• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ແລະ ຢູ​ແກຼນ ເຫັນ​ດີ​ສືບ​ຕໍ່​ແລກ​ປ່ຽນ​ຊະ​ເລີຍ​ເສິກ

ຮອບເຈລະຈາທີ 3 ໄດ້ສິ້ນສຸດລົງ ພາຍຫຼັງເຈລະຈາໄດ້ພຽງແຕ່ 40 ນາທີ ເທົ່ານັ້ນ ແລະ ໝາກຜົນລະອຽດຂອງການເຈລະຈາຍັງບໍ່ທັນໄດ້ປະກາດເທື່ອ.
ຄະນະເຈລະຈາ ລັດເຊຍ ແລະ ຢູແກຼນ ເຂົ້າຮ່ວມຮອບເຈລະຈາໃນວັນທີ 23 ກໍລະກົດ

ວັນທີ 23 ກໍລະກົດ, ລັດເຊຍ ແລະ ຢູແກຼນ ໄດ້ເລີ່ມຕົ້ນຮອບເຈລະຈາຄັ້ງທີ 3 ຢູ່ນະຄອນ Istanbul ຂອງ ຕວັກກີ ເພື່ອແກ້ໄຂການປະທະກັນທີ່ແກ່ຍາວຕະຫຼອດກວ່າ 3 ປີຜ່ານມາ. ຄະນະນັກເຈລະຈາ ລັດເຊຍ ໂດຍທ່ານ Vladimir Medinsky  ຜູ້ຊ່ວຍວຽກທ່ານປະທານາທິບໍດີ ລັດເຊຍ ນຳໜ້າ ໃນຂະນະທີ່ ຄະນະນັກເຈລະຈາ ຢູແກຼນ ໂດຍທ່ານເລຂາສະພາຄວາມໝັ້ນຄົງແຫ່ງຊາດ Rustem Umerov ເປັນຫົວໜ້າຄະນະ.

        ຕາມສຳນັກຂ່າວສານ TASS, ຮອບເຈລະຈາທີ 3 ໄດ້ສິ້ນສຸດລົງ ພາຍຫຼັງເຈລະຈາໄດ້ພຽງແຕ່ 40 ນາທີ ເທົ່ານັ້ນ ແລະ ໝາກຜົນລະອຽດຂອງການເຈລະຈາຍັງບໍ່ທັນໄດ້ປະກາດເທື່ອ. ສຳນັກຂ່າວສານ AFP ໄດ້ຄັດສະເໜີຄຳເຫັນຂອງທ່ານ Vladimir Medinsky  ຫົວໜ້າຄະນະເຈລະຈາ ລັດເຊຍ ໃຫ້ຮູ້ວ່າ ໃນການເຈລະຈາ, ລັດເຊຍ ແລະ ຢູແກຼນ ໄດ້ເຫັນດີແລກປ່ຽນຊະເລີຍເສິກ 1.200 ຄົນ ຂອງແຕ່ລະຝ່າຍ, ພ້ອມດຽວກັນນັ້ນ ມົດສະກູ ກໍສະເໜີມອບຊາກສົບຂອງທະຫານ ຢູແກຼນ 3.000 ຄົນ ໃຫ້ກີແອັບ ເສຍຊີວິດ. ກ່ອນໜ້ານັ້ນ, ຢູແກຼນ ແລະ ລັດເຊຍ ໄດ້ດຳເນີນ 2 ຮອບເຈລະຈາຢູ່ Istanbul ໃນວັນທີ 16 ພຶດສະພາ ແລະ ວັນທີ 2 ມິຖຸນາ, ເຊິ່ງຊ່ວຍໃຫ້ບັນລຸໄດ້ຂໍ້ຕົກລົງແລກປ່ຽນຊະເລີຍເສິກນັບ ແລະ ຊາກສົບ/ອັດຖິຂອງທະຫານທີ່ເສຍຊີວິດຢູ່ສະໜາມຮົບນັບພັນຄົນ. ນອກຈາກນັ້ນ, ສອງຝ່າຍກໍແລກປ່ຽນຮ່າງບົດບັນທຶກຊ່ວຍຈຳກ່ຽວກັບມາດຕະການຢຸດຕິການປະທະກັນທີ່ໄດ້ແກ່ຍາວມາກວ່າ 3 ປີ.

 

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊ​ເນ​ການ Malick Ndiaye

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊ​ເນ​ການ Malick Ndiaye

ທີ່ການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ Malick Ndiaye ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຖືວ່າ ເຊເນການ ແລະ ຫວຽດນາມ ຕ້ອງສືບຕໍ່ສ້າງກອບນິຕິກຳໃນຂົງເຂດການຄ້າ, ອຸດສາຫະກຳ ແລະ ການລົງທຶນໃຫ້ສົມບູນແບບ.

Top