• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ບັນຍາກາດ ໃນມືື້ເປີດງານບຸນ ກາເຟ ບວນມາຖວດ ຄັ້ງທີ 8 ປີ 2023

ເມື່ອບໍ່ດົນມານີ້ ງານບຸນກາເຟ ບວນມາຖວດ  ໄດ້ດຳເນີນໄປ ທ່າມ ກາງບັນຍາກາດເບີກບານມ່ວນຊື່ນ ຢູ່ທົ່ວທຸກເສັ້ນທາງ ຂອງ ເມືອງແຫ່ງພູເຂົາ. ປະຊາຊົນ ແລະ ນັກທ່ອງທ່ຽວ ຈາກທົ່ວທົ່ວທຸກສາລະທິດນັບໝື່ນໆ ຄົນ ໄດ້ພາກັນ ມາເຕົ້າໂຮມ ຢູ່ໃຈກາງເມືອງ ເພື່ອຮັບຊົມບັນດາເຫດການ ທີ່ໜ້າປະທັບໃຈ ໂດຍຈຸດເດັ່ນແມ່ນງານບຸນຢູ່ຕາມທ້ອງຖະໜົນ ແລະ ພິທີເປີດງານບຸນກາເຟ ບວນມາຖວດ ຄັ້ງທີ 8 ຊຶ່ງໄດ້ຈັດຂຶ້ນໃນຕອນແລງ ແລະ ຕອນຄໍ່າ ຂອງວັນດຽວກັນ. ລຸ່ມນີ້ ແມ່ນບັນດາຮູບພາບດ່ວນ ຂອງນັກຂ່າວ ຂ່າວພາບ ຫວຽດນາມ ກ່ຽວກັບບັນຍາກາດ ຂອງງານບຸນ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​​ລືວກວາງ ກ່າວ​ຄຳ​ປະໄສ ​ໃນພິ​ທີ​ໄຂງານ​ບຸນ​ກາ​ເຟ ບວນມາຖວດ ຄັ້ງ​ທີ 8 ປີ 2023. ພາບ: ຈິ້ງໂບ້/VNP
ສາກການສະແດງສິລະປະ ທີ່ເຕັມໄປດ້ວຍສີສັນປະຫວັດສາດ  ໃນຄືນໄຂງານບຸນກາເຟ ບວນມາຖວດ ຄັ້ງທີ 8 ປີ 2023. ພາບ: ຈິ້ງໂບ້/VNP 
ວາດຟ້ອນທີ່ເຕັມໄປດ້ວຍຄວາມມີສະເໜ່ ຂອງ ບັນດາຍິງສາວ ໄຕງວຽນ. ພາບ: ຈິ້ງໂບ້/VNP
ຊ່ວງເວລາ ຄ້ອງ ໄຕງວຽນ ຊຶ່ງເປັນມໍລະດົກວັດທະນະທຳໂລກ ໄດ້ຟື້ນຄືນໃໝ່ ໃນມື້ໄຂງານບຸນ. ພາບ: ຈິ້ງໂບ້/VNP
ສາກການສະແດງ ​​ກ່ຽວ​ກັບ​ການກໍາເນີດ ຂອງ ເຂດດິນພູເຂົາໄຟ ຢູ່ໄຕງວຽນ. ພາບ: ຈິ້ງໂບ້/VNP
ປະຊາຊົນ ແລະ ນັກທ່ອງທ່ຽວນັບໝື່ນ ເຕົ້າໂຮມກັນເພື່ອຮັບຊົມບັນ ຍາກາດ ຂອງ ງານບຸນ ຢູ່ 6 ແຍກ ໃຈກາງນະຄອນ ບວນມາຖວດ. ພາບ: ຈິ້ງໂບ້/VNP
ບັນດານັກສິລະປິນ ໄຕງວຽນ ສະແດງຄ້ອງ ຢູ່ຕາມທ້ອງຖະໜົນ. ພາບ: ຈິ້ງໂບ້/VNP
ທຸງ​ຊາດ ​ຫວຽດ​ນາມ ແລະ ບັນດາປະ​ເທດ​​ ທີ່ປິວສະບັດ ​ໃນ​ງານ​ບຸນ​ຢູ່ຕາມທ້ອງ​ຖະໜົນ. ພາບ: ຈິ້ງໂບ້/VNP
ສັນ​ຍາ​ລັກ​ຊ້າງ​ ແລະ​ ກາ​ເຟ ​ຢູ່ ບວນມາຖວດ ໃນ​ງານ​ບຸນຢູ່ຕາມທ້ອງ​ຖະ​ຫນົນ. ພາບ: ຈິ້ງໂບ້/VNP
ສີ​ສັນ​​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ ໃນ​ງານ​ບຸນຢູ່ຕາມທ້ອງຖະໜົນ. ພາບ: ຈິ້ງໂບ້/VNP
ຄວາມງາມທີ່ປະທັບໃຈ ຂອງບັນດາຍິງສາວຊົນເຜົ່າສ່ວນນ້ອຍ ຢູ່ ແຂວງ ດັກລັກ. ພາບ: ແທງຮ່ວາ/VNP
ຄະນະ​ສິລະ​ປະ​ແຂວງ Jeollabuk ຂອງ​ ສ ​ເກົາຫຼີ ​ເຂົ້າ​ຮ່ວມ​ການ​ສະ​ແດງ ​ໃນ​ງານ​ບຸນ ຢູ່ຕາມທ້ອງຖະໜົນ. ພາບ: ຈິ້ງໂບ້/VNP
ນັກ​ສິລະ​ປິນຍິງ ສ ​ເກົາຫຼີ ​ທຳການພົບປະແລກປ່ຽນ ​ກັບ​ມວນຊົນ​ ຫວຽດນາມ. ພາບ: ຈິ້ງໂບ້/VNP
ທີມແກທອງ ເຍົາວະຊົນ ແຂວງ ດັກລັກ. ພາບ: ຈິ້ງໂບ້/VNP
ບັນດາ ນາງງາມ ແລະ ສາວງາມ ຫວຽດນາມ ເຂົ້າຮ່ວມງານບຸນ. ພາບ: ຈິ້ງໂບ້/VNP
ສາກການສະແດງທີ່ໜ້າປະທັບໃຈ ຂອງນັກສະແດງ ກາຍຍະສິນ ຕາມທ້ອງຖະຫນົນ. ພາບ: ແທງຮ່ວາ/VNP
ຊາວ​ໜຸ່ມ​ແຂວງ​ ດັກ​ລັກ​ ນຳ​ບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ ມາສູ່​ງານ​ບຸນ. ພາບ: ແທງຮ່ວາ/VNP

 


ປະຕິບັດໂດຍ: ແທງຮ່ວາ, ຈິ້ງໂບ້ - ແປໂດຍ: ບິກລຽນ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top