• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານໂຕ​ເລິມ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ: ຫວຽດ​ນາມ - ແດນ​ມາກ ເສີມ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສີ​ຂຽວ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກ

ຕອນ​ບ່າ​ຍ​ວັນ​ທີ 15 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດທີ່​ຮ່າ​ໂນ້ຍ. ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Nicolai Prytz ເອກ​ອັກ​ຄະ​ລັດ​ຖະ​ທູດ ລາ​ຊະ​ອາ​ນາ​ຈັກ ​ແດນ​ມາກ ປະ​ຈຳ ຫວຽດ​ນາມ ເຂົ້າ​ຢ້ຽມ​ອຳ​ລາ, ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ໄລ​ຍະ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ.
  ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ Nicolai Prytz ເອກ​ອັກ​ຄະ​ລັດ​ຖະ​ທູດ ລາ​ຊະ​ອາ​ນາ​ຈັກ ​ແດນ​ມາກ ປະ​ຈຳ ຫວຽດ​ນາມ (ພາບ: TTXVN)  

ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີໃຫ້​ສອງ​ຝ່າຍ ເສີມ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສີ​ຂຽວ​ໃຫ້​ມີ​ປະ​ສິດ​ທິ​ຜົນ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ການ​ສຶກ​ສາ-ບຳ​ລຸງ​ສ້າງ, ວັດ​ທະ​ນະ​ທຳ ແລະ ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ເຮັດ​ໃຫ້ການ​ພົວ​ພັນ ຫວຽດ​ນາມ - ແດນ​ມາກ ພັດ​ທະ​ນາ​ນັບ​ມື້​ນັບ​ຮອບ​ດ້ານ, ແທດ​ຈິງ ແລະ ຍືນ​ຍົງ.

ສ່ວນ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ Nicolai Prytz ໃຫ້​ຮູ້​ວ່າ ລັດ​ຖະ​ບານ ແດນ​ມາກ ຖື​ເລື່ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ເປັນ​ສຳ​ຄັນ, ໃນ​ນັ້ນ ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ຫຼັກ ແລະ ​ແມ່ນປະ​ເທດ​ບຸ​ລິ​ມະ​ສິດ. ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ແດນ​ມາກ​ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ສີ​ຂຽວ ແລະ ພັດ​ທະ​ນາ​ພະ​ລັງ​ງານ​ແບບ​ຍືນ​ຍົງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຖື​ວ່າ ສອງ​ປະ​ເທດຍັງ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ເຂົ້າ​​ບັນ​ດາ​ຂົງ​ເຂດ​ຄື ພະ​ລັງ​ງານ​ທົດ​ແທນ, ໄຟ​ຟ້າ​ແຮງ​ລົມຢູ່ນອກ​ຝ​ັ່ງ, ພື້ນ​ຖານ​ໂຄງ​ລ່າງ​ສີ​ຂຽວ, ຫັນ​ເປັນ​ດີ​ຈ​ີ​ຕອນ, ສາ​ທາ​ລະ​ນະ​ສຸກ, ກະ​ສິ​ກຳ ແລະ ລະ​ບົບ​ທັນ​ຍາ​ຫານ​ແບບ​ຍືນ​ຍົງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top