• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ປູກເຫັດຕາມເຕັກໂນໂລຊີຂອງ ຍີ່ປຸ່ນ

ດ້ວຍເນື້ອທີ່ກວ້າງ 3.000 ຕາລາງແມັດ ແລະ ປະຕິບັດຂັ້ນຕອນການຜະລິດຕາມເຕັກໂນໂລຊີຂອງ ຍີ່ປຸ່ນ, ນິຄົມປູກເຫັດຂອງບໍລິສັດ ນຳເຂົ້າ-ສົ່ງອອກ ກິໂນໂກ ແທງກາວ ຈຳກັດ ເກັບກ່ຽວເຫັດໄດ້ 1,5 ໂຕນຕໍ່ມື້, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ.
ປັດຈຸບັນ, ເມື່ອສັງເກດເຫັນໄດ້ວ່າ ຄວາມຕ້ອງການຊື້ ເຫັດ ຢູ່ຕະຫຼາດນັບມື້ນັບຫຼາຍຂຶ້ນ, ບໍລິສັດ ນຳເຂົ້າ-ສົ່ງອອກ ກິໂນໂກ ແທງກາວ ຈຳກັດ ພວມສຸມໃສ່ໃນການຜະລິດ ແລະ ສະໜອງອອກສູ່ຕະຫຼາດເຫັດຫຼາຍຊະນິດ. 

ທ່ານນາງ ເຢືອງທິທູເຫວ້ - ຜູ້ອຳນວຍການບໍລິສັດ ນຳເຂົ້າ-ສົ່ງອອກ ກິໂນໂກ ແທງກາວ ຈຳກັດ ໃຫ້ຮູ້ວ່າ ເພິ່ນໄດ້ໄປຮຽນເຕັກນິກການປູກເຫັດຢູ່ປະເທດ ຍີ່ປຸ່ນ, ຫຼັງຈາກກັບມາປະເທດ, ເພິ່ນໄດ້ລົງທຶນເຊົ່າທີ່ດິນ 3 ເຮັກຕາ​ເພື່ອກໍ່ສ້າງນິຄົມປູກເຫັດປອດສານພິດ  ດ້ວຍເຕັກໂນໂລຊີ, ຕ່ອງໂສ້, ເຄື່ອງຈັກ ໄດ້ນຳເຂົ້າມາຈາກ ຍີ່ປຸ່ນ.

ນິຄົມປູກ ເຫັດ ຂອງບໍລິສັດ ນຳເຂົ້າ-ສົ່ງອອກ ກິໂນໂກ ແທງກາວ ຈຳກັດ ເລີ່ມເຄື່ອນໄຫວແຕ່ປິ 2017 ດ້ວຍຈຳນວນເງິນລົງທຶນໃນເບື້ອງຕົ້ນແມ່ນເກືອບ 50 ຕື້ດົ່ງ.


ນິຄົມລ້ຽງເຫັດຂອງ ບໍລິສັດ ນຳເຂົ້າ-ສົ່ງອອກ ກິໂນໂກ ແທງກາວ ຈຳກັດ ທີ່ຕາແສງ ດົກກິນ, ເມືອງ ໝີ໋ດຶກ, ນະຄອນ ຮ່າໂນ້ຍ. 


ນິຄົມລ້ຽງເຫັດຂອງ ບໍລິສັດ ນຳເຂົ້າ-ສົ່ງອອກ ກິໂນໂກ ແທງກາວ ຈຳກັດ ໄດ້ປູກເຫັດຫຼາຍຊະນິດ.


ເຫັດຫຼັງຈາກໄດ້ເກັບມາ ຈະໄດ້ນຳໄປຫໍ່ໃສ່ຖົງ.


ເຫັດສາມາດເກັບກ່ຽວພາຍຫຼັງເວລາປູກ 42 ວັນ. 


ບັນດາເຄື່ອງຈັກທີ່ທັນສະໄໝໄດ້ນຳໃຊ້ໃນຂັ້ນຕອນການຜະລິດ.


ເຫັດໄດ້ນຳໄປຫໍ່ໃສ່ຖົງ.


ເພື່ອຮັບປະກັນຄຸນນະພາບຂອງຜະລິດຕະພັນ, ບັນດາກຳມະກອນຕ້ອງປະຕິບັດຖືກຕາມບັນດາ
ມາດຕະຖານກ່ຽວກັບຄວາມປອດໄພໃນການຜະລິດ.



ຂັ້ນຕອນການຜະລິດ ແລະ ຫຸ້ມຫໍ່ ລ້ວນແຕ່ ໄດ້ປະຕິບັດ ຕາມເຕັກໂນໂລຊີຂອງ ຍີ່ປຸ່ນ.


ຫຼັງຈາກຫໍ່ໃສ່ຖົງແລ້ວ, ເຫັດຈະໄດ້ເອົາໄປເກັບຮັກສາໃນ ຫ້ອງເຢັນ ກ່ອນທີ່ຈຳໜ່າຍອອກສູ່ຕະຫຼາດ.

ເພື່ອສາມາດບັນຊາໄດ້ຕ່ອງໂສ້ການຜະລິດ, ທ່ານນາງ ເຫວ້ ໄດ້ສົ່ງພະນັກງານໄປຮຽນຢູ່ ຍີ່ນປຸ່ນ. ນອກຈາກບັນດາ ແຮງງານທີ່ເປັນຊາວທ້ອງຖິ່ນ, ນິຄົມແຫ່ງນີ້ ຍັງຮັບເອົາ ນັກສຶກສາຂອງສະຖາບັນ ກະສິກຳ ຫວຽດນາມ ມາຝຶກງານ ໃນລະດູແລ້ງ ແລະ ສອນພາພາ ຍີ່ປຸ່ນ ເພື່ອດຶງດູດ ພະນັກງານຜູ້ມີຄວາມຮູ້ຄວາມສາມາດມາໃຫ້ແກ່ບໍລິສັດ. ປັດຈຸບັນ, ນິຄົມແຫ່ງນີ້ ໄດ້ສະໜອງເຫັດອອກສູ່ຕະຫຼາດ 1 ໂຕນຕໍ່ມື້, ດ້ວຍລາຄາແຕ່ 100.000 – 120.000 ດົ່ງ/ກິໂລ.

ປັດຈຸບັນ, ລາຍຮັບຂອງບໍລິສັດບັນລຸໄດ້ຫຼາຍສິບຕື້ດົ່ງຕໍ່ ເດືອນ ແລະ ສ້າງວຽກເຮັດງານທຳ, ແກ້ໄຂບັນຫາແຮງງານ ໃຫ້ແກ່ທ້ອງຖິ່ນ ແລະ ບັນດາເຂດແຄວ້ນຕ່າງໆ ທີ່ໃກ້ຄຽງອີກດ້ວຍ. 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top