• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ປັບປຸງຜັງແມ່ບົດແຫ່ງຊາດ ໄລຍະປີ 2021-2030, ວິໄສທັດຮອດປີ 2050

ມະຕິເລກທີ 252/2025/QH15 ໄດ້ລະບຸແຈ້ງວ່າ: ສູ້ຊົນໃຫ້ອັດຕາການເຕີບໂຕຂອງຜະລິດຕະພັນພາຍໃນຖົງ (GDP) ສະເລ່ຍບັນລຸໃຫ້ໄດ້ສູງກວ່າ 8% ຕໍ່ປີ ໃນໄລຍະປີ 2021-2030; ໃນນັ້ນ, ສະເພາະໄລຍະປີ 2026-2030 ແມ່ນໃຫ້ບັນລຸແຕ່ 10% ຕໍ່ປີ ຂຶ້ນໄປ.

ທ່ານ ເຈິ່ນແທັງເມີນ, ປະທານສະພາແຫ່ງຊາດ ໄດ້ລົງນາມຢັ້ງຢືນມະຕິເລກທີ 252/2025/QH15 ຂອງສະພາແຫ່ງຊາດ ຊຸດທີ XV ວ່າດ້ວຍການປັບປຸງ ແລະ ເພີ່ມເຕີມບາງມາດຕາ ຂອງມະຕິເລກທີ 81/2023/QH15, ລົງວັນທີ 9 ມັງກອນ 2023 ຂອງສະພາແຫ່ງຊາດ ກ່ຽວກັບຜັງແມ່ບົດແຫ່ງຊາດ ໄລຍະປີ 2021-2030, ວິໄສທັດຮອດປີ 2050.

ໂຄງການສ່ວນປະກອບ ຂອງເສັ້ນທາງດ່ວນເໜືອ-ໃຕ້. ພາບ: ກວກຄັງ/Vietnam+
ບັນດາຕຶກອາຄານການເງິນ ຢູ່ເຂດໃຈກາງນະຄອນ ໂຮ່ຈີມິນ ລຽບຕາມແຄມແມ່ນ້ຳ ໄຊງ່ອນ, ກົງກັນຂ້າມກັບແຫຼມ ທູທຽມ, ບ້ານ ອານແຄັງ. ພາບ: ຮົ່ງດາດ/VNA

VNA/VNP

ເສດ​ຖະ​ກິດກາງຄືນ-ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ນະ​ຄອນ ໂຮ່​ຈິ​ມິນ

“ເສດ​ຖະ​ກິດກາງຄືນ”-ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ນະ​ຄອນ ໂຮ່​ຈິ​ມິນ

ນະ​ຄອນ ໂຮ່​ຈິ​ມີນ ມີ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ດ້ານ​ຂອບ​ຂະ​ໜາດ​ພົນ​ລະ​ເມືອງ, ການ​ທ່ອງ​ທ່ຽວ ແລະ ກຳ​ລັງ​ແຮງ​ຕົວ​ເມືອງ ພ້ອມ​ກັບ​ຄວາມ​ຕ້ອງ​ການ​ບັນ​ເທິງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຈາກ ປ​ຊ​ຊ ແລະ ແຂກ​ທ່ອງ​ທ່ຽວ, ດັ່ງ​ນັ້ນ, ນະ​ຄອນ ໂຮ່​ຈິ​ມີນ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ “ເສດ​ຖະ​ກິດ​ກາງຄືນ”. ການ​ສ້າງ​ກົນ​ໄກ​ປະ​ສານ​ງານ, ວາງ​ແຜນ​ຜັງ, ຄຸ້ມ​ຄອງກໍ່​ຄື​ການ​ພັດ​ທະ​ນາ, ທາງ​ນະ​ຄອນ​ພວມ​ມາ​ນະ​ພະ​ຍາມ​ນຳ “ເສດ​ຖະ​ກິດກາງຄືນ” ກາຍ​ເປັນທ່າ​ໄດ້​ປຽບ ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ. 

Top