• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ພາບປະທັບໃຈຂອງ ຫວຽດນາມ ບົນເສັ້ນທາງການ ຖ່າຍຮູບຢູ່ ຝຣັ່ງ

ປີ 2010, ຂ້າພະເຈົ້າຮູ້ສຶກເປັນກຽດ ທີ່ສະມາຄົມ ຮູບພາບ ບໍ່ມີພົມແດນ-Image Sans Frontière (ISF) ເຊີນໄປ ຝຣັ່ງ ເຮັດວຽກ ແລະ ເຂົ້າຮ່ວມງານຖ່າຍຮູບ La Gacilly (Festival Photo La Gacilly) ເຊິ່ງຈັດຂຶ້ນຢູ່ Bretagne. ທຽບກັບງານປະກວດຮູບພາບສາກົນ ທີ່ຂ້າພະເຈົ້າເຄີຍ ໄດ້ ເຂົ້າຮ່ວມ, ເທດສະການຖ່າຍຮູບດັ່ງກ່າວ ມີຫຼາຍຮູບແບບ ກວ່າ ໂດຍມີຫຼາຍກິດຈະກໍາເຊັ່ນ: workshop ຂອງ ບັນດາ ຊ່າງພາບ ຍຸກປັດຈຸບັນ, ເປັນແຂກຖືກເຊີນ ທ່ີມີກຽດ ພ້ອມ ຊຸດພາບຖ່າຍ ທ່ີຈັດສະແດງ ໃນເທດສະການ... ງານວາງ ສະແດງ ຈະແກ່ຍາວຕະຫຼອດ 3 ເດືອນ ຂອງ ລະດູຮ້ອນ. ຕໍ່ ຈາກນັ້ນ ເມື່ອມີໂອກາດໄດ້ໄປປະເທດ ເອີຣົບ, ຂ້າພະເຈົ້າ ຈະເລືອກໄລຍະຈັດງານເທດສະການຖ່າຍຮູບ. 
ຕົ້ນປີ 2020, ທ່ານນາງ Sophie Pouillon, ປະທານ ISF ສະເໜີໃຫ້ຂ້າພະເຈົ້າ ສົ່ງຮູບພາບ ເຂົ້າຮ່ວມເທດສະການ ເສັ້ນທາງຖ່າຍຮູບ-Chemins de Photos ເຊິ່ງໄດ້ຈັດຂຶ້ນ ຢູ່ L’Aude, ພາກໃຕ້ຂອງ ຝຣັ່ງ ໂດຍ Association D119 ເປັນຜູ້ຈັດ. ແນ່ນອນວ່າ ເປັນຊ່າງພາບ, ຜູ້ໃດກໍ່ມີ ຄວາມຝັນ ທ່ີຈະໄດ້ເຂົ້າຮ່ວມເທດສະການ ຄັ້ງນີ້ ຈັກຄັ້ງ ໜຶ່ງ, ສະນັ້ນ ຂ້າພະເຈົ້າ ຈຶ່ງ ສົ່ງຮູບພາບ 2 ຊຸດຄື “ຊີງໝາກ ເກ່ົາ” ແລະ “ພິທີເລື່ອນຂັ້ນທຽນ 12 ເຫຼັ້ມຂອງ ຊາວເຜົ່າ ຢ້າວແດງ” ເຂົ້າຮ່ວມ ໂດຍບໍ່ມີຄວາມຫວັງປານໃດ, ແຕ່ ຮູບພາບທັງສອງຊຸດຢູ່ໃນ10 ອັນດັບຕົ້ນ ຈາກທັງໝົດ 150 ຊຸດ. ຕາມກົດລະບຽບຂອງຄະນະຈັດງານ, ຖ້າຜູ້ໃດມີ ຮູບພາບຫຼາຍຊຸດ ໄດ້ຄະແນນສູງ, ຈະເລືອກເອົາໄປ ວາງສະແດງ ຮູບພາບ ທີ່ມີອັນດັບສູງສຸດ, ສະນັ້ນ ຮູບພາບ “ຊີງໝາກເກົ່າ” ໄດ້ຈັດອັນດັບ 4/150 ຖືກເລືອກ ເອົາໄປ ວາງສະແດງ. 










ງານຖ່າຍຮູບ La Gacilly (Festival Photo La Gacilly) ເຊິ່ງຈັດຂຶ້ນຢູ່ Bretagne ໄດ້ດຶງດູດການເຂົ້າຮ່ວມຂອງ ນັກ ທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ. ພາບ: ຫຼີຮ່ວາງລອງ








ປະມວນຮູບພາບ “ຊີງໝາກເກົ່າ” ໄດ້ວາງສະແດງໃນ ງານຖ່າຍຮູບ La Gacilly, ເຊິ່ງຈັດຂຶ້ນຢູ່ en AUDE, région OCCITANIE. ພາບ: ຫຼີຮ່ວາງລອງ
ຫົວຂໍ້ຂອງປີນີ້ ແມ່ນ Scènes de vies-ເລືອງລາວໃນ ຊີ ວິດປະຈຳວັນ, ປະມວນຮູບພາບເກືອບ 50 ຊຸດໄດ້ຈັດ ວາງ ສະແດງ ຕາມລວງຍາວຂອງເປີ້ນພູ, ຂ້າມໝູ່ບ້ານຫຼາຍແຫ່ງ ດ້ວຍລວງຍາວ 40 ກິໂລແມັດ ແຕ່ທິດຕາເວັນອອກ ຫາທິດຕາເວັນຕົກ.

ການວາງສະແດງຮູບພາບຢູ່ກາງແຈ້ງ ແມ່ນການເຄື່ອນ ໄຫວດ້ານວັດທະນະທຳ ທີ່ຄຸ້ນເຄີຍຂອງຊາວ ຝຣັ່ງ, ເຖິງວ່າ ໄດ້ຮັບຜົນກະທົບຈາກການແຜ່ລະບາດໂຄວິດ-19, ພາຍ ຫຼັງຖືກເລື່ອນເປັນເວລາ 1 ເດືອນ, ເທດສະການເສັ້ນທາງ ຖ່າຍຮູບ- Chemins de Photos ໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 11 ກໍລະກົດ 2020 ແລະ ໄດ້ຖ່າຍທອດສົດທາງ ເວັບໄຊ http://www.cheminsdephotos.com/  ແລະ ຜ່ານ ປື້ມຮູບພາບ ອອນລາຍ. https://fr.calameo.com/read/0043228906fce8dd9bb2a.

ພາຍຫຼັງ 10 ປີທີ່ຕິດຕາມການເຄື່ອນໄຫວດັ່ງກາວ, ສຸດ ທ້າຍ ຂ້າພະເຈົ້າກໍ່ສ້າງໄດ້ເສັ້ນທາງໜຶ່ງ ໃຫ້ແກ່ຕົນເອງ. 
ປະຕິບັດ: ຫຼີຮ່ວາງລອງ



 


Top