• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຝ​ລັ່ງ, ອັງ​ກິດ ແລະ ຢູ​ແກຼນ ລົງ​ນາມ​ໃນ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ກຳ​ລັງ​ນາ​ນາ​ຊາດ​ພາຍຫຼັງ​ຢຸດ​ຍິງ

ກຳລັງນີ້ຈະໄດ້ຮັບການຈຳກັດຈຳນວນທະຫານ 800.000 ຄົນ ພາຍໃຕ້ການໜູນຊ່ວຍຂອງບັນດາສຳພັນທະມິດຂອງ ຢູແກຼນ ແລະ ອາເມລິກາ.

ໃນວາລະປະຊຸມຂອງບັນດາສຳພັນທະມິດ ຢູແກຼນ ທີ່ໄດ້ດຳເນີນຢູ່ນະຄອນຫຼວງ ປາຣີ, ໃນວັນທີ 06 ມັງກອນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ລົງນາມໃນຖະແຫຼງການກ່ຽວກັບແນວຄິດຢາກສ້າງຕັ້ງກຳລັງທະຫານນານາຊາດ ແນໃສ່ຕິດຕາມກວດກາ ແລະ ຮັບປະກັນຄວາມໝັ້ນຄົງຢູ່ Kiev ພາຍຫຼັງຄຳສັ່ງຢຸດຍິງໄດ້ຮັບການສ້າງຕັ້ງຂຶ້ນ. ນີ້ແມ່ນບາດກ້າວກະກຽມທີ່ສຳຄັນ ມຸ່ງໄປເຖິງເປົ້າໝາຍຮັກສາສັນຕິພາບໃນອະນາຄົດຢູ່ພາກພື້ນນີ້.

        ລະອຽດ, ບັນດາການນຳໃຫ້ຮູ້ວ່າ ກຳລັງນີ້ຈະໄດ້ຮັບການຈຳກັດຈຳນວນທະຫານ 800.000 ຄົນ ພາຍໃຕ້ການໜູນຊ່ວຍຂອງບັນດາສຳພັນທະມິດຂອງ ຢູແກຼນ ແລະ ອາເມລິກາ. ເຖິງຢ່າງໃດກໍຕາມ, ກຳລັງນານາຊາດທີ່ໄດ້ສ້າງຕັ້ງຂຶ້ນ ບໍ່ໄດ້ເຂົ້າຮ່ວມບັນດາການປະທະກັນໂດຍກົງໃນປັດຈຸບັນ. ແທນທີ່ນັ້ນ, ບົດບາດຕົ້ນຕໍຂອງເຂົາເຈົ້າແມ່ນຮັບປະກັນບັນດາມາດຕາຂອງຂໍ້ຕົກລົງຢຸດຍິງໃນອະນາຄົດໄດ້ຮັບຄວາມເຄົາລົບ ແລະ ສ້າງເງື່ອນໄຂເປັນປົກກະຕິເພື່ອສ້າງສາປະເທດຄືນໃໝ່.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top