ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ພ້ອມດ້ວຍຄະນະປະຕິບັດງານສູນກາງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ທະຫານເສຍອົງຄະທະຫານເຈັບປ່ວຍຢູ່ສູນປິ່ນປົວບຳລຸງທະຫານເສຍອົງຄະທະຫານເຈັບປ່ວຍ ຢຸຍຕຽນ, ແຂວງ ນິງບິ່ງ.
ທ່ານປະທານປະເທດ ເລືອງເກື່ອງ ພ້ອມກັບບັນດາຜູ້ແທນຖ່າຍຮູບພ້ອມກັບທະຫານເສຍອົງຄະ, ທະຫານເຈັບປ່ວຍ ຢູ່ສູນປິ່ນປົວບຳລຸງທະຫານເສຍອົງຄະທະຫານເຈັບປ່ວຍ ຢຸຍຕຽນ, ແຂວງ ນິງບິ່ງ
ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ 1947 – 27 ກໍລະກົດ 2025), ຕອນເຊົ້າວັນທີ 23 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ພ້ອມດ້ວຍຄະນະປະຕິບັດງານສູນກາງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ທະຫານເສຍອົງຄະທະຫານເຈັບປ່ວຍຢູ່ສູນປິ່ນປົວບຳລຸງທະຫານເສຍອົງຄະທະຫານເຈັບປ່ວຍ ຢຸຍຕຽນ, ແຂວງ ນິງບິ່ງ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ “ກິນເຂົ້າຄິດຮອດຄຸນນາ”, “ກິນປາຄິດຮອດຄຸນນ້ຳ” ແມ່ນຫຼັກສິນທຳ, ມູນເຊື້ອອັນດີງາມຂອງຊາດ ຫວຽດນາມ. ສົງຄາມໄດ້ສິ້ນສຸດໄປແລ້ວ ແຕ່ລູກຜູ້ດີຂອງຊາດນັບລ້ານຄົນເສຍຊີວິດຢ່າງອົງອາດກະຫານ; ມີທະຫານນັບພັນ, ນັບໝື່ນຄົນເສຍອົງຄະ, ເຈັບປ່ວຍ ເພື່ອຍາດເອົາເອກະລາດ - ເສລີພາບ - ສັນຕິພາບມາໃຫ້ປະເທດຫວຽດນາມ ແລະ ພັດທະນາຄືໃນປັດຈຸບັນ. ເພື່ອສືບຕໍ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ດີກວ່າອີກ, ທ່ານປະທານປະເທດ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເວົ້າລວມ, ກະຊວງພາຍໃນ ແລະ ແຂວງ ນິງບິ່ງ ເວົ້າສະເພາະ ຕ້ອງກຳນົດວຽກງານເບິ່ງແຍງດູ, ປະຕິບັດນະໂຍບາຍບຸລິມະສິດສຳລັບຄົນມີຄຸນງາມຄວາມດີແມ່ນໜ້າທີ່ປະຈຳ, ຍາວນານຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ. ທ່ານປະທານປະເທດ ຮຽກຮ້ອງໃຫ້ສືບຕໍ່ສຳຫຼວດກວດຄືນບັນດານະໂຍບາຍທີ່ກ່ຽວຂ້ອງຕໍ່ການປະຕິວັດ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຢ່າງຮອບດ້ານ; ພ້ອມທັງ, ສະເໜີບັນດາມາດຕະການແກ້ໄຂສິ່ງຕິດຂັດເໝາະສົມກັບສະພາບການ ແລະ ຕົວການຕົວຈິງຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)