• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບ​ຂໍ້​ຕົກ​ລົງ ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ສຳ​ລັບນາຍ​ຕຳຫຼວດປະ​ຊາ​ຊົນ 3 ຄົນ

ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຫົວໜ້າຄະນະຊີ້ນຳການຜັນຂະຫຍາຍແຜນຮ່າງຕຳຫຼວດປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຢັ້ງຢືນວ່າ ນີ້ແມ່ນໜ້າທີ່ສຳຄັນຂອງປະເທດຊາດເວົ້າລວມ ແລະ ກະຊວງຕຳຫຼວດ ຫວຽດນາມ ເວົ້າສະເພາະ.
ພິທີມອບຂໍ້ຕົກລົງ

ວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດວ່າດ້ວຍການຈັດສົ່ງນາຍຕຳຫຼວດໄປເຂົ້າຮ່ວມວຽກງານຮັກສາສັນຕິພາບ ສປຊ ສຳລັບນາຍຕຳຫຼວດປະຊາຊົນ 3 ຄົນ, ສັງກັດໜ່ວຍປະຕິບັດງານເລກທີ 4, ໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ຄະນະຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ (UNMISS) ປີນີ້, ເຊິ່ງລວມມີ: ພັນຕີ ຮວ່າງຈ້ອງຮວ່າ, ຮ້ອຍເອກ ຫງວຽນເຖແອັງ, ຮ້ອຍເອກ ນາງ ເຈິ່ນທິທູຈາງ.

        ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຫົວໜ້າຄະນະຊີ້ນຳການຜັນຂະຫຍາຍແຜນຮ່າງຕຳຫຼວດປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຢັ້ງຢືນວ່າ ນີ້ແມ່ນໜ້າທີ່ສຳຄັນຂອງປະເທດຊາດເວົ້າລວມ ແລະ ກະຊວງຕຳຫຼວດ ຫວຽດນາມ ເວົ້າສະເພາະ. ທ່ານລັດຖະມົນຕີ ເລືອງຕາມກວາງ ໃສ່ໃຈວ່າ ບັນດານາຍຕຳຫຼວດຕ້ອງຮຽນຮູ້, ຍົກສູງລະດັບຄວາມຮູ້, ທັກສະ; ແລກປ່ຽນ, ຮັບເອົາບົດຮຽນ, ປະສົບການຂອງລຸ້ນກ່ອນຢ່າງບໍ່ຢຸດຢັ້ງ ເພື່ອກະກຽມບັນດາເງື່ອນໄຂໃຫ້ລອບຄອບຖີ່ຖ້ວນ; ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຕັດສິນໃຈປະຕິບັດສຳເລັດໜ້າທີ່ ໂດຍ ສປຊ ແລະ ພັກ, ລັດ, ກະຊວງຕຳຫຼວດ ຫວຽດນາມ ມອບໝາຍໃຫ້ເປັນຢ່າງດີທີ່ສຸດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ

ໃນຂອບເຂດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳພາຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ຕະຫຼຽນ ແລະ ເຮັດວຽກຢູ່ຈີນ (25 – 27 ມິຖຸນາ), ວັນທີ 26 ມິຖຸນາ, ຢູ່ປັກກິິ່ງ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການພົບປະກັບທ່ານວ້າງຄູໜິງ ປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດ.

Top