• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ: ການ​ນຳ ຫວຽດ​ນາມ - ລັດ​ເຊຍ ເຫັນ​ດີ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ 5 ກຳ​ນົດ​ທິດ​ໃຫຍ່​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ

ຫວຽດນາມ ຢັ້ງຢືນວ່າ ຍາມໃດກໍຖືລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ປາດຖະໜາຢາກພ້ອມກັບລັດເຊຍ ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: TTXVN)

ວັນທີ 21 ມິຖຸນາ, ໂດຍຕອບສຳພາດຕໍ່ນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ ດ້ວຍການຕ້ອນຮັບທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ມາຢ້ຽມຢາມ ຫວຽດນາມໃນລະຫວ່າງວັນທີ 19 - 20 ມິຖຸນາ, ຫວຽດນາມ ຢັ້ງຢືນຍາມໃດກໍຖືລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ປາດຖະໜາຢາກພ້ອມກັບລັດເຊຍ ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ເຮັດໃຫ້ຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ກຳນົດເລິກເຊິ່ງກ່ວາອີກ. ການຢ້ຽມຢາມແມ່ນສະແດງໃຫ້ເຫັນວ່າ ລັດເຊຍຖື ຫວຽດນາມ ເປັນສຳຄັນໃນນະໂຍບາຍທາງການຕ່າງປະເທດມຸ່ງໄປເຖິງທາງທິດຕາເວັນອອກ. ຖະແຫຼງການຮ່ວມລະຫວ່າງສອງປະເທດ ກ່ຽວກັບການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເລິກເຊິ່ງກ່ວາອີກ,  ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນສອງປະເທດ ໃນເລື່ອງນຳການຮ່ວມມືສອງຝ່າຍໃນທຸກຂົງເຂດໃຫ້ນັບມື້ນັບພັດທະນາ, ແທດຈິງ.

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານປະທານາທິບໍດີ Vladimir Putin ໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືໃນຫຼາຍດ້ານ ຫວຽດນາມ - ລັດເຊຍ. ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການໂອ້ລົມສົນທະນາ, ພົບປະຂັ້ນສູງ ແລະ ທຸກຂັ້ນ ແລະ ໃນທຸກຊ່ອງທາງ; ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສຫຼາຍຝ່າຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ

ໃນຂອບເຂດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳພາຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ຕະຫຼຽນ ແລະ ເຮັດວຽກຢູ່ຈີນ (25 – 27 ມິຖຸນາ), ວັນທີ 26 ມິຖຸນາ, ຢູ່ປັກກິິ່ງ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການພົບປະກັບທ່ານວ້າງຄູໜິງ ປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດ.

Top