• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສຈ. ປອ ຈິ້ງຮົ່ງເຊີນ - “ຜູ້ປົວພະຍາດແຕ່ກຳເນີດ”

ຖ້າ​​ໂຮງ​ໝໍ ​ຫວຽດ​ດຶກ ​ເປັນທີ່ຮັບ​ຮູ້​ວ່າ ​ແມ່ນ​ໂຮງ​ໝໍ​ຊັ້ນ​ນຳ​ ໃນ​ການ​ຝຶກ​ອົບ​ຮົມ “ມື​ຄຳ” ຂອງຂະແໜງການຜ່າຕັດ ​ຫວຽດ​ນາມ,ສຈ.ປອ ທ່ານໝໍປະຊາຊົນ ຈິ້ງຮົ່ງເຊີນ (ຮອງ​ຜູ້​ອຳ​ນວຍ​ການ ​ໂຮງ​ໝໍ​ ມິດ​ຕະ​ພາບ ຫວຽດ​ດຶກ) ແມ່ນ

ພະແນກ ມະເຮັງ ວິທະຍາ (ໂຮງໝໍ ຫວຽດດຶກ) ຊຶ່ງແມ່ນບ່ອນທີ່ ສຈ. ເຊີນ ເຮັດວຽກ, ບ່ອນເພິ່ນໄດ້ເຫັນກັບຕາ ເຖິງຄວາມເຈັບ ປວດ, ຄວາມຫວັງ ແລະ ບາງຄັ້ງ ແມ່ນຄວາມຝັນ ທີ່ບໍ່ສໍາເລັດ ຂອງ ຄົນເຈັບທີ່ເປັນມະເຮັງ. ສຈ. ເຊີນ ແມ່ນໜຶ່ງໃນຈຳນວນ ບໍ່ພໍເທົ່າໃດຄົນໃນເວລາທີ່ ພວກຂ້າພະເຈົ້າຄົ້ນຫາຂໍ້ມູນ ໃນເຄືອຂ່າຍ ສັງຄົມ ຫຼື ໃນໜັງສືພິມ, ບັນດາເລື່ອງລາວ ກ່ຽວກັບເພິ່ນ ໄດ້ຖືກແບ່ງປັນ, ໂດຍສະມາ ຊິກໃນຄອບຄົວ ຫຼື ຄົນເຈັບ ທີ່ໄດ້ຮັບການປິ່ນປົວ ໂດຍ ກົງຈາກ ເພິ່ນ.
 


ສຈ.ປອ, ທ່ານໝໍປະຊາຊົນ ຈິ້ງຮົ່ງເຊີນ (ເດືອນ ທັນວາ 2021). ພາບ: ແທງຢາງ/VNP


ສຈ.ປອ ຈິ້ງຮົ່ງເຊີນ, ຮອງຜູ້ອຳນວຍການ ໂຮງໝໍ ມິດຕະພາບ ຫວຽດດຶກ ກ່າວຄຳເຫັນ ໃນພິທີສະເຫຼີມສະຫຼອງ 110 ປີ ວັນ ສ້າງຕັ້ງໂຮງໝໍ. ພາບ: ແທງຢາງ/VNP


ຄະນະນຳ​ ຂອງ ​ໂຮງ​ໝໍ​ມິດຕະພາບ ​ຫວຽດ​ດຶກ ໃນພິທີ​ສະ​ເຫຼີ​ມ ສະຫຼອງ 110 ປີ​ ວັນ​ສ້າງ​ຕັ້ງ​ໂຮງໝໍ. ພາບ: ແທງຢາງ/VNP
 

ທີ່​ກອງ​ປະຊຸມ​ສົນທະນາຕາມຮູບແບບ​ທາງໄກ, ສຈ.ປອ ​ຈິ້ງ​ຮົ່ງ​ເຊີນ ​ໄດ້​ແບ່ງປັນ​ປະສົບການ ຫຼາຍຢ່າງ ໃນ​ການປະຕິບັດວຽກ​ງານຂອງ​ຕົນ. ພາບ: ແທງຢາງ/VNP


ບັນດາ​ຜູ້​ແທນ ພ້ອມກັບ ສຈ.ປອ ຈິ້ງຮົ່ງເຊີນ ຖ່າຍຮູບຮ່ວມ ເປັນທີ່ລະນຶກ ໃນກອງປະຊຸມສົນທະນາ ກ່ຽວກັບ ຫົວເລື່ອງ ບໍລິຈາກ ອາໄວຍະວະ ແລະ ຍົກສູງ ປະສິດທິພາບ ວຽກງານ ບົ່ງມະຕິພະຍາດ ສະໝອງຕາຍ ຢູ່ຕາມໂຮງໝໍ ຮາກຖານ. ພາບ: ແທງຢາງ/VNP

ໜຶ່ງ​ໃນ​ຈຳນວນນັ້ນ ​ແມ່ນ​ທະ​ນາຍ​ຄວາມ ​ຖ໋າຍບ່າວ​ແອງ - ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ ກົດ​ໝາຍ Bao & Partners ​ໄດ້​ແບ່ງ​ປັນ​ ຢູ່​ໃນໜ້າ​ສ່ວນ​ຕົວ​ຂອງ​ຕົນ ແລະ ຫຼັງຈາກນັ້ນ ​ໄດ້​ຖືກ ໜັງສືພິມ ຈຳນວນໜຶ່ງ ຄັດເລືອກ​ອ້າງ​ຕາມ​ຕົ້ນ​ສະບັບ. ແມ່ ຂອງເພິ່ນ ເປັນມະເຮັງ ໄລຍະສຸດທ້າຍ, ດ້ວຍການຢູ່ລອດ ມີພຽງ 5%, ແຕ່ສິ່ງ ມະຫັດສະຈັນ ໄດ້ເກີດຂຶ້ນກັບ ທ່ານນາງ, ຫຼັງຈາກການຜ່າຕັດ 8,5 ຊົ່ວໂມງ ໂດຍ ສຈ. ເຊີນ ເປັນຜູ້ຜ່າຕັດ ໂດຍກົງ.

ເລື່ອງ ​ຂອງ ​ທະ​ນາຍ​ຄວາມ ​ຖ໋າຍບ໊າວ​ແອງ, ສຈ. ເຊີນ ກ່າວວ່າ ອາຊີບການ​ແພດ​ເປັນ​ອາຊີບ​ ທີ່ລົງເລິກ ດ້ານວິຊາສະເພາະ​ເກີນ​ໄປ, ດັ່ງ​ນັ້ນ​ບໍ່​ແມ່ນ​ໃຜ ກໍສາມາດ ເຂົ້າ​ໃຈ​ໄດ້ວ່າ ​ທ່ານໝໍ​ໄດ້ ພະ ຍາຍາມ​ສຸດ​ຄວາມ​ສາມາດແລ້ວ. ເພາະສະນັ້ນ, ເມື່ອສູນເສຍ ຄົນທີ່ຮັກ, ທຸກຄົນຕ່າງກໍເຈັບປວດ ແລະ ເມື່ອເຈັບປວດແລ້ວ, ບາງຄັ້ງ ພວກເຂົາ ຈະຕໍານິຕິຕຽນ ທ່ານໝໍ. ສຈ. ເຊີນ​ໄດ້ ​ເອົາ ສັນຍາສະບັບໜຶ່ງ ໃຫ້ທ່ານ ຖ໋າຍບ໊າວ​ແອງ ເພື່ອລົງລາຍເຊັນ ເປັນຂໍ້ອ້າງອີງ ​ເພາະເປັນ​ຫ່ວງ​ວ່າ​ຈະ​ຖືກ​ຟ້ອງ. ແຕ່ຄວາມຄິດນີ້ ບໍ່ແມ່ນສໍາລັບຕົນເອງ, ແຕ່ເນື່ອງຈາກວ່າ "ມື້ໜຶ່ງ, ຂ້າພະເຈົ້າ ທຳການຜ່າຕັດສອງສາມລາຍ, ທັງໝົດ ແມ່ນກໍລະນີຍາກໆ ຄື ກັນ ກັບກໍລະນີແມ່ ຂອງເຈົ້າ, ດັ່ງນັ້ນຖ້າ ຖືກຟ້ອງ, ຂ້າພະເຈົ້າ ຈະບໍ່ມີກຳລັງແຮງ ແລະ ຈິດໃຈ ເພື່ອສຸມໃສ່ຄົນເຈັບອີກ. ຂ້າພະ ເຈົ້າຄິດງໍ້ໃຫ້ຄົນເຈັບ, ບໍ່ແມ່ນ ໃຫ້ຂ້າພະເຈົ້າເອງ”. ຫຼັງຈາກນັ້ນ ທະນາຍຄວາມ ໄດ້ຂຽນຄໍາໝັ້ນສັນຍາ ຄືນໃໝ່ ແລະ ບອກ ສຈ. ເຊີນ “ຈົ່ງນຳໃຊ້ມັນ ຕໍ່ມາ". ເນື່ອງຈາກວ່າ ອີງຕາມທະນາຍ ຄວາມ, ຄໍາໝັ້ນສັນຍາທີ່ ສຈ. ເຊີນ ໃຫ້ລາວ ໄດ້ຂຽນແບບ ງ່າຍໆ, ບໍ່ພຽງພໍ ທີ່ຈະປົກປ້ອງໃຫ້ ທ່ານໝໍ ຈາກເລ່ລ່ຽມ ກໍ່ຜົນຮ້າຍ ເຊິ່ງກັນ ແລະ ກັນ ດ້ວຍຄໍາເວົ້າ ທີ່ຄົນ ໃນສັງຄົມ ຍັງເຄີຍເຮັດ.
ສຈ. ເຊີນ ເປັນຜູ້ທີ່ມີຄວາມກະຕືລືລົ້ນທີ່ສຸດ ໃນວຽກງານ. ເພິ່ນ ມີຄວາມຕັ້ງໃຈເປັນພິເສດ ໃນການຜ່າຕັດ ມະເຮັງ ລະບົບຍ່ອຍ ອາຫານເຊັ່ນ: ມະເຮັງຕັບ, ມ້າມ, ກະເພາະ, ພິເສດແມ່ນ ການ ປູກ ຖ່າຍຕັບ. ທ່ານ ໄດ້ປະສົມຜົນສຳເລັດ ໃນການຜ່າຕັດທາງ ເດີນນໍ້າບີ, ການຜ່າຕັດ ເສັ້ນເລືອດດຳ, ການຜ່າຕັດເສັ້ນ ເລືອດ ດຳຕັບ... ນຳເອົາຊີວິດໃໝ່ ໃຫ້ຄົນເຈັບ ນັບຫຼາຍຮ້ອຍຄົນ. ສຈ. ເຊີນ ຍັງເປັນ ຜູ້ທີ່ນໍາເອົາເຕັກນິກ Frey ເອົາ ນີ້ວ ຢູ່ຕ່ອມມ້າມ ມາຍັງ ຫວຽດນາມ ແລະ ຜັນຂະຫຍາຍ ເຕັກນິກ ເປີດທໍ່ນໍ້າບີ ໃນມ້າມ ເພື່ອແກ້ໄຂການອຸດຕັນຖົງບີ, ກູ້ເອົາຊີວິດ ຫຼາຍຄົນ ທີ່ ເປັນພະຍາດຮ້າຍແຮງນີ້.



ສຈ.ປອ ຈິ້ງຮົ່ງເຊີນ ໃນການຜ່າຕັດ ລະບົບຍ່ອຍອາຫານ ຢູ່ຫ້ອງ ຜ່າຕັດໂຮງໝໍມິດຕະພາບ ຫວຽດດຶກ. ພາບ: ແທງຢາງ/VNP


ຄົນເຈັບພາຍຫຼັງການຜ່າຕັດໄດ້ຮັບການຢ້ຽມຢາມ ແລະ ໃຫ້ກຳ ລັງໃຈ ຈາກ ສຈ.ປອ ຈິ້ງຮົ່ງເຊີນ ຢູ່ເທິງຕຽງ. ພາບ: ແທງຢາງ/VNP


ສຈ.ປອ ຈິ້ງຮົ່ງເຊີນ ໃນການຜ່າຕັດລະບົບຍ່ອຍອາຫານ ຢູ່ຫ້ອງ ຜ່າຕັດໂຮງໝໍມິດຕະພາບ ຫວຽດດຶກ.

ພາບ: ແທງຢາງ/VNP

ບັນດາທ່ານ​ໝໍ​ໜຸ່ມ​ໄດ້​ຮັບ​ການ​ຊີ້ແນະ​ໂດຍ ສຈ.ປອ ຈິ້ງຮົ່ງເຊີນ ກ່ຽວ​ກັບ ​ປະ​ສົບ​ການ​ຜ່າ​ຕັດ ລະບົບ​ຍ່ອຍ​ອາ​ຫານ​

ຜ່ານການ ​ອ່ານ​ພິມ. ພາບ: ແທງຢາງ/VNP


ໃນເບື້ອງຕົ້ນ, ເມື່ອ​ການ​ບໍລິຈາກ​ອະໄວຍະວະ​ ຍັງ​ແມ່ນ​ແນວ​ຄິດ​ໃໝ່​ໃນ​ສັງຄົມ​ ຫວຽດນາມ, ສຈ. ເຊີນ ພ້ອມ ທີ່ຈະເປັນ “ນັກໂຄ ສະນາເຜີຍແຜ່” ຢູ່​ທຸກ​ບ່ອນ, ທຸກ​ສະ​ຖາ​ນະ​ການ​, ລວມ​ທັງ​ໃນເວ ລາ​ໄປ​ບັນ​ຍາຍ​ ຫຼື ໃນງານ​ສໍາ​ມະ​ນາ.
ສຈ. ເຊີນ ບໍ່ພຽງແຕ່ໄດ້ ວົງການ ນັກວິຊາການຕີລາຄາວ່າ ເປັນ ຜູ້ທີ່ມີ “ມືຄຳ” ເທົ່ານັ້ນ, ແຕ່ຍັງໄດ້ຮັບການຍ້ອງຍໍ ຈາກຄົນເຈັບ ວ່າ ເປັນແບບຢ່າງ “ທ່ານໝໍ ຄື ແມ່ທີ່ໃຈດີ”. ສຈ. ເຊີນ ຍັງ​ມີ​ນິດ ໄສ​ພິ​ເສດ, ນັ້ນແມ່ນ ​​​ບັນທຶກ​ດ້ວຍ​ມື​ຢ່າງ​ລະອຽດ​ ຊື່, ທີ່ຢູ່, ວັນ​ເດືອນ ​ປີ ​ເກີດ, ອາຊີບ, ສະພາບ​ຄອບຄົວ ​ກໍຄືລາຍ​ຮັບ​ຂອງ​ຄົນ​ເຈັບ​ແຕ່ລະຄົນ ​ເພື່ອ​ພິຈາລະນາ ​ສັ່ງ​ຢາ ​ມີລາຄາຖືກ​ກວ່າ, ​ແຕ່​ປະສິດທິ​ຜົນ​ ຂອງ​ ການ​ປິ່ນປົວບໍ່ມີຄວາມແຕກຕ່າງ ກັນເກີນໄປ.
ສຈ. ຈິ້ງຮົ່ງເຊີນ ​ແມ່ນ​ຜູ້​ຊ່ຽວຊານ ດ້ານ​ການ​ຜ່າ​ຕັດ ລະບົບ ຍ່ອຍ​ອາຫານ​ແຖວ​ໜ້າ​ຢູ່ ຫວຽດນາມ ​ແລະ ​ເປັນ​ສະມາຊິກ​ຢ່າງ​ເປັນ​ທາງ​ການ​ ຂອງ​ ສະມາຄົມ​ຜ່າຕັດ ຝຣັ່ງ. ເພິ່ນມີຜົນງານ ຫຼາຍ ຢ່າງ ກ່ຽວກັບ ການຜ່າຕັດມະເຮັງ ກະເພາະ, ມະເຮັງຕັບ, ມະ ເຮັງມ້າມ... ກາຍເປັນປຶ້ມແນະນຳ ໃຫ້ນັກຮຽນ ແລະ ເພື່ອນຮ່ວມງານ ເພື່ອການທາບທາມ. ສຈ. ຈິ້ງຮົ່ງເຊີນ ​ໄດ້​ຮັບ​ໃບ​ຍ້ອງຍໍ ຈາກ​ນາຍົກລັດຖະມົນຕີ, ກະຊວງ ​ສາທາລະນະ​ສຸກ; ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​​ສາມ, ໄດ້​ຮັບ​​ນາມ​ມະ​ຍົດ​ ​ຄູ​​ປະ​ຊາ​ຊົນ... ແລະ ໄດ້ຮັບນາມມະຍົດ ສາດສະດາຈານ ຂະແໜງ​ການ​ແພດ​ ໃນ​ເດືອນ​ມັງ​ກອນ 2015.
ສຈ.ປອ ຈິ້ງຮົ່ງເຊີນ ເຄີຍເປັນ Chef de clinique ຢູ່ໂຮງຫມໍ Hautepiere, ປະເທດ ຝຣັ່ງ, ອາຈານສອນພິເສດ ຢູ່ມະຫາວິທະ ຍາໄລ Louis Pasteur, ປະເທດ ຝຣັ່ງ. ປີ 2002: ໄດ້ຮັບໃບປະ ກາດ ສະນີຍະບັດ "Diplome d' assistant étranger" ຈາກມະ ຫາວິທະຍາໄລ Louis Pasteur de Strasbourg, ປະເທດ ຝຣັ່ງ, ໃນ 02 ຫົວຂໍ້ ກ່ຽວກັບ ວິຊາກາຍະວິພາກຕັບ ໝູນໃຊ້ໃນການ ຜ່າຕັດ.


 

ບົດ: ຖາວວີ - ພາບ: ແທງຢາງ - ແປໂດຍ: ບິກລຽນ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top