• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຈລະຈາກັບເລຂາທິການສະພາຕ່ຳ ມາຣົກ

2 ຝ່າຍໄດ້ເຫັນດີພິຈາລະນາລົງນາມເອກະສານຊ່ວຍຈຳສະບັບໜຶ່ງເພື່ອເພີ່ມທະວີ ແລະ ເຮັດໃຫ້ການພົວພັນລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ຄະນະເລຂາສະພາຕ່ຳ ມາຣົກ ໃຫ້ເລິກເຊິ່ງຂຶ້ນຕື່ມ.
ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ບຸຍວັນເກືອງ ພົບປະກັບທ່ານ Najib El Khadi, ເລຂາທິການສະພາຕ່ຳ ມາຣົກ (ພາບ: TTXVN)

ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸຍວັນເກືອງ ໄດ້ດຳເນີນການເຈລະຈາກັບທ່ານ Najib El Khadi, ເລຂາທິການສະພາຕ່ຳ ມາຣົກ, ປະທານສະຫະສະມາຄົມເລຂາທິການລັດຖະສະພາໂລກ (ASGP).

        ທີ່ການເຈລະຈາ, 2 ຝ່າຍໄດ້ເຫັນດີພິຈາລະນາລົງນາມເອກະສານຊ່ວຍຈຳສະບັບໜຶ່ງເພື່ອເພີ່ມທະວີ ແລະ ເຮັດໃຫ້ການພົວພັນລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ຄະນະເລຂາສະພາຕ່ຳ ມາຣົກ ໃຫ້ເລິກເຊິ່ງຂຶ້ນຕື່ມໃນໄລຍະຈະມາເຖິງ. ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວຈະຈັດກອງປະຊຸມຫົວເລື່ອງສະເພາະຂອງສະຫະສະມາຄົມ ASGP ໃນປີ 2025 ກ່ຽວກັບຫົວຂໍ້ເຊິ່ງບັນດາສະມາຊິກຂອງສະຫະສະມາຄົມສົນໃຈ; ພ້ອມທັງ, ສະເໜີແນະສ້າງກົນໄກສົມທົບກັນ, ຮ່ວມມືກັບບັນດາເລຂາທິການໃຫຍ່ລັດຖະສະພາຢູ່ກາພື້ນ ອາຊີ - ປາຊີຟິກ.

        ຕີລາຄາບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້, ທ່ານ Najib El Khadi ຢືນຢັນວ່າ, ມາຮົກ ຍາມໃດກໍ່ຢາກເຮັດໃຫ້ການພົວພົນຫຼາຍດ້ານໃນທຸກຂົງເຂດກັບ ຫວຽດນາມ ໃຫ້ເລິກເຊິ່ງກວ່າອີກ; ພ້ອມທັງທ່ານເຊື່ອໝັ້ນວ່າ, ດ້ວຍຄວາມມານະພະຍາຍາມລວມຂອງ 2 ຝ່າຍ, ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, 2 ສະພາແຫ່ງຊາດ ຈະນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງກວ່າ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ

ໃນຂອບເຂດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳພາຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ຕະຫຼຽນ ແລະ ເຮັດວຽກຢູ່ຈີນ (25 – 27 ມິຖຸນາ), ວັນທີ 26 ມິຖຸນາ, ຢູ່ປັກກິິ່ງ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການພົບປະກັບທ່ານວ້າງຄູໜິງ ປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດ.

Top