• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ແລະ ລັດ​ເຊ​ຍ ຈັດ​ຕັ້ງ​ການ​ຊ້ອມ​ຮົບ​ຮ່ວມ​ໃນ​ທ້າຍ​ປີ 2025

ການຊ້ອມຮົບດັ່ງກ່າວມີຫົວຂໍ້ “ຮຽງບ່າຮຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ສະຖຽນລະພາບ” ແນໃສ່ແບ່ງປັນບົດຮຽນປະສົບການໃນການສູ້ຮົບລະຫວ່າງກຳລັງກອງທັບສອງປະເທດ.
ກອງທັບສອງປະເທດພວມ ຕັ້ງໜ້າແລກປ່ຽນ, ປຶກສາຫາລືເພື່ອເປັນເອກະພາບບັນດາເນື້ອໃນການຊ້ອມຮົບຮ່ວມ ກໍຄືບັນດາກິດຈະກຳພົບປະແລກປ່ຽນໃນຄັ້ງນີ້ (ພາບ: ໜັງສືພິມກອງທັບປະຊາຊົນລາວ)

ວັນທີ 15 ກໍລະກົດ, ກະຊວງປ້ອງກັນປະເທດລາວ ໃຫ້ຮູ້ວ່າ ລາວ ແລະ ລັດເຊຍ ຫາກໍປຶກສາຫາລື ແລະ ເປັນເອກະພາບແຜນການຈັດຕັ້ງການຊ້ອມຮົບຮ່ວມ “LAROS-2025”, ຄາດວ່າ ຈະດຳເນີນໃນທ້າຍປີນີ້ຢູ່ ລາວ. ການຊ້ອມຮົບດັ່ງກ່າວມີຫົວຂໍ້ “ຮຽງບ່າຮຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ສະຖຽນລະພາບ” ແນໃສ່ແບ່ງປັນບົດຮຽນປະສົບການໃນການສູ້ຮົບລະຫວ່າງກຳລັງກອງທັບສອງປະເທດ.

ຕາມເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ລາວ ແລ້ວ, ປັດຈຸບັນ ສອງຝ່າຍພວມຕັ້ງໜ້າແລກປ່ຽນ, ປຶກສາຫາລືເພື່ອເປັນເອກະພາບບັນດາເນື້ອໃນການຊ້ອມຮົບຮ່ວມ ກໍຄືບັນດາກິດຈະກຳພົບປະແລກປ່ຽນວັດທະນະທຳ - ສິລະປະ, ກິລາ, ທ່ອງທ່ຽວໃນຕະຫຼາດໄລຍະດຳເນີນການຊ້ອມຮົບຮ່ວມ.

ການຊ້ອມຮົບ “LAROS-2025” ລະຫວ່າງ ລາວ ແລະ ລັດເຊຍ ໄດ້ຜັດປ່ຽນກັນຈັດແຕ່ປີ 2019 ເພື່ອແນໃສ່ເພີ່ມທະວີ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ຍົກສູງຄວາມສາມາດສູ້ຮົບຂອງສອງກອງທັບ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP ກັບບັນດາປະເທດ

ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP ກັບບັນດາປະເທດ

ທ່ານນາງ Beth Bechdol, ຮອງຜູ້ອຳນວຍການໃຫຍ່ FAO ໃຫ້ຂໍ້ສັງເກດວ່າ, OCOP ຂອງ ຫວຽດນາມ ບໍ່ພຽງແຕ່ຊ່ວຍຫັນຜະລິດຕະພັນກະສິກຳຂອງທ້ອງຖິ່ນເປັນຫຼາຍຮູບຫຼາຍແບບ

Top