ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມແມ່ນຍາມໃດກໍ່ຖືເປັນສຳຄັນກົດໝາຍສາກົນ, ດັ່ງນັ້ນ ຫວຽດນາມສະໜັບສະໜູນຢ່າງແຮງ ແລະ ຄຳໝັ້ນສັນຍາສືບຕໍ່ສົມທົບກັບ ຮອງເລຂາທິການໃຫຍ່, ຫ້ອງວ່າການນິຕິກຳ ສປຊ ແລະ ບັນດາປະເທດສະມາຊິກອື່ນໆ ຢ່າງແໜ້ນແຟ້ນ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ທ່ານນາງ Elinor Hammarskjöld, ຮອງເລຂານຸການໃຫຍ່, ຫົວໜ້າຫ້ອງການນິຕິກຳ ຂອງ ສປຊ
ນີ້ແມ່ນການຢັ້ງຢືນຂອງທ່ານນາງ Elinor Hammarskjöld, ຮອງເລຂານຸການໃຫຍ່, ຫົວໜ້າຫ້ອງການນິຕິກຳ ຂອງ ສປຊ ທີ່ການພົບປະກັບທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ. ທ່ານນາງ Elinor Hammarskjöld ປາດຖະໜາຢາກ ຫວຽດນາມ ສືບຕໍ່ເຂົ້າຮ່ວມປະກອບສ່ວນຫຼາຍກ່ວາອີກ ແລະ ຮ່ວມແຮງຮ່ວມໃຈກັບຫ້ອງການນິຕິກຳ ແລະ ບັນດາອົງການສປຊ ໃນວິວັດການປັບປຸງ ແລະ ຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງ ລະບົບ ສປຊ.
ສ່ວນທ່ານດັ້ງຮ່ວາງຢາງ ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມແມ່ນຍາມໃດກໍ່ຖືເປັນສຳຄັນກົດໝາຍສາກົນ, ດັ່ງນັ້ນ ຫວຽດນາມສະໜັບສະໜູນຢ່າງແຮງ ແລະ ຄຳໝັ້ນສັນຍາສືບຕໍ່ສົມທົບກັບ ຮອງເລຂາທິການໃຫຍ່, ຫ້ອງວ່າການນິຕິກຳ ສປຊ ແລະ ບັນດາປະເທດສະມາຊິກອື່ນໆ ຢ່າງແໜ້ນແຟ້ນໃນການຮັບປະກັນປະສິດທິຜົນໃນການເຄື່ອນໄຫວຂອງບັນດາກົນໄກນິຕິກຳ, ຍູ້ແຮງບັນດາວິວັດການປຶກສາຫາລື ກ່ຽວກັບການສ້າງລະບົບກົດໝາຍໃຫ້ສົມບູນແບບ ແລະ ພັດທະນາຄວາມກ້າວໜ້າຂອງກົດໝາຍສາກົນໃນຂອບເຂດ ສປຊ. ໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນຢ່າງເລິກເຊິ່ງ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
(ແຫຼ່ງຄັດຈາກ VOV)