• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ປູ​ເຈຍ ຫຼຸດ​ລະ​ດັບ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ ໄທ; ໄທ ຮຽກ​ໂຮມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ກັບ​ຄືນ​ເມືອ​ປະ​ເທດ

ທ່ານ ພູມມິທຳ ເວດຊະຍະໄຊ ຮັກສາການນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ ລັດຖະບານປະເທດນີ້ ໄດ້ຜັນຂະຫຍາຍບັນດາມາດຕະການຮັບມືທີ່ເໝາະສົມຕໍ່ເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນ, ພ້ອມດຽວກັນນັ້ນກໍເນັ້ນໜັກວ່າ ການດັດປັບລະດັບການພົວພັນທາງການທູດກັບ ກຳປູເຈຍ ພວມໄດ້ຮັບການຊັ່ງຊາ.
ທ່ານ ພູມມິທຳ ເວດຊະຍະໄຊ ຮັກສາການນາຍົກລັດຖະມົນຕີ ໄທ (ພາບ: REUTERS/Chalinee Thirasupa)

ວັນທີ 23 ກໍລະກົດ, ລັດຖະບານ ໄທ ໄດ້ຮຽກໂຮມເອກອັກຄະລັດຖະທູດປະເທດນີ້ຢູ່ ກຳປູເຈຍ ແລະ ເນລະເທດເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ໄທ ພາຍຫຼັງເລື່ອງນາຍທະຫານ ໄທ ຄົນໜຶ່ງຢຽບຖືກໝາກໝິ່ນໃນຂະນະໄປລາດຕະເວນຢູ່ເຂດຊາຍແດນແຂວງ ອຸບົນ ຣາດຊະທານີ ໃນຕອນແລງວັນທີ 23 ກໍລະກົດ.

        ຕອນຄ່ຳວັນທີ 23 ກໍລະກົດ, ທ່ານ ພູມມິທຳ ເວດຊະຍະໄຊ ຮັກສາການນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ ລັດຖະບານປະເທດນີ້ ໄດ້ຜັນຂະຫຍາຍບັນດາມາດຕະການຮັບມືທີ່ເໝາະສົມຕໍ່ເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນ, ພ້ອມດຽວກັນນັ້ນກໍເນັ້ນໜັກວ່າ ການດັດປັບລະດັບການພົວພັນທາງການທູດກັບ ກຳປູເຈຍ ພວມໄດ້ຮັບການຊັ່ງຊາ.

        ຕໍ່ໜ້າປະຕິກິລິຍາຂອງ ໄທ, ຕອນເຊົ້າວັນທີ 24 ກໍລະກົດ, ສື່ມວນຊົນ ກຳປູເຈຍ ໄດ້ໃຫ້ຂ່າວຢ່າງກວ້າງຂວາງວ່າ ລັດຖະບານ ລາຊະອານາຈັກ ກຳປູເຈຍ ຕັດສິນໃຈຫຼຸດລະດັບການພົວພັນທາງການທູດກັບ ໄທ ລົງເຫຼືອຂັ້ນເລຂາໂທ ແລະ ຮຽກບັນດາພະນັກງານທາງການທູດທີ່ພວມເຮັດວຽກຢູ່ສະຖານທູດ ກຳປູເຈຍ ປະຈຳ ນະຄອນ ບາງກອກ ກັບຄືນເມືອປະເທດ. ພ້ອມດຽວກັນນັ້ນ, ຝ່າຍ ກຳປູເຈຍ ກໍຮຽກຮ້ອງໃຫ້ບັນດາພະນັກງານການທູດຂອງ ໄທ ອອກຈາກປະເທດນີ້.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊ​ເນ​ການ Malick Ndiaye

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊ​ເນ​ການ Malick Ndiaye

ທີ່ການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ Malick Ndiaye ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຖືວ່າ ເຊເນການ ແລະ ຫວຽດນາມ ຕ້ອງສືບຕໍ່ສ້າງກອບນິຕິກຳໃນຂົງເຂດການຄ້າ, ອຸດສາຫະກຳ ແລະ ການລົງທຶນໃຫ້ສົມບູນແບບ.

Top