ​​ພູດອຍ

ຕາ​ແສງ​ຫິ້ວ​ລຽນ​-ແຂວງລ້າງ​ເຊີນ- “ບ້ານ​ວັດ​ທະ​ນະ​ທຳ” ຢູ່​ເຂດ​​ພູດອຍ

ພາຍຫຼັງແຂວງ ລ້າງເຊີນ ໄດ້ໂຮມເສັ້ນແດນທາງບໍລິຫານເຂົ້າ, ສະຖານທີ່ວັດທະນະທຳຊີວະພາບຕາແສງ ຫິ້ວລຽນ ໄດ້ຖືກເປີດກ້ວາງອອກ. ເວທີປາໄສ ອາຊຽນ ຫາກໍ່ມອບລາງວັນການທ່ອງທ່ຽວປະຊາຄົມ ອາຊຽນ ໃຫ້ແກ່ຕາແສງຫິ້ວລຽນ ຊື່ງໄດ້ເປັນຂີດໝາຍແຫ່ງຄວາມມານະພະຍາຍາມອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທ້ອງຖິ່ນໃນຕະຫຼອດຫຼາຍປີຜ່ານມາ.

Top