• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ຝູ໋ໝີ ພັດທະນາອາຊີບຜະລິດເຄື່ອງຫັດຖະກຳຈາກ ຫຍ້າບ່າງ

ຈາກຫຍ້າ ບ່າງ ທຳມະຊາດທີ່ມີຢ່າງຫຼາກຫຼາຍຢູ່ເຂດຊາຍແດນຂຶ້ນກັບຕາແສງ ຝູ໋ໝີ, ເມືອງ ຢາງແທ່ງ, ແຂວງ ກຽນຢາງ, ພໍ່ແມ່ປະຊາຊົນຊາວເຜົ່າ ຂະແມ ເຮັດໃຫ້ກາຍເປັນເຄື່ອງ ຫັດຖະກຳທີ່ງາມຕາ, ຊ່ວຍເຮັດໃຫ້ຊາວທ້ອງຖິ່ນ ມີລາຍຮັບ ທີ່ໝັ້ນຄົງຈາກອາຊີບຫັດຖະກຳມູນເຊື້ອ. 
ປັດຈຸບັນ, ທົ່ງຫຍ້າ ບ່າງ ທຳມະຊາດ (ຜື ຊະນິດໜຶ່ງ) ຢູ່ ຕາແສງ ຝູ໋ໝີ ມີເນື້ອທີ່ກວ່າ 2.500 ເຮັກຕາ, ສະໜອງຫຍ້າ ບ່າງ ຕະຫຼອດປີ, ຫຼາຍທີ່ສຸດແຕ່ເດືອນ 8-11. ແມ່ຍິງຊາວ ຂະແມ ຢູ່ ຝູ໋ໝີ ສ່ວນຫຼາຍ ຮູ້ວິທີການສານຫຍ້າ ບ່າງ ຕັ້ງແຕ່ ນ້ອຍ, ເພາະວຽກເຮັດດັ່ງກ່າວ ບໍ່ລຳບາກປານໃດ, ພຽງແຕ່ເປັນຄົນດຸໝັ່ນ ກໍ່ຈະເຮັດໄດ້. 

ພວກຂ້າພະເຈົ້າໄດ້ມາຢາມເຮືອນເອື້ອຍ ເຈີ່ນທິເຊັມ, ອາໄສຢູ່ບ້ານ ກິງເມີຍ, ຕາແສງ ຝູ໋ໝີ, ຜູ້ທີ່ທຳອາຊີບຜະລິດເຄື່ອງຫັດຖະກຳມາເປັນເວລາກວ່າ 20 ປີແລ້ວ. ເອື້ອຍ ເຊັມ ໃຫ້ຮູ້ ວ່າ ແຕ່ລະມື ລາວຕ້ອງຕື່ນແຕ່ເຊົ້າ ເພື່ອໄປເກັບຫຍ້າ ບ່າງ, ເຖິງ 9-10 ໂມງເຊົ້າ ຈະເອົາມາຕາກຢູ່ເດີ່ນບ້ານໃນເວລາ 2-3 ມື້ໃຫ້ມັນແຫ້ງ. ການຫຼົກຫຍ້າ ບ່າງ ກໍ່ມີວິທີເຮັດໂດຍສະເພາະ, ຖ້າເຮັດບໍ່ຖືກຕ້ອງ ຈະເຮັດໃຫ້ຫຍ້າ ບ່າງ ຂາດ ຫຼື ແຕກ, ເສັ້ນຫຍ້າ ບ່າງ ຈະບໍ່ສະເໝີກັນ. 


ເຂດປູກຫຍ້າ ບ່າງ ຂອງຄະນະຄຸ້ມຄອງເຂດອະນຸລັກຮັກສາ ຊາດໄມ້ ຝູ໋ໝີ ປະກອບສ່ວນຮັກສາເນື້ອທີ່ປູກ ຫຍ້າ ບ່າງ ແລະ ລະບົບຊາດໄມ້ໃນຂົງເຂດ.


ຜູ້ຍິງຊາວເຜົ່າ ຂະແມ ໄປເກັບຫຍ້າ ບ່າງ. 


ຫຼັງຈາກທີ່ເກັບມາ, ຫຍ້າ ບ່າງ ຈະໄດ້ເອົາໄປຕາກຈົນແຫ້ງ. 


ຂັ້ນຕອນການບີບຫຍ້າ ບ່າງ ແຫ້ງ ເພື່ອຄັດເລືອກເອົາເສັ້ນ ຫຍ້າ ບ່າງ ມີມີຂະໜາດສະເໝີກັນ.


ຂະໜາດຂອງຫຍ້າ ບ່າງ ຕ່າງກັນ ຈະຜະລິດອອກມາ ບັນດາຜະລິດຕະພັນເຄື່ອງຫັດຖະກຳ ແຕກຕ່າງກັນ.


ຝີມີຂອງຜູ້ຍິງຊາວເຜົ່າ ຂະແມ ໄດ້ສະແດງອອກຜ່ານການສານຫຍ້າ ບ່າງ.  


ເສື່ອໄດ້ສານດ້ວຍຫຍ້າບ່າງ ຈະໄດ້ເອົາໄປຕາກເພື່ອໃຫ້ມີຄວາມແຫ້ງດີ.


ຂັ້ນຕອນການຜະລິດເຊືອກມັດໃຫ້ກະຕ່າ ທີ່ເຮັດດ້ວຍຫຍ້າ ບ່າງ.


ຜະລິດເຊືອກມັດດ້ວຍຈັກຫຍິບ.


ບັນດາກຳມະກອນພວມເຮັດວຽກທີ່ເຂດອະນຸລັກຮັກສາ ຊາດໄມ້ ຝູ໋ໝີ. 

ຫຼັງຈາກທີ່ຕາກແຫ້ງແລ້ວ, ເຂົາເຈົ້າຈະຄັດເລືອກເອົາ ເສັ້ນຫຍ້າ ບ່າງ ໃດທີ່ມີຂະໜາດທໍ່ກັນ ແລ້ວເອົາໄປ ບີບ, ເອົາໄປຍ້ອມສີ, ຕາກແຫ້ງ ກ່ອນຈະເອົາໄປສານ. ການສານບັນດາຜະລິດ ຕະພັນດ້ວຍຫຍ້າ ບ່າງ ໄດ້ຖືວ່າ ເປັນວຽກທີ່ງ່າຍດາຍ ແຕ່ຕ້ອງການແຄ່ງແຄ້ວ, ສະນັ້ນ ສຸດທີ່ເໝາະສົມກັບແມ່ຍິງ ແລະ ເດັກນ້ອຍ.

ທ່ານ ຫຼີຮວ່າງບາວ, ຜູ້ຮັບຜິດຊອບພາກສ່ວນ ສິລະປະກຳ ຫັດຖະກຳ ເຂດອະນຸລັກຮັກສາຊາດໄມ້ ຝູ໋ໝີ ໃຫ້ຮູ້ວ່າ ແຕ່ກ່ອນ ພໍ່ແມ່ປະຊາຊົນຊາວເຜົ່າ ຂະແມ ສ່ວນຫຼາຍໄດ້ ນຳໃຊ້ຫຍ້າ ບ່າງ ເພື່ອສານເສື່ອ, ກະຕ່າ, ແຕ່ຕາມຄວາມ ຕ້ອງການຂອງຕະຫຼາດ ແລະ ໄດ້ຮຽນອາຊີບ, ສະນັ້ນ ເຂົາເຈົ້າ ສາມາດຜະລິດເຄື່ອງຫັດຖະກຳຫຼາຍປະເພດຕ່າງໆ ດ້ວຍຫຍ້າ ບ່າງ.

ອາຊີບສານຫຍ້າ ບ່າງ ຝູ໋ໝີ ໃນປັດຈຸບັນ ຍັງມີທ່າແຮງບົ່ມ ຊ້ອນຫຼາຍ, ເພາະວ່າ ນີ້ແມ່ນຜະລິດຕະພັນເປັນມິດກັບ ສິ່ງແວດລ້ອມ, ໄດ້ຫຼາຍຄົນນິຍົມຊື້, ເປັນຕົ້ນແມ່ນຢູ່ບັນດາປະເທດພັດທະນາ. ເຂດອະນຸລັກຮັກສາຊາດໄມ້ ຝູ໋ໝີ ພວມສ້າງວຽກເຮັດງານທຳໃຫ້ແຮງງານຫຼາຍຮ້ອຍຄົນ, ໃນນັ້ນ 90% ແມ່ນຊາວເຜົ່າ ຂະແມ.

ບັນດາຜະລິດຕະພັນທີ່ເຮັດດ້ວຍຫຍ້າ ບ່າງ ຂອງພໍ່ແມ່ ປະຊາຊົນຢູ່ທີ່ນີ້ ຈະໄດ້ບໍ່ລິສັດຫຸ້ນສ່ວນ ນຳເຂົ້າ-ສົ່ງອອກ ຫວີງລອງ ເກັບຊື້ 100%. ກຳລັງການຜະລິດຂອງໝູ່ບ້ານແຫ່ງນີ້ ເຮັດໄດ້ປະມານ 200.000 ຜະລິດຕະພັນຕໍ່ປີ, ບັນລຸລາຍຮັບໄດ້ 6-7 ຕື້ດົ່ງ. ເຄື່ອງຫັດຖະກຳທີ່ເຮັດດ້ວຍຫຍ້າ ບ່າງ ຈະໄດ້ສົ່ງອອກໄປສູ່ຫຼາຍປະເທດ ເອີຣົບ, ຍີ່ປຸ່ນ ແລະ ຈີນ. 

ເຄື່ອງຫັດຖະກຳທີ່ເຮັດດ້ວຍຫຍ້າ ບ່າງ ຈຳນວນໜຶ່ງ: 













 
ບົດ ແລະ ພາບ: ເຊີນເຫງ້ຍ - ແທ່ງດາດ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top