ມະຕິວ່າດ້ວຍບາງກົນໄກ, ນະໂຍບາຍພິເສດສ້າງບາດກ້າວບຸກທະລຸໃນການສ້າງ ແລະ ຈັດຕັ້ງການປະຕິບັດກົດໝາຍ, ທີ່ມີຜົນສັກສິດປະຕິບັດນັບແຕ່ວັນທີ 1 ກໍລະກົດ 2025.
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)
ໂດຍສືບຕໍ່ໂຄງການກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 17 ພຶດສະພາ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິຂອງສະພາແຫ່ງຊາດກ່ຽວກັບບາງກົນໄກ, ນະໂຍບາຍພິເສດ, ສ້າງບາດກ້າວບຸກທະລຸໃນການສ້າງ ແລະ ຈັດຕັ້ງການປະຕິບັດກົດໝາຍ, ມະຕິວ່າດ້ວຍກົນໄກ, ນະໂຍບາຍພັດທະນາເສດຖະກິດເອກະຊົນ ແລະ ຮັບຮອງເອົາການປັບປຸງ, ເພີ່ມເຕີມ ແຜນງົບປະມານແຫ່ງລັດປີ 2025.
ມະຕິວ່າດ້ວຍບາງກົນໄກ, ນະໂຍບາຍພິເສດສ້າງບາດກ້າວບຸກທະລຸໃນການສ້າງ ແລະ ຈັດຕັ້ງການປະຕິບັດກົດໝາຍ, ທີ່ມີຜົນສັກສິດປະຕິບັດນັບແຕ່ວັນທີ 1 ກໍລະກົດ 2025. ໃນຂະນະນັ້ນ, ມະຕິກ່ຽວກັບບາງກົນໄກ, ນະໂຍບາຍພິເສດໃນການພັດທະນາເສດຖະກິດເອກະຊົນ, ມີຜົນບັງຄັບໃຊ້ປະຕິບັດນັບແຕ່ວັນທີ 17 ພຶດສະພາ. ທ່ານ ຫງວຽນວັນທັ້ງ ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ:
ລັດຖະບານໄດ້ຊີ້ນຳສຳຫຼວດກວດຄືນ, ຄົ້ນຄ້ວາບັນດາທັດນະທະ, ແຜນນະໂຍບາຍ, ໜ້າທີ່, ວິທີການທີ່ໄດ້ຍົກອອກມາຢູ່ມະຕິສະບັບເລກທີ 68, ພ້ອມທັງສຳຫຼວດກວດຄືນລະບົບເອກະສານນິຕິກຳທີ່ພວມໄດ້ຮັບການປະກາດໃຊ້ຄື ກົດໝາຍສະບັບຕ່າງໆໄດ້ຮັບການປັບປຸງ, ເພີ່ມເຕີມເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາ, ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV ແລະ ກຳນົດບາງກົນໄກ, ນະໂຍບາຍທີ່ມີເນື້ອໃຈຈະແຈ້ງ, ມີຄຳຕອບຢ່າງລະອຽດ, ມີລັກສະນະຮີບດ່ວນ, ຕ້ອງໄດ້ຮັບການແກ້ໄຂໃນທັນທີ, ມີຜົນກະທົບໃຫຍ່ຕໍ່ຄວາມໄວ້ເນື້ອເຊື່ອໃຈໃນການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງພາກພື້ນ ເອກະຊົນ ເພື່ອປະຕິບັດການຫັນເປັນລະບອບ ລະບຽບການໃນມະຕິສະບັບນີ້.
(ແຫຼ່ງຄັດຈາກ VOV)