ທີ່ການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ Malick Ndiaye ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຖືວ່າ ເຊເນການ ແລະ ຫວຽດນາມ ຕ້ອງສືບຕໍ່ສ້າງກອບນິຕິກຳໃນຂົງເຂດການຄ້າ, ອຸດສາຫະກຳ ແລະ ການລົງທຶນໃຫ້ສົມບູນແບບ.
ທ່ານປະທານສະພາແຫ່ງຊາດ ເຊເນການ Malick Ndiaye ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ
ວັນທີ 23 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ ເຊເນການ ຢູ່ນະຄອນຫຼວງ Dhakar, ທ່ານປະທານສະພາແຫ່ງຊາດ ເຊເນການ Malick Ndiaye ໄດ້ເປັນປະທານພິທີຕ້ອນຮັບ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງສົມກຽດ ເນື່ອງໃນໂອກາດມາຢ້ຽມຢາມເຊເນການຢ່າງເປັນທາງການ.
ທີ່ການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ Malick Ndiaye ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຖືວ່າ ເຊເນການ ແລະ ຫວຽດນາມ ຕ້ອງສືບຕໍ່ສ້າງກອບນິຕິກຳໃນຂົງເຂດການຄ້າ, ອຸດສາຫະກຳ ແລະ ການລົງທຶນໃຫ້ສົມບູນແບບ, ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄ້າຂາຍ, ເຊື່ອມຕໍ່ວິສາຫະກິດ, ຊຸກຍູ້ການສົ່ງອອກໝວດສິນຄ້າຫຼັກແຫຼ່ງໄປຍັງຕະຫຼາດຂອງກັນ. ປະທານສະພາແຫ່ງຊາດ ສອງທ່ານກໍ່ປາດຖະໜາໃຫ້ສະພາແຫ່ງຊາດສອງປະເທດສ້າງກົນໄກແລກປ່ຽນຄະນະປະຈຳປີໂດຍໄວເພື່ອ ຮັກສາການໂອ້ລົມສົນທະນາເປັນປະຈຳ, ສົມທົບກັນຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ຮັບການລົງນາມລະຫວ່າງລັດຖະບານສອງປະເທດ ແລະ ຊຸກຍູ້ອົງການລັດຖະບານສອງປະເທດຕັ້ງໜ້າແລກປ່ຽນ, ເຈລະຈາເພື່ອເຊັ່ນເອກະສານຮ່ວມມືພື້ນຖານໂດຍໄວ, ຊຸກຍູ້ບັນດາຂໍ້ລິເລີ່ມໃໝ່ຄື: ແຕ່ງຕັ້ງກົງສູນກິດຕິມະສັກປະຈຳແຕ່ລະປະເທດ, ເພີ່ມທະວີການແລກປ່ຽນຂໍ້ມູນເພື່ອໜູນຊ່ວຍວິສາຫະກິດ.
ພາຍຫຼັງການພົບປະເຈລະຈາ, ປະທານສະພາແຫ່ງຊາດສອງປະເທດເປັນສັກຂີພິຍານພິທີປະກາດສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ ເຊເນການ ແລະ ເຊັນຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)