• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແມ່​ນ​ພື້​ນ​ຖານ​ເພື່ອ​ສ້າງ​ຫວຽດ​ນາມ ວັດ​ທະ​ນາ​ຖາ​ວອນ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ ວິທະຍາສາດ ແລະ ເຕັກໂນໂລຢີ ສວມບົດບາດ ບຸກທະລຸສຳຄັນແຖວໜ້າ, ກຳລັງໜູນຫຼັກເພື່ອສ້າງພື້ນຖານເສດຖະກິດຄືນໃໝ່, ສ້າງຮູບແບບການເຕີບໂຕໃໝ່ ແລະ ນຳຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ກ່າວຄຳເຫັນທີ່ເຫດການ

ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ບໍ່ພຽງແຕ່ແມ່ນກຳລັງໜູນໃນການເຕີບໂຕເສດຖະກິດເທົ່ານັ້ນ, ຫາກຍັງແມ່ນພື້ນຖານເພື່ອສ້າງ ຫວຽດນາມທີ່ວັດທະນາຖາວອນອີກດ້ວຍ, ແມ່ນເຄື່ອງມືຍຸດທະສາດເພື່ອຍົກສູງສະມັດຕະພາບໃນການອອກແຮງງານ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ. ນີ້ແມ່ນການຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຢູ່ເຫດການ “ວັນບຸນວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ 18 ພຶດສະພາ” ປີ 2025.

ກ່າວຄຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ ວິທະຍາສາດ ແລະ ເຕັກໂນໂລຢີ ສວມບົດບາດ ບຸກທະລຸສຳຄັນແຖວໜ້າ, ກຳລັງໜູນຫຼັກເພື່ອສ້າງພື້ນຖານເສດຖະກິດຄືນໃໝ່, ສ້າງຮູບແບບການເຕີບໂຕໃໝ່ ແລະ ນຳຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງສະເໜີວ່າ:

ສືບຕໍ່ປະຕິບັດສຳເລັດລະບອບລະບຽບການເພື່ອສ້າງກອບນິຕິກຳທີ່ໂປ່ງໃສ, ເປີດເຜີຍ ເພື່ອນຳລະບອບລະບຽບການກາຍເປັນຂົວເຊື່ອມຕໍ່ແຜ່ກະຈາຍວິທະຍາສາດເຕັກໂນໂລຢີເຂົ້າທຸກດ້ານຂອງຊີວິດເສດຖະກິດສັງຄົມ. ໂດຍສືບຕໍ່ພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດຕາມທິດຮອບດ້ານເພື່ອນຳປະຊາຊົນ, ວິສາຫະກິດກາຍເປັນສູນຂອງລະບົບນິເວດນະວັດຕະກຳແຫ່ງຊາດ. ຍູ້ແຮງການພົວພັນວິທະຍາສາດ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ.     

(ແຫຼ່ງຄັດຈາກ VOV)

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 30 ພຶດສະພາຫາວັນທີ 1 ມິຖຸນາ ໃນສະພາບການເພີ່ມຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ກໍ່ຄືບັນດາປັດໄຈຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຊື່ງໄດ້ກໍ່ຄວາມກົດດັນໃຫ່ຍຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ຂອງ ອາຊີ-ປາຊີຟິກ.

Top