• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ຈະສ້າງ​ຕາ​ຕະ​ລາ​ງ​ເນື້ອ​ໃນ​ບັນ​ດາ​ເງື່ອນ​ໄຂ​ສຳ​ລັບ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ກັບ ຢູ​ແກຼນ

ວັນທີ 21 ພຶດສະພາ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ແຈ້ງໃຫ້ຊາບວ່າ ລັດເຊຍ ຈະຈັດຕາຕະລາງບັນດາເງື່ອນໄຂເພື່ອມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງຢຸດຍິງກັບ ຢູແກຼນ.
ນາຍທະຫານ ຢູແກຼນ ໃນການປະທະກັນກັບ ລັດເຊຍ ຢູ່ໃກ້ Bahmut, ເຂດ Donetsk (ພາບ: Reuters/TTXVN)

ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ທ່ານ Dmitry Peskov ໃຫ້ຮູ້ວ່າ ທ່ານຍັງບໍ່ສາມາດສະໜອງຂໍ້ມູນໃດທີ່ແນ່ນອນ ນອກຈາກການແຈ້ງໃຫ້ຊາບວ່າ ຈະມີຕາຕະລາງຕ່າງຫາກກ່ຽວກັບບັນດາເງື່ອນໄຂໃຫ້ແກ່ຂໍ້ຕົກລົງຢຸດຍິງ ອີງໃສ່ຂໍ້ຕົກລົງທີ່ບັນລຸໄດ້ໃນການເຈລະຈາຄັ້ງຕ່າງໆຢູ່ນະຄອນ Istanbul (ຕວັກກີ) ຫວ່າງມໍ່ໆມານີ້ລະຫວ່າງຄະນະ ລັດເຊຍ ແລະ ຢູແກຼນ. ທ່ານປະຕິເສດບັນດາຄຳກ່າວຫາຈາກຝ່າຍ ຢູແກຼນ ແລະ ເອີຣົບ ທີ່ຖືວ່າ ລັດເຊຍ ພວມຕັ້ງໃຈໂຈະການເຈລະຈາສັນຕິພາບ ກັບ ຢູແກຼນ.

ກໍໃນວັນທີ 21 ພຶດສະພາ, ວັງ Kremlin ກໍຢັ້ງຢືນວ່າ ລັດເຊຍ ບໍ່ປະຄວາມອາດສາມາດເຈລະຈາໂດຍກົງລະຫວ່າງທ່ານປະທານາທິບໍດີ Vladimir Putin ແລະ ຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky, ແຕ່ດ້ວຍເງື່ອນໄຂ ບັນດາຄວາມມານະພະຍາຍາມສັນຕິພາບທີ່ພວມດຳເນີນນັ້ນ ຕ້ອງມີຄວາມຄືບໜ້າ ແລະ ບັນລຸໄດ້ບັນດາຂໍ້ຕົກລົງທີ່ແນ່ນອນ.

(ແຫຼ່ງຄັດຈາກ VOV)

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 30 ພຶດສະພາຫາວັນທີ 1 ມິຖຸນາ ໃນສະພາບການເພີ່ມຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ກໍ່ຄືບັນດາປັດໄຈຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຊື່ງໄດ້ກໍ່ຄວາມກົດດັນໃຫ່ຍຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ຂອງ ອາຊີ-ປາຊີຟິກ.

Top