• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ແມ່ນ​ການ​ສະແດງ​ຄວາມ​ຮູ້​ບຸນ​ຄຸນ​ທີ່​ແທດຈິງ​ທີ່​ສຸດ

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ເຫດການແມ່ນການສະແດງຢ່າງເລິກເຊິ່ງຂອງມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຜ່ານປະຫວັດສາດນັບພັນປີຂອງຊາດ ຫວຽດນາມ.

 

ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2025), ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ,

ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທາປະເທດ ເລື່ອງເກືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມການພົບປະ ກັບຜູ້ຕາງໜ້າຜູ້ມີຄຸນງາມຄວາມດີ, ເປັນຕົວພະຍານດີເດັ່ນ 250 ຄົນໃນທົ່ວປະເທດ


ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ເຫດການແມ່ນການສະແດງຢ່າງເລິກເຊິ່ງຂອງມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຜ່ານປະຫວັດສາດນັບພັນປີຂອງຊາດ ຫວຽດນາມ, ແມ່ນໂອກາດເພື່ອໃຫ້ລັດ  ແລະ ທົ່ວສັງຄົມສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການເສຍສະຫຼະຊີວິດ, ການອຸທິດສ່ວນອັນລ້ຳຄ່າຂອງຄົນລຸ້ນພໍ່ລຸ້ນອ້າຍຕໍ່ພື້ນຖານເອກະລາດ, ເສລີພາບຂອງປະເທດຊາດ.  ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ກ່າວວ່າ

ພວກເຮົາສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບເກືອບ 1,2 ລ້ານຄົນ,ທີ່ໄດ້ເສຍສະຫຼະຊີວິດ,  ບັນດາຜູ້ຄົນທີ່ດີເດັ່ນໄດ້ສັດຮົບກັບສັດຕູ ແລະ ເສຍສະຫຼະຊີວິດຢ່າງພິລະອາດຫານ. ມີຫຼາຍຄົນມີອາຍຸພຽງແຕ່ 18 – 20 ປີຕ້ອງໄດ້ປະລະຄວາມໄຝ່ຝັນ, ການຮ່ຳຮຽນ, ປະລະຄອບຄົວ, ຍາດຕິພີ່ນ້ອງຢູ່ແນວຫຼັງເພື່ອເດີນທາງໄປປະຕິບັດໜ້າທີ່ອັນສັກກະລະບູຊາ, ເພື່ອພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ, ເພື່ອຄວາມສະຫງົບສຸກຂອງປະຊາຊົນ.

ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ພັກ ແລະ ລັດສືບຕໍ່ເອົາໃຈໃສ່ເຖິງວຽກງານຕອບບຸນແທນຄຸນຕໍ່ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ການພັດທະນາຂອງປະເທດແມ່ນການສະແດງຄວາມຮູ້ບຸນຄຸນຢ່າງແທດຈິງ ແລະ ມີຄວາມໝາຍທີ່ສຸດ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊ​ເນ​ການ Malick Ndiaye

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊ​ເນ​ການ Malick Ndiaye

ທີ່ການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ Malick Ndiaye ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຖືວ່າ ເຊເນການ ແລະ ຫວຽດນາມ ຕ້ອງສືບຕໍ່ສ້າງກອບນິຕິກຳໃນຂົງເຂດການຄ້າ, ອຸດສາຫະກຳ ແລະ ການລົງທຶນໃຫ້ສົມບູນແບບ.

Top