• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ

ຕອນເຊົ້າວັນທີ 11 ກຸມພາ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ໄດ້ມີການເຮັດວຽກກັບບັນດາທະນາຄານການຄ້າເພື່ອເພີ່ມລະດັບຄວາມໄວ, ບຸກທະລຸ, ຊຸກຍູ້ການເຕີບໂຕ ແລະຄວບຄຸມໄພເງິນເຟີ້.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ປີ 2025 ໄດ້ກຳນົດວ່າແມ່ນປີເພີ່ມລະດັບຄວາມໄວ, ບຸກທະລຸເພື່ອສຳເລັດຄາດໝາຍຂອງທັງອາຍຸການ 2021- 2025, ລັດຖະບານ ໄດ້ວາງອອກຄາດໝາຍບັນລຸການເຕີບໂຕຢ່າງຫນ້ອຍສຸດແມ່ນ 8%, ສ້າງທ່ວງທ່າ, ກຳລັງຫນູນ, ບັນຍາກາດເພື່ອໃຫ້ຫວຽດນາມ ບັນລຸການເຕີບໂຕສອງຕົວເລກໃນຊຸມປີຕໍ່ໄປ, ບັນລຸ 2 ຄາດໝາຍ 100 ປີ (ຮອດປີ 2030 ແມ່ນສະເຫລີມສະຫລອງ 100 ປີແຫ່ງວັນສ້າງຕັ້ງພັກ ແລະ    ຮອດປີ 2045 ແມ່ນສະເຫລີມສະຫລອງ 100 ປີແຫ່ງວັນສະຖາປະນາປະເທດຊາດ”.

ທ່ານນາຍົກລັດຖະມົນຕີ ສະເຫນີ: ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້ ຕ້ອງໄຈ້ແຍກບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ທັງຄວາມສະດວກ, ກາລະໂອກາດ, ຂໍ້ສະເຫນີ, ປະກອບມາດຕະການແກ້ໄຂ ໂດຍມີການເຂົ້າຮ່ວມຂອງລະບົບທະນາຄານ ເພື່ອເຮັດໃຫມ່ບັນດາກຳລັງຫນູນເຕີບໂຕທີ່ເປັນມູນເຊື້ອ ນັ້ນແມ່ນ ການລົງທຶນ, ການສົ່ງອອກ, ການໃຊ້ສອຍ ແລະ ຊຸກຍູ້ກຳລັງຫນູນການເຕີບໂຕໃຫມ່.  ດ້ວຍທິດນຳ “ແຫລ່ງກຳລັງເລີ່ມມາຈາກຈີນຕະນາການ ແລະ ວິໄສທັດ, ກຳລັງຫນູນເລີ່ມຈາກການປ່ຽນແປງໃຫມ່ ແລະ ປະດິດຄິດສ້າງ, ກຳລັງແຮງເລີ່ມມາຈາກປະຊາຊົນ ແລະ ວິສາຫະກິດ”

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງບາງໜ້າທີ່່, ມາດຕະການເຊິ່ງຂະແໜງທະນາຄານ ແລະ ບັນດາທະນາຄານການຄ້າຕ້ອງສຸມໃສ່ປະຕິບັດ:

“ຫຼຸດຜ່ອນຄ່າໃຊ້ຈ່າຍ, ຈັດຕັ້ງຄືນການເຄື່ອນໄຫວໃຫ້ມີປະສິດທິຜົນກວ່າ ແລະ ພິເສດແມ່ນສະຫຼະຜົນກຳໄລສ່ວນໜຶ່ງເພື່ອຫຼຸດຜ່ອນຄ່າດອກເບ້ຍເງິນກູ້, ໜູນຊ່ວຍພື້ນຖານເສດຖະກິດ, ປະຊາຊົນ, ວິສາຫະກິດ, ສ້າງວີທີຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ. ສຸມໃສ່ສິນເຊື່ອ, ປະກອບສ່ວນເຮັດໃໝ່ 3 ກຳລັງໜູນເຕີບໂຕ ນັ້ນແມ່ນການລົງທຶນ, ການສົ່ງອອກ ແລະ ການບໍລິໂພກອຸປະໂພກ. ບັນດາທະນາຄານການຄ້າ ແລະ ທະນາຄານແຫ່ງລັດ ຕ້ອງນຳໜ້າໃນການຫັນເປັນດີຈີຕອນ, ສ້າງຖານຂໍ້ມູນດີຈີຕອນ, ເຂົ້າຮ່ວມແຜນຮ່າງ 06, ປະຕິບັດມະຕິສະບັບເລກທີ 57 ຂອງກົມການເມືອງ ກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ.”

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top